ເຈົ້າໜ້າທີ່ຕຳຫຼວດກອງຄະດີ ເມືອງໄຊທານີ ນໍາໂຕ 2 ຜູ້ຖືກຫາ ໄປທໍາແຜນປະທຸສະກໍາປະກອບສໍານວນຄະດີ
ຊາຍໜຸ່ມ 2 ຄົນ
ເລືອກຫົນທາງລ້ຽງປາກ-ທ້ອງແບບຜິດກົດໝາຍ ດ້ວຍການຊອກລັກໄກ່ຊາວບ້ານ
ແຕ່ເຫດການກັບກາຍເປັນເລື່ອງໃຫຽ່
ເມື່ອເຈົ້າຂອງໄກ່ເຂົ້າມາເຫັນພຶດຕິກຳຂອງສອງໜຸ່ມ ດ້ວຍຄວາມຢ້ານຖືກຈັບໄດ້
ຈິ່ງຫັນມາທຳຮ້າຍຮ່າງກາຍເຈົ້າຂອງຊັບຈົນດັບຊີວິດໃນທີ່ສຸດ ເຫດຄາຕະກຳລາຍນີ້ເກີດຂຶ້ນໃນທ້າຍເດືອນພະຈິກ
2016 ຜ່ານມາ ພາຍຫຼັງມາ ເຈົ້າໜ້າທີ່ຕຳຫຼວດກອງຄະດີ
ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍສາມາດໂຮບໂຕ 2
ຜູ່ກໍ່ເຫດໄດ້ຄື ທ້າວ ລອງດີ ຫຼື ແອນ້ອຍ ອາຍຸ 31 ປີ ແລະ ທ້າວ ແອ ອາຍຸ 25 ປີ
ທັງສອງເປັນຄົນວ່າງງານ ແລະ ຢູ່ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ
ໃນວັນທີ 28 ທັນວາ 2016 ຜ່ານມາ
ຈິ່ງນຳໂຕທັງສອງໄປທຳແຜນປະທຸສະກໍາປະກອບສໍານວນຄະດີເຫດການຄາຕະກຳ ທ້າວ ແກ້ວ
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ ໄດ້ຄາຕະກຳ ທ້າວ
ແກ້ວແທ້ ເຊິ່ງໃນຄືນຂອງວັນທີ 27 ພະຈິກ 2016 ພວກກ່ຽວໄດ້ພາກັນໄປລັກໄກ່ຂອງທ້າວ
ແກ້ວ ແຕ່ເມື່ອໄປຮອດສະຖານທີ່ກໍເຫັນເຈົ້າຂອງມາເຝົ້າຄອກໄກ່ ຈິ່ງໄດ້ພາກັນກັບຄືນ
ຈົນຕົກມາຮອດເວລາ 01:00 ໂມງຂອງວັນທີ 28 ພະຈິກ 2016
ພວກກ່ຽວຈິ່ງກັບຄືນໄປບ່ອນລ້ຽງໄກ່ອີກ ເວລານັ້ນ ທ້າວ ລອງດີ
ໄດ້ຈັບເອົາເຫຼັກກົມທ່ອນນຶ່ງໄປນຳ ເມື່ອໄປຮອດຄອກໄກ່ແລ້ວ ທ້າວ ລອງດີ
ກໍເປັນຄົນເຂົ້າໄປລັກ ສ່ວນທ້າວ ແອ ແມ່ນເປັນຄົນສັງເກດເບິ່ງຕົ້ນທາງໃຫ້
ເວລານັ້ນພວກກ່ຽວຄິດວ່າເຈົ້າຂອງໄກ່ເມືອນອນແລ້ວ ແຕ່ພັດເຫັນທ້າວ ແກ້ວ
ຂີດກັບໄຟໃສ່ ດັ່ງນັ້ນ ທ້າວ ແອ ຈິ່ງໄດ້ຮ້ອງໃສ່ທ້າວ ລອງດີ ວ່າມີຄົນມາ
ຫຼັງຈາກນັ້ນ ທ້າວ ລອງດີ ກໍໄດ້ແລ່ນອອກມາຈາກຄອກໄກ່ ແຕ່ທ້າວ ແກ້ວ
ກໍໂດດຈັບແຂນຂອງທ້າວ ລອງດີ ໄວ້ ຫຼັງຈາກນັ້ນທ້າວ ລອງດີ
ຈິ່ງເອົາເຫຼັກທີ່ຖືມານຳຕີໃສ່ຄາງຂອງທ້າວ ແກ້ວ 2 ບາດ ແລະ ຕີໃສ່ແຂນອີກ 1 ບາດ
ເຮັດໃຫ້ທ້າວ ແກ້ວ ລົ້ມຟຸບລົງກອງກັບພື້ນ ແລະ ທ້າວ ແອ ໄດ້ໂຊມເອົາ ທ້າວ ແກ້ວ
ຂຶ້ນມາ ແລະ ເອົາມືແປະໃສ່ດັງ ແຕ່ເຫັນວ່າທ້າວ ແກ້ວ ຍັງຫາຍໃຈຢູ່
ຈິ່ງພາກັນປະຮ່າງຄີງຂອງ ທ້າວ ແກ້ວ ແລ້ວພາກັນແລ່ນໜີໄປ.
ຕໍ່ກັບເຫດການທຳຮ້າຍຮ່າງກາຍໃນຄືນນັ້ນ
ຈິ່ງເຮັດໃຫ້ທ້າວ ແກ້ວ ເສຍຊີວິດໃນເວລາຕໍ່ມາ ແລະ ຕົກມາຮອດວັນທີ 01 ທັນວາ 2016
ທັງສອງຈິ່ງຖືກເຈົ້າໜ້າທີ່ຈັບໂຕມາດຳເນີນຄະດີ.
ຂ່າວ/ພາບ: ບຸນທໍາ
ເຈົ້າໜ້າທີ່ຕຳຫຼວດກອງຄະດີ ເມືອງໄຊທານີ ນໍາໂຕ 2 ຜູ້ຖືກຫາ ໄປທໍາແຜນປະທຸສະກໍາປະກອບສໍານວນຄະດີ
Reviewed by makarow
on
8:28:00 PM
Rating:
Reviewed by makarow
on
8:28:00 PM
Rating:


