ຂ່າວດ່ວນ

ຂ່າວອື່ນໆ

random

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ຕາງໜ້າໃຫ້ລັດຖະບານ ສປປ ລາວ ໄດ້ຈັດພິທີມອບ-ຮັບ, ລົດຮັບ-ສົ່ງຄົນເຈັບ ຈຳນວນ 2 ຄັນ ໃນມູນຄ່າ 66,445 ໂດລາສະຫະລັດ ທີ່ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມສິລະປະວັດທະນະທຳ ແລະ ມວນຊົນ ແຫ່ງ ສ. ເກົາຫລີ.




ໃນວັນທີ 16 ມັງກອນ 2017 ນີ້, ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,      ກ່າວມອບ ໂດຍ ທ່ານ ກີມ ແທ່ ຮຶມ ສະມາຊິກລັດຖະສະພາ ສ. ເກົາຫລີ, ປະທານກໍາມະທິການກະສິກຳ, ປະສຸສັດ ແລະ ການປະໂມງ, ເລຂາທິການຄະນະກຳມະການວຽກງານສະມາ ຊິກລັດຖະສະພາ, ຮັກສາການສະມາຄົມມິດຕະພາບ ລັດຖະສະພາ ສ. ເກົາຫລີ-ລາວ;
 ກ່າວຮັບ ໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງລັດຖະມົນຕີ,  ມີບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນ.

 ເຊິ່ງໃນໄລຍະຜ່ານມາ ທາງສະມາຄົມສິນລະປະວັດທະນະທຳ ແລະ ມວນຊົນ ສ. ເກົາຫລີ ກໍໄດ້ໃຫ້ການຊ່ວຍເຫຼືອຫຼາຍຢ່າງເປັນຕົ້ນ: ໃນເດືອນ ເມສາ 2016 ໄດ້ໃຫ້ການຊ່ວຍເຫຼືອເຄື່ອງນຸ່ງຫົ່ມ, ເກີບ ຈໍານວນ 1.000 ແກັດ ມູນຄ່າ 1.235.092 ໂດລາສະຫະລັດ. ເດືອນ ສິງຫາ 2016ລົດໃຫຍ່ມອດໄຟ ມີປໍ້ານໍ້າ 2 ຄັນ, ລົດໃຫຍ່ມອດໄຟມີຖັງນໍ້າ 2 ຄັນ, ຊຸດເຄື່ອງນຸ່ງປ້ອງກັນໄຟ 1 ແກັດ, ທໍ່ນໍ້າປະເພດພັບ 24 ທໍ່, ກັອກຫົວສີດນໍ້າ 8 ອັນ ແລະ ອຸປະກອນສ້ອມແປງ 8 ຊຸດ ລວມມູນຄ່າ 523,135.34 ໂດລາສະຫະລັດ ແລະ ຄັ້ງນີ້ທາງສະມະຄົມສິລະປະວັດທະນະທຳ ແລະ ມວນຊົນ ແຫ່ງ ສ. ເກົາຫລີ ກໍໄດ້ໃຫ້ການຊ່ວຍເຫຼືອລົດຮັບ-ສົ່ງຄົນເຈັບ ຈຳນວນ 2 ຄັນ ເປັນມູນຄ່າ 66,445 ໂດລາສະຫະລັດ ຊຶ່ງລວມມູນຄ່າການຊ່ວຍເຫຼືອທັງໝົດ 1,824,672.34 ໂດລາສະຫະລັດ, ການຊ່ວຍເຫຼືອດັ່ງກ່າວນີ້ ແມ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການບັນເທົາທຸກຂອງປະຊາຊົນຜູ້ປະສົບກັບໄພພິບັດ ເຊັ່ນ ໄພໜາວ, ອັກຄີໄພ ຕະຫຼອດຮອດ ອຸປະຕິເຫດບົນທ້ອງຖະໜົນ, ຖືວ່າເປັນສິ່ງສຳຄັນຫຼາຍທີ່ສຸດຕໍ່ກັບການພັດທະນາວຽກງານຊ່ວຍເຫຼືອສັງຄົມ ແລະ ຕອບໂຕໄພພິບັດ, ລົົດດັ່ງກ່າວຈະນຳໄປມອບຕໍ່ໃຫ້ຂະແໜງການສາທາລະນະສຸກ ແຂວງຫົວພັນ ແລະ ແຂວງເຊກອງ ເພື່ອສືບຕໍ່ນໍາໄປມອບໃຫ້ເມືອງທີ່ມີຄວາມຕ້ອງການ ແລະ ຫຍຸ້ງຍາກຂາດເຂີນແທ້ເພື່ອນຳໄປຮັບໃຊ້ແກ່ສັງຄົມກໍຄືພໍ່ແມ່ປະຊາຊົນລາວ ໃນເວລາຖືກບາດເຈັບຫຼືຍາມສຸກເສີນຈຳເປັນ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ./.

( ໂດຍ: ເພັດສະໄໝ )
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ຕາງໜ້າໃຫ້ລັດຖະບານ ສປປ ລາວ ໄດ້ຈັດພິທີມອບ-ຮັບ, ລົດຮັບ-ສົ່ງຄົນເຈັບ ຈຳນວນ 2 ຄັນ ໃນມູນຄ່າ 66,445 ໂດລາສະຫະລັດ ທີ່ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມສິລະປະວັດທະນະທຳ ແລະ ມວນຊົນ ແຫ່ງ ສ. ເກົາຫລີ. Reviewed by makarow on 4:37:00 AM Rating: 5

Contact Form

Name

Email *

Message *

Powered by Blogger.