ຂ່າວດ່ວນ

ຂ່າວອື່ນໆ

random

ຂາດງົບສ້ອມແປງ ເຮັດໃຫ້ 18 ສະຖານີ ບໍ່ສາມາດສະໜອງນ້ຳແກ່ເນື້ອທີ່ການຜະລິດ


ຂາດງົບສ້ອມແປງ ເຮັດໃຫ້ 18 ສະຖານີ ບໍ່ສາມາດສະໜອງນ້ຳແກ່ເນື້ອທີ່ການຜະລິດ
ທ່ານ ສາຍ​ຄຳ ແພງ​ຄຳ​ມີ ຫົວໜ້າ​ຂະແໜງ​ຊົນລະປະທານ ພະ​ແນກ​ກະສິກຳ ແລະ ປ່າໄມ້​ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳພາດ​ວັນ​ທີ 10 ມັງກອນ 2017 ວ່າ: ວຽກ​ງານ​ຊົນລະປະທານ​ກະກຽມ​ໃສ່​ລະດູແລ້ງ​ສົກ​ປີ 2016-2017 ທົ່ວ​ນະຄອນຫຼວງ​ວຽງ​ຈັນ ມີ​ຊົນລະປະທານ 74 ສະຖານີ ໃນ​ນັ້ນ ເປີດ​ນ້ຳ​ສະໜອງ​ໃຫ້​ແກ່ເນື້ອທີ່​ການ​ຜະລິດ​ໄປ​ແລ້ວ 57 ສະຖານີ ແລະ ຍັງ​ມີ 18 ສະຖານີ ບໍ່​ທັນ​ໄດ້​ຈັດ​ຕັ້ງ​ປະຕິບັດ​ເປີດ​ນ້ຳ ເນື່ອງ​ຈາກ​ຈັກສູບນ້ຳ​ເປ່​ເພ ແລະ ງົບປະມານ​ກໍ່​ບໍ່​ໄດ້​ຮັບ​ການ​ຕອບສະໜອງໃນ 18 ສະຖານີ ​ນີ້​ແມ່ນນອນ​ຢູ່​ໃນ​ເມືອງ​ສັງ​ທອງ ແລະ ເມືອງ​ໄຊ​ທານີ ເຊິ່ງ​ເປັນ​ເຂດ​ທີ່ປະຊາຊົນ​ບໍ່​ມີ​ຄວາມ​ສາມາດສ້ອມແປງ​ເອງ​ໄດ້ ເປັນ​ເຂດ​ທີ່​ປະຊາ​ຊົນ​ເຮັດ​ການ​ຜະລິດ​ບໍ່​ໄດ້​ຮັບຜົນ​ດີ​ເທົ່າ​ທີ່​ຄວນ ຜົນ​ຜະລິດ​ບໍ່ງາມ ແລະ ເປັນ​ເຂດ​ທີ່​ບໍ່​ຜະລິດເປັນ​ສິນຄ້າ ຈຶ່ງ​ເຮັດ​ໃຫ້​ບໍ່​ມີ​ກອງທຶນ​ສະ​ສົມ​ທີ່​ຈະ​ມາ​ເປັນ​ທຶນ​ສ້ອມແປງ​ຈັກສູບນ້ຳ​ໃນ​ເວລາ​ເປ່​ເພ ​ອາໄສ​ແຕ່​ເບື້ອງ​ລັດ​ເປັນ​ຜູ້​ປະກອບສ່ວນ ສ່ວນ​ເມືອງ​ປາກ​ງື່ມ ແລະ ເມືອງ​ຫາດ​ຊາຍ​ຟອງ​ແມ່ນ​ບໍ່​ມີບັນຫາ ເນື່ອງ​ຈາກ​ເປັນ​ເຂດ​ທຳການ​ຜະລິດ​ເປັນ​ສິນຄ້າ ຈຶ່ງ​ເຮັດໃຫ້​ຊາວ​ກະສິກອນ​ມີ​ງົບປະມານສ້ອມແປງ​ກຸ້ມ​ກັນ​ເອງ​ໄດ້ ເມື່ອເປັນ​ຄື​ແນວ​ນັ້ນ​ ຂະແໜງ​ຊົນ​ລະປະທານ​ໄດ້​ສະເໜີ​ໄປ​ຍັງ​ພະ​ແນກແຜນການ ແລະ ການ​ລົງທຶນ ​ຂໍງົບປະມານ​ຈາກ​ລັດ​ມາ​ສ້ອມແປງ ແຕ່​ຍັງ​ບໍ່​ໄດ້​ຮັບ​ການ​ຕອບສະໜອງ​ເທື່ອ ເຊິ່ງ​ຕາມ​ຄວາມຕ້ອງການ​ງົບປະມານ​ທີ່​ຈະ​ມາສ້ອມແປງ​ຈັກສູບນ້ຳ​ໃນ​ແຕ່​ລະປີ​ ປະມານ 200-300 ລ້ານ​ກີບ ເພື່ອ​ມາ​ສົມທົບ​ທຶນ​ກັບ​ຊາວ​ກະ​ສິກອນ ໃນ​ມູນ​ຄ່າ​ສ້ອມແປງ 10 ລ້ານ​ກີບ​ລົງ​ມາ ແມ່ນ​ປະຊາຊົນເປັນ​ຜູ້​ຮັບຜິດຊອບ​ເອງ ແຕ່​ມູນ​ຄ່າ 10 ລ້ານ​ກີບ​ຂຶ້ນ​ໄປ ລັດ​ຈະ​ໄດ້​ປະກອບ​ສ່ວນ​ກັບ​ປະຊາຊົນ ນອກຈາກ​ນີ້​ແລ້ວ ການ​ລວງ​ຄອງເໝືອງ​ຜ່ານ​ມາ ລັດ​ກັບ​ປະຊາຊົນຍັງ​ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ ທັງ​ນີ້ກໍ່​ເພື່ອ​ເຮັດ​ໃຫ້​ຂະ​ບວນ​ການຜະລິດ​ໄດ້​ຮັບ​ຜົນສຳເລັດ​ເປັນກ້າວໆ.
ທ່ານ ສາຍ​ຄຳ ແພງ​ຄຳ​ມີ ຍັງກ່າວ​ຕື່ມ​ວ່າ: ໃນ​ເມື່ອ​ບໍ່​ໄດ້​ຮັບ​ງົບປະມານ​ມາ​ສ້ອມແປງ​ຈັກສູບນ້ຳ 18 ສະຖານີ ແນ່ນອນ​ຕ້ອງ​ມີ​ຜົນກະທົບ​ຕໍ່​ເນື້ອທີ່​ການ​ຜະລິດ​ລະດູແລ້ງ​ໃນ 19 ພັນ​ກວ່າ​ເຮັກຕາ ຈະບໍ່​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້ ແລະ ຂະ​ບວນ​ການ​ຜະລິດ​ຂອງຊາວ​ກະສິກອນ​ກໍ່​ບໍ່​ເປັນ​ຂະ​ບວນຟົດຟື້ນ ແຕ່​ເຖິງ​ຢ່າງໃດ​ກໍ່​ຕາມ ຂະແໜງ​ຊົນລະປະທານ ກໍ່​ຄືພະແນກ​ກະສິກຳ ແລະ ປ່າໄມ້ ນະຄອນ​ຫຼວງ​ວຽງ​ຈັນ ຈະ​ພະຍາຍາມ​ສູ້​ຊົນ​ໃນ​ການຈັດຕັ້ງ​ປະຕິບັດ ແລະ ຈະ​ພະຍາຍາມ​ປຸກ​ລະດົມ​ປະຊາຊົນ​ ປະກອບສ່ວນ​ໃນການ​ສ້ອມແປງ​ຈັກສູບນ້ຳ​ທີ່​ເປ່​ເພ ໃຫ້​ສາມາດ​ໃຊ້​ງານ​ໄດ້.
ຂາດງົບສ້ອມແປງ ເຮັດໃຫ້ 18 ສະຖານີ ບໍ່ສາມາດສະໜອງນ້ຳແກ່ເນື້ອທີ່ການຜະລິດ Reviewed by makarow on 11:37:00 PM Rating: 5

Contact Form

Name

Email *

Message *

Powered by Blogger.