ຂ່າວດ່ວນ

ຂ່າວອື່ນໆ

random

  ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ສັ່ງໃຫ້ບັນດາຫົວໜ່ວຍງົບປະມານນັບທັງຢູ່ສູນກາງຮອດທ້ອງຖິ່ນທີ່ມີບັນຊີເງິນຝາກຢູ່ທະນາຄານທຸລະກິດປິດບັນຊີພາຍຫລັງເຫັນວ່າການກະທໍາດັ່ງກ່າວແມ່ນບໍ່ຖືກຕ້ອງສອດຄ່ອງ ຕາມລະບຽບຫລັກການງົບປະມານພ້ອມທັງຊີ້ນໍາໃຫ້ອົງການກວດສອບແຫ່ງລັດຕິດຕາມໃກ້ຊິດຕໍ່ບັນຫາດັ່ງກ່າວເພື່ອລາຍງານລັດຖະບານ.

  ການຊີ້ນໍາໃຫ້ແກ້ໄຂບັນຫານີ້ມີຂຶ້ນໃນໂອກາດໂອ້ລົມຕໍ່ກອງປະຊຸມວຽກງານກວດສອບປະຈໍາປີ 
2016 ເມື່ອທ້າຍອາທິດຜ່ານມານີ້ທີ່ນະຄອນຫລວງວຽງຈັນຊຶ່ງກ່ອນອື່ນທ່ານນາຍົກລັດຖະ ມົນຕີໄດ້ສະແດງຄວາມຊົມເຊີຍຄະນະນໍາ ແລະ ພະນັກງານຂົງເຂດກວດສອບແຫ່ງລັດທີ່ໄດ້ມີຄວາມພະຍາຍາມຕັ້ງໜ້າປະຕິບັດໜ້າທີ່ພັກ ແລະ ລັດມອບໝາຍໃຫ້ມີຜົນສໍາເລັດເປັນຢ່າງດີໂດຍສະເພາະແມ່ນການເອົາໃຈໃສ່ຄົ້ນຄວ້າປັບປຸງເຄື່ອງມື ແລະ ມາດຕະການຕ່າງໆ ເພື່ອຮັບໃຊ້ເຂົ້າໃນວຽກງານຂອງຕົນໃຫ້ມີປະສິດທິຜົນ ຈົນສາມາດພົບເຫັນບັນດາໜໍ່ແໜງ ແລະ ປະກົດການຕົວຈິງທີ່ເປັນຜົນກະທົບຕໍ່ເສດຖະກິດມະຫາພາກ ກໍຄືຊີ້ໃຫ້ເຫັນບັນດາຈຸດທີ່ພາໃຫ້ເກີດການຮົ່ວໄຫລທາງດ້ານລາຍຮັບ-ລາຍຈ່າຍຂອງງົບປະມານລັດໃນໄລຍະຜ່ານມາ ແລະ ເພື່ອຮັບປະກັນໃຫ້ວຽກງານກວດສອບເປັນເຄື່ອງມືພື້ນຖານໃຫ້ແກ່ການຄຸ້ມຄອງບໍລິຫານລັດມີຄວາມເຂັ້ມແຂງໃນຕໍ່ໜ້ານີ້ທ່ານາຍົກລັດຖະມົນຕີໄດ້ເນັ້ນໃຫ້ທຸກຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນຕ້ອງນໍາໃຊ້ລະບົບການເຊື່ອມຕໍ່ບັນຊີງົບປະມານ-ຄັງເງິນ-ກຸ່ມລາຍຮັບ ເພື່ອເຊື່ອມໂຍງກັນໃນທຸກຫົວໜ່ວຍງົບປະມານ ແລະ ສາມາດດຸ່ນດ່ຽງບັນຊີໃນແຕ່ລະວັນຢ່າງເປັນລະບົບວ່ອງໄວ ແລະ ທັນການປັບປຸງລະບົບການຕິດຕາມການບັນທືກໜີ້ຕ້ອງຮັບຈາກການຈ່າຍເງິນລ່ວງໜ້າງົບປະມານລັດສະສາງບັນຊີເງິນຝາກອົງການບໍລິ ຫານວິຊາການໃນລະບົບຄັງເງິນແຫ່ງຊາດປະຈໍາສູນກາງປະຈໍາແຂວງນະຄອນຫລວງອັນສໍາຄັນແມ່ນໃຫ້ບັນດາຫົວໜ່ວຍງົບປະມານທີ່ມີບັນຊີເງິນຝາກຢູ່ທະນາຄານທຸລະກິດປິດບັນຊີ ແລະ ໂອນຍອດເຫລືອບັນຊີທັງໝົດເຂົ້າລວມສູນຢູ່ໃນຄັງເງິນແຫ່ງຊາດແຕ່ລະຂັ້ນພ້ອມທັງໃຫ້ຂະແໜງການທີ່ມີລາຍຮັບສ້າງແຜນ ແລະ ຕິດຕາມສະຖິຕິສີນຄ້ານໍາເຂົ້າ-ສົ່ງອອກໃຫ້ມີຄວາມຊັດເຈນແຜນຍົກເວັ້ນພາສີໂຄງການລົງທຶນຂອງລັດໃຫ້ລະອຽດ ເພື່ອຫລີກລ້ຽງບັນຫາການອະນຸມັດຍົກເວັ້ນພາສີທີ່ບໍ່ຖືກ ຕ້ອງຕາມລະບຽບກົດໝາຍ ແລະ ກວດຄືນການເຄື່ອນໄຫວທຸລະກິດຕາມຂໍ້ມູນຂະແໜງສ່ວຍສາອາ ກອນຕ້ອງໄດ້ເອົາເຂົ້າສູ່ລະບົບທັນສະໄໝ ເພື່ອຮັບປະກັນການເກັບລາຍຮັບງົບປະມານຖືກຕ້ອງຄົບຖ້ວນ ແລະ ໃຫ້ຂະແໜງການຕ່າງໆໃຫ້ການຮ່ວມມືໃນການກວດສອບຢ່າງຈິງໃຈກວດສອບເຫັນອັນດີຕ້ອງຍ້ອງຍໍ ແລະ ຖືເອົາເປັນແບບຢ່າງແຕ່ໃນກໍລະນີເຄື່ອນໄຫວບໍ່ຖືກຕ້ອງ ຫລື ມີຈຸດອ່ອນຄົງຄ້າງແມ່ນຕ້ອງພ້ອມກັນແກ້ໄຂຕາມລະບຽບກົດໝາຍ. 
Reviewed by makarow on 8:57:00 PM Rating: 5

Contact Form

Name

Email *

Message *

Powered by Blogger.