ທົ່ວປະເທດ ມີຕົ້ນໄມ້ເປັນຢາຫຼາຍກວ່າ 3 ພັນຊະນິດ
ວຽກງານອາຫານ ແລະ ຢາຂອງລາວເຮົາ ໄດ້ຮັບການຄຸ້ມຄອງ ແລະ ພັດທະນາຢ່າງຕໍ່ເນື່ອງ ເຊິ່ງກົມອາຫານ ແລະ ຢາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຄົ້ນຄວ້າຊອກຫາວິທີ ເພື່ອນຳໃຊ້ຢາທີ່ຫາໄດ້ຈາກທຳມະຊາດ ທີ່ເອີ້ນວ່າ (ຢາພື້ນເມືອງ) ນຳເຂົ້າໃນການປິ່ນປົ່ວຄົນເຈັບ ປັດຈຸບັນ ສາມາດສຳຫຼວດ ແລະ ພົບຕົ້ນໄມ້ເປັນຢາແລ້ວຈຳນວນ 3.048 ຊະນິດ ເກັບຕົວແບບຊາກພືດແຫ້ງ 6.098 ຕົວແບບ ແລະ ບັນທຶກຂໍ້ມູນຕົ້ນໄມ້ເປັນຢາ ເຂົ້າໃນຖານຂໍ້ມູນ NAPIS DATABASE 1.435 ຊະນິດ.
ໄລຍະ 5 ປີຜ່ານມາ (2011-2015) ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ເປັນເຈົ້າການຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ດ້ວຍການສຳຫຼວດຕົ້ນໄມ້ເປັນຢາ ໃນ 10 ແຂວງ ຂຶ້ນບັນຊີຕົ້ນໄມ້ເປັນຢາ ໄດ້ທັງໝົດ 3.048 ຊະນິດ ແລະ ມາຮອດປັດຈຸບັນ ລາວເຮົາມີຢາພື້ນເມືອງຜະລິດພາຍໃນທັງໝົດ 89 ລາຍການ ຢາພື້ນເມືອງນຳເຂົ້າ 137 ລາຍການ ຜະລິດຕະພັນເສີມສຸຂະພາບຜະລິດພາຍໃນຈຳນວນ 19 ລາຍການ ແລະ ນຳເຂົ້າ 268 ລາຍການ
ທົ່ວປະເທດ ມີຕົ້ນໄມ້ເປັນຢາຫຼາຍກວ່າ 3 ພັນຊະນິດ
Reviewed by makarow
on
8:25:00 PM
Rating:
Reviewed by makarow
on
8:25:00 PM
Rating:


