ເບຍລາວຮ່ວມປູກຈິດສຳນຶກ ດ້ານຄວາມປອດໄພທາງຖະໜົນ
ກົມຕຳຫຼວດຈະລາຈອນ
ກະຊວງປ້ອງກັນຄວາມສະຫງົບ ແລະ ບໍລິສັດ ເບຍລາວ ຈຳກັດ
ຮ່ວມກັນຈັດກິດຈະກຳໂຄງການປູກຈິດສຳນຶກ ດ້ານຄວາມປອດໄພທາງຖະໜົນ
ພາຍໃຕ້ຫົວຂໍ້ “ດື່ມຢ່າງມີສະຕິ ຂັບຂີ່ປອດໄພ”
ພິທີຖະແຫຼງຂ່າວໂຄງການດັ່ງກ່າວ ຈັດຂຶ້ນວັນທີ 22 ທັນວາ 2016
ຢູ່ທີ່ກົມໃຫຍ່ຕຳຫຼວດ ນະຄອນຫຼວງວຽງຈັນ.ທ່ານ ພັນເອກ ຄຳຖະຫວາຍ ເພັດອຸໄທ ຫົວໜ້າກົມຕຳຫຼວດຈະລາຈອນ ກ່າວວ່າ: ປັດຈຸບັນ ຄວາມຕ້ອງການຊົມໃຊ້ພາຫະນະເຂົ້າໃນຊີວິດປະຈຳວັນ ໄດ້ມີບົດບາດສຳຄັນທີ່ສຸດ ເຮັດໃຫ້ພາຫະນະເພີ່ມຂຶ້ນແຕ່ລະປີມີຈຳນວນຫຼາຍ ໂດຍສະເລ່ຍ ປະມານ 10-20% ໃນຂອບເຂດທົ່ວປະເທດ ສະພາບຜູ້ຂັບຂີ່ຈຳນວນຫຼາຍ ແມ່ນມີຄວາມຮັບຮູ້ກ່ຽວກັບກົດຈະລາຈອນດີ ອີກຈຳນວນໜຶ່ງ ຍັງບໍ່ມີຄວາມຊຳນິຊຳນານ ແລະ ຜູ້ຂັບຂີ່ອີກຈຳນວນໜຶ່ງແມ່ນຂາດສະຕິ ລ່ວງລະເມີດກົດລະບຽບຈະລາຈອນ ຍານພະຫະນະບໍ່ໄດ້ມາດຕະຖານເຕັກນິກ ແລະ ອື່ນໆ ຕໍ່ກັບບັນຫາທີ່ກ່າວມາຂ້າງເທິງນັ້ນ ລ້ວນແຕ່ເປັນການລະເມີດທີ່ມີຄວາມສ່ຽງພາໃຫ້ເກີດອຸບັດຕິເຫດຈະລາຈອນທາງບົກ ເຊິ່ງມັນໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ ສຸຂະພາບ ແລະ ຊີວິດເປັນຈຳນວນຫຼວງຫຼາຍໃນແຕ່ລະປີ ຄືມັນສະແດງອອກຕາມສະຖິຕິການເກີດອຸບັດຕິເຫດທົ່ວປະເທດ ໃນປີ 2015 ມີຈຳນວນທັງໝົດ 4.349 ລາຍ ເຊິ່ງຫຼຸດລົງຈາກປີທີ່ຜ່ານມາ (2014) ຈຳນວນ 1.353 ລາຍ ພາຫະນະເປ່ເພ 7.824 ຄັນ ຫຼຸດລົງ 3.009 ຄັນ ມີຄົນໄດ້ຮັບບາດເຈັບ 6.868 ຄົນ ຫຼຸດລົງ 2.396 ຄົນ ແລະ ມີຜູ້ເສຍຊີວິດທັງໝົດ 787 ຄົນ ຫຼຸດລົງ 257 ຄົນ.
ໂອກາດດຽວກັນນີ້ ບໍລິສັດ ເບຍລາວ ຈຳກັດ ກໍ່ໄດ້ນຳເງິນຈຳນວນ 260 ລ້ານກີບ ມາມອບໃຫ້ແກ່ກົມຕຳຫຼວດຈະລາຈອນ ເພື່ອສະໜັບສະໜູນໂຄງການດັ່ງກ່າວ ໃຫ້ສຳເລັດຕາມແຜນຍຸດທະສາດ ແກ້ໄຂຈະລາຈອນແອອັດ ແລະ ຫຼຸດຜ່ອນອຸບັດຕິເຫດຈະລາຈອນທາງບົກ ໄດ້ຮັບການຜັນຂະຫຍາຍເທື່ອລະກ້າວ ເປັນກຽດກ່າວມອບເງິນຈຳນວນດັ່ງກ່າວ ໂດຍທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ແລະ ກ່າວຮັບໂດຍທ່ານ ພັນເອກ ຄຳຖະຫວາຍ ເພັດອຸໄທ ຫົວໜ້າກົມຕຳຫຼວດຈະລາຈອນ ເຊິ່ງມີທ່ານ ພົນຈັດຕະວາ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ເບຍລາວຮ່ວມປູກຈິດສຳນຶກ ດ້ານຄວາມປອດໄພທາງຖະໜົນ
Reviewed by makarow
on
7:34:00 PM
Rating:

