ຕ້ານ ແລະ ສະກັດກັ້ນ ການຄ້າຂາຍເຖື່ອນທຸກຮູບແບບ
ວັນທີ 30
ທັນວາ 2016 ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ
ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວຽກງານອຸດສາຫະກຳ ແລະ
ການຄ້າ ປະຈຳສົກປີ 2015-2016 ທິດທາງແຜນການປີ 2017
ຈັດຂຶ້ນທີ່ພະແນກດັ່ງກ່າວ ເປັນປະທານຂອງທ່ານ ເບີລິນ ເພັດຈັນທະຣາດ
ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ.
ໃນພິທີ ທ່ານນາງ ວັນມະນີ ພິມມະສານ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ຂຶ້ນຜ່ານບົດສະຫຼຸບ ເຫັນວ່າໃນໜຶ່ງປີຜ່ານມາ ໄດ້ສຸມໃສ່ປະກອບສ່ວນພັດທະນາເສດຖະກິດ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ມີການຜະລິດ-ທຸລະກິດ ການຜະລິດເປັນສິນຄ້າ ແລະ ບໍລິການປາຍແຫຼມໃໝ່ ຕາມທິດຍືນຍົງ ໂດຍຖືເປັນສຳຄັນໃນການສ້າງມູນຄ່າເພີ່ມ ໃຫ້ແກ່ຜະລິດຕະພັນສິນຄ້າທີ່ເປັນທ່າແຮງຂອງນະຄອນຫຼວງວຽງຈັນ ຜ່ານການຈັດຕັ້ງປະຕິບັດ ສາມາດຍາດໄດ້ຜົນງານຫຼາຍດ້ານ ເຊິ່ງມັນສະແດງໃຫ້ເຫັນສົກປີ 2015-2016 ມູນຄ່າການຜະລິດອຸດສາຫະກຳ ແລະ ຫັດຖະກຳ ມີທັງໝົດ 5.422 ຕື້ກີບ ໄດ້ແກ້ໄຂບັນຫາສິ່ງແວດລ້ອມຂອງບັນດາໂຮງງານ ຈຳນວນ 10 ແຫ່ງ ແກ້ໄຂໄດ້ສຳເລັດ 3 ແຫ່ງ ລົງກວດກາຂໍຂຶ້ນທະບຽນທາດເຄມີ ຈຳນວນ 7 ໂຮງງານ ຈຳນວນ 163 ທາດ ຂໍນຳເຂົ້າທາດເຄມີ ຈຳນວນ 15 ໂຮງງານ ມີ 121 ທາດ ມາຮອດເດືອນກັນຍາ 2016 ທົ່ວນະຄອນຫຼວງ ມີຕະຫຼາດ ແລະ ສູນການຄ້າທັງໝົດ 98 ແຫ່ງ ໃນນັ້ນ ມີຕະຫຼາດປະສົມທົ່ວໄປ 87 ແຫ່ງ ໃນນີ້ ຕະຫຼາດໃຫຍ່ 9 ແຫ່ງ ກາງ 20 ແຫ່ງ ນ້ອຍ 57 ແຫ່ງ ແລະ ຕະຫຼາດນັດ 1 ແຫ່ງ ມີສູນການຄ້າ 26 ແຫ່ງ ເປີດບໍລິການແລ້ວ 11 ແຫ່ງ ກຳລັງກໍ່ສ້າງ 6 ແຫ່ງ ຜ່ານແບບແຜນຜັງ 3 ແຫ່ງ ມີແຜນຜັງແຕ່ບໍ່ທັນກໍ່ສ້າງ 1 ແຫ່ງ ແລະ ຢຸດເຊົາກໍ່ສ້າງ 1 ແຫ່ງ ພ້ອມນີ້ ຍັງໄດ້ເອົາໃຈໃສ່ເຄື່ອນໄຫວຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນທຸກຮູບແບບ ສາມາດປະຕິບັດມາດຕະການຕໍ່ຜູ້ລະເມີດໄດ້ 61 ຫົວໜ່ວຍ ທຽບໃສ່ປີຜ່ານມາ ມີ 152 ຫົວໜ່ວຍ ເຫັນວ່າຫຼຸດລົງ 59,87% ໄດ້ທຳລາຍສິນຄ້ານຳເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບ ສິນຄ້າໝົດກຳນົດ ແລະ ສິນຄ້າເກືອດຫ້າມຢູ່ສະໜາມຂີ້ເຫຍື້ອ ຫຼັກ 32 ຈຳນວນ 3 ຄັ້ງ ມີປະເພດຢາສູບ ບັ້ງໄຟພຸ ແລະ ວັດຖຸທີ່ພາໃຫ້ເກີດສຽງດັງ ເຄື່ອງໃນສັດ ສິນຄ້າໝົດອາຍຸ ລວມທັງໝົດ 1.077 ກິໂລ ແລະ 1.246 ກັບ ໄດ້ຄວບຄຸມການເໜັງຕີງສິນຄ້າ ໂດຍສະເພາະປະເພດຊີ້ນ ແລະ ອື່ນໆ.

Reviewed by makarow
on
8:23:00 PM
Rating:
Reviewed by makarow
on
8:23:00 PM
Rating: