ນາຍົກລັດຖະມົນຕີຍີ່ປຸ່ນ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ
ຫງວຽນ ຊວນຟຸກ ແລະ ພັນລະຍາ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ
ອາເບ ແລະ ພັນລະຍາ ໄດ້ເຄື່ອນໄຫວຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ໃນລະຫວ່າງວັນທີ 16-17 ມັງກອນນີ້.ການພົບປະເຈລະຈາລະຫວ່າງ ນາຍົກລັດຖະມົນຕີທັງສອງ ມີຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 16 ມັງກອນ ຫຼັງການເຈລະຈາແລ້ວ ນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ໄດ້ກ່າວຕໍ່ກອງປະຊຸມຂ່າວ ໂດຍໄດ້ເນັ້ນໜັກວ່າ ປັດຈຸບັນນີ້ ຍີ່ປຸ່ນ ເປັນປະເທດຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA) ໃຫຍ່ສຸດໃຫ້ແກ່ຫວຽດນາມ ເປັນປະເທດຜູ້ລົງທຶນໃຫຍ່ອັນດັບສອງຢູ່ໃນຫວຽດນາມ ແລະ ມີຈຳນວນນັກທ່ອງທ່ຽວມາຢ້ຽມຢາມຫວຽດນາມ ຫຼາຍເປັນອັນດັບສາມ ການພົວພັນດ້ານການຄ້າກັບຫວຽດນາມ ຖືກຈັດຢູ່ໃນອັນດັບ 4.
ໃນການເຈລະຈາດັ່ງກ່າວສອງຝ່າຍໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ສອງພື້ນຖານເສດຖະກິດ ເຫັນດີກ່ຽວກັບຫຼາຍຂົງເຂດການຮ່ວມມື ຊຶ່ງສອງຝ່າຍຫາກໍ່ລົງນາມ.
ສອງຝ່າຍກໍເຫັນດີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສສາກົນ ສົມທົບກັນຢ່າງແໜ້ນແຟ້ນເພື່ອໃຫ້ຫວຽດນາມ ຈັດຕັ້ງກອງປະຊຸມຂັ້ນສູງ APEC 2017 ສຳເລັດຜົນ ສອງຝ່າຍກໍ່ເຫັນດີຕໍ່ຄວາມສຳຄັນໃນການຮັບປະກັນສັນຕິພາບ ຄວາມໝັ້ນຄົງ ຄວາມປອດໄພ ຊຸກຍູ້ການແກ້ໄຂບັນດາການຂັດແຍ່ງໂດຍສັນຕິວິທີ ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ການນຳໃຊ້ອາວຸດ ເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ.
ພາຍຫຼັງການເຈລະຈາ ນາຍົກລັດຖະມົນຕີທັງສອງ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີແລກປ່ຽນເອກະສານຕ່າງໆທີ່ໄດ້ລົງນາມລະຫວ່າງບັນດາກະຊວງ ຂະແໜງການ ແລະ ວິສາຫະກິດສອງປະເທດ.
ນາຍົກລັດຖະມົນຕີຍີ່ປຸ່ນ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
Reviewed by makarow
on
7:35:00 PM
Rating:

