ປະຊາຊົນທົ່ວປະເທດ ໄດ້ນຳໃຊ້ໄຟຟ້າ ກວມ 91%
ຕາມການໃຫ້ຮູ້ຂອງທ່ານ
ໄຊປະເສີດ ພົມສຸພາ ຫົວໜ້າກົມທຸລະກິດພະລັງງານ ກະຊວງພະລັງງານ ແລະ
ບໍ່ແຮ່ ທີ່ນະຄອນຫຼວງວຽງຈັນ ເມື່ອທ້າຍອາທິດນີ້ວ່າ:
ການພັດທະນາໂຄງການໄຟຟ້ານັບຕັ້ງແຕ່ເລີ່ມປະກາດໃຊ້ຈິນຕະນາການໃໝ່ ໃນປີ
1986 ເຊິ່ງທ່າແຮງໃນການພັດທະນາໄຟຟ້າ
ແມ່ນເນັ້ນໃສ່ໂຄງການໄຟຟ້ານ້ຳຕົກ ເພື່ອຫັນເປັນອຸດສາຫະກຳ
ຕາມນະໂຍບາຍຂອງພັກວາງອອກໃຫ້ມີໄຟຟ້ານຳໃຊ້ໃນຕົວເມືອງ ແລະ
ຊົນນະບົດ ນອກຈາກນັ້ນ ກໍ່ຫັນໄຟຟ້າເປັນສິນຄ້າຂາອອກໄປຕ່າງປະເທດ
ເພື່ອສ້າງລາຍຮັບໃຫ້ແກ່ປະເທດຊາດ ກ່ອນປີ 1990
ປະເທດລາວເຮົາມີແຫຼ່ງໄຟຟ້າໃຊ້ບໍ່ພໍເທົ່າໃດເຂື່ອນ
ເຂື່ອນສຳຄັນກໍ່ມີແຕ່ເຂື່ອນນ້ຳງື່ມ 1 ໃນເວລານັ້ນ
ຖ້າສະເລ່ຍການນຳໃຊ້ໄຟຟ້າບໍ່ຮອດ 10% ໝາຍຄວາມວ່າ 100 ຄອບຄົວ
ຈຳນວນນຳໃຊ້ໄຟຟ້າບໍ່ຮອດ 10 ຄອບຄົວ ແຕ່ມາຮອດປີ 2016 ຜ່ານມານີ້
ສາມາດສະເລ່ຍທົ່ວປະເທດ ຈຳນວນຄອບຄົວທີ່ໄດ້ນຳໃຊ້ໄຟຟ້າລະບົບກວມ 91%
ໃນນັ້ນ ຫຼາຍໆແຂວງທີ່ມີໄຟຟ້າໃຊ້ເກືອບ 100% ມີນະຄອນຫຼວງວຽງຈັນ
ແຂວງວຽງຈັນ ໄຊຍະບູລີ ບໍລິຄຳໄຊ ຄຳມ່ວນ ແລະ ແຂວງຈຳປາສັກ
ສຳລັບແຂວງທີ່ຍັງໄດ້ນຳໃຊ້ໄຟຟ້າໜ້ອຍແມ່ນບັນດາແຂວງພາກເໜືອ
ໂດຍສະເພາະເຂດຫ່າງໄກສອກຫຼີກ ທຸລະກັນດານ.
ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ
ໃນທົ່ວປະເທດມີໂຄງການໄຟຟ້າທີ່ເປີດນຳໃຊ້ແລ້ວ ທັງໂຄງການນ້ອຍ
ໂຄງການໃຫຍ່ ຈຳນວນ 40 ໂຄງການ ມີກຳລັງຕິດຕັ້ງທັງໝົດ 6.300 ເມກາວັດ
ນອກຈາກນີ້ຍັງມີໂຄງການກຳລັງກໍ່ສ້າງ 25 ໂຄງການ ມີກຳລັງຕິດຕັ້ງ 5.000
ເມກາວັດ ແລະ ໂຄງການກຳລັງສຶກສາ ແລະ ກ້າວສູ່ການກໍ່ສ້າງ 20
ກວ່າໂຄງການ. (ຫນັງສືພິມລາວພັດທະນາ)
ປະຊາຊົນທົ່ວປະເທດ ໄດ້ນຳໃຊ້ໄຟຟ້າ ກວມ 91%
Reviewed by makarow
on
7:40:00 PM
Rating:
Reviewed by makarow
on
7:40:00 PM
Rating:


