HUAWEI ມອບໂຊກໃຫຍ່ໃຫ້ຜູ້ໂຊກດີແຫ່ງປີ 2016
ໃນວັນທີ 17 ມັງກອນນີ້, ທີ່ຮ້ານຂຸນຕາ ແບລນຊອບຫົວເຫວີຍ, ບໍລິສັດຫົວເຫວີຍລາວ ໄດ້ຈັດພິທີມອບລາງວັນໃຫຍ່ທ້າຍປີ 2016 ໃຫ້ທ່ານ ນາງ ຈັນຄໍາ ພົນທອງສີ ຜູ້ໂຊກດີທີ່ຊື້ໂທລະສັບສະມາດໂຟນຫົວເຫວີຍລຸ້ນ GR5 ມູນຄ່າ 2,250,000 ກີບ, ວັນທີ 28 ທັນວາ 2016 ຢູ່ສາຂາເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ແລະ ໄດ້ຮັບລົດ Ford Fiesta ມູນຄ່າ 226,000,000 ກີບ. ຈາກການຂູດບັດຊີງໂຊກກິດຈະກຳ “ ຮັບໂຊກ 2 ຊັ້ນກັບໂທລະສັບຫົວເຫວີຍ ສະມາດໂຟນ ”. ທ່ານ ຊູຈີຢອງ ຜູ້ອຳນວຍການຝ່າຍອຸປະກອນໂທລະສັບຫົວເຫວີຍປະຈໍາລາວ ແລະ ທ່ານ ຈຽງຟູຫຼົງ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັມເຄອິເປັນກຽດມອບລາງວັນໃຫ້ຜູ້ໂຊກດີ. ນອກນັ້ນ, ຍັງມີຜູ້ໂຊກດີຮັບລາງວັນອີກຫຼາຍຢ່າງເຊັ່ນ: ລົດຈັກ Honda Wave 100, ສາຍຄໍຄໍາ, ບັດຕື່ມເງິນ ແລະ ລາງວັນອື່ນໆ ແລະ ຍັງມີລາງວັນໂຊກຊັ້ນທີ 2 ຮັບແພັກເກັດໂທ ແລະ ຫຼີ້ນເນັດໂດຍບໍ່ເສຍຄ່າຈາກລາວໂທລະຄົນ ມູນຄ່າສູງເຖິງ 1,900,000 ກີບ.
ທ່ານ ຊູຈີຢອງ ຜູ້ອໍານວຍການຝ່າຍອຸປະກອນໂທລະສັບຫົວເຫວີຍປະຈໍາລາວ ກ່າວວ່າ: ນັບແຕ່ເດືອນສິງຫາເຖິງວັນທີ 31 ທັນວາ 2016 ທີ່ຜ່ານມາ, ຫົວເຫວີຍໄດ້ຈັດກິດຈະກໍາມອບໂຊກ 2 ຊັ້ນ ເພື່ອສົມມະນາຄຸນໃຫ້ກັບລູກຄ້າຜູ້ຊົມໃຊ້ ໂທລະສັບສະມາດໂຟນຫົວເຫວີຍໃນ ສປປ ລາວ. ລູກຄ້າຫົວເຫວີຍຍັງສາມາດລຸ້ນໂຊກກັບກິດຈະກຳ “ ຮັບໂຊກ 2 ຊັ້ນກັບໂທລະສັບຫົວເຫວີຍ ສະມາດໂຟນ ” ຫຼາຍກວ່າ 100.000 ລາງວັນ ຈົນຮອດທ້າຍເດືອນມີນາ 2017 ນີ້. ທ່ານກ່າວຕື່ມອີກວ່າ: ໃນປີຜ່ານມາ, ຫົວເຫວີຍໄດ້ລົງທຶນຢ່າງມະຫາສານເຂົ້າໃນການຂະຫຍາຍຕະຫລາດ, ພັດທະນາບຸກຄະລາກອນ, ຈັດກິດຈະກຳສົ່ງເສີມການຂາຍ ແລະ ການບໍລິການຫຼັງການຂາຍ ເພື່ອຈະມອບປະສົບການທີ່ດີທີ່ສຸດໃຫ້ກັບຜູ້ບໍລິໂພກ. ທີ່ສຳຄັນບໍລິສັດຫົວເຫວີຍຍັງຈະສືບຕໍ່ປັບປຸງການບໍໍລິການລູກຄ້າໃຫ້ໄດ້ຮັບຄວາມເພີ່ງພໍໃຈຂຶ້ນໄປເລື້ອຍໆ. ບໍລິສັດຍັງຈະຈັດກິດຈະກໍາໃຫຍ່ໆ ແລະ ສືບຕໍ່ຊ່ວຍເຫຼືອສັງຄົມລາວ, ໂດຍການສະໜັບສະໜູນດ້ານຕ່າງໆເຊັ່ນ: ກິລາ ແລະ ການສຶກສາ.
HUAWEI ມອບໂຊກໃຫຍ່ໃຫ້ຜູ້ໂຊກດີແຫ່ງປີ 2016
Reviewed by makarow
on
6:30:00 AM
Rating:
Reviewed by makarow
on
6:30:00 AM
Rating:


