ປີ 2016 ກາຍເປັນປີທີ່ຮ້ອນທີ່ສຸດໃນປະຫວັດສາດນັບຕັ້ງແຕ່ມີການຈົດບັນທຶກ
ປີ
2016 ໄດ້ເຂົ້າສູ່ປະຫວັດສາດອຸຕຸນິຍົມໂລກ ໃນເມື່ອວ່າ
ກາຍເປັນປີທີ່ຮ້ອນທີ່ສຸດນັບແຕ່ບັນດາຊ່ຽວຊານໄດ້ເກັບກຳ ແລະ
ຈົດແຕ້ມຂໍ້ມູນກ່ຽວກັບອຸນຫະພູມສະເລ່ຍຂອງໜ່ວຍໂລກ ເມື່ອປີ 1880
ເປັນຕົ້ນມາ 2016 ຍັງເປັນປີທີ 3
ຕິດຕໍ່ກັນທີ່ີອຸນຫະພູມຂອງໜ່ວຍໂລກບັນລຸລະດັບສູງເປັນສະຖິຕິ
ດັ່ງນັ້ນ ເພື່ອໃຫ້ສະພາບອາກາດຂອງໜ່ວຍໂລກຫຼຸດຜ່ອນຄວາມຮ້ອນລົງ
ກໍ່ແມ່ນຄວາມພະຍາຍາມໃນການຕັດຫຼຸດການປ່ອຍແກັສ
ກໍ່ໃຫ້ເກີດປາກົດການເຮືອນແກ້ວ
ນັບວ່າເປັນການກະທຳທີ່ຈຳເປັນຢ່າງຍິ່ງ.
ບົດລາຍງານຂອງອົງການອຸຕຸນິຍົມໂລກ (WMO)
ທີ່ໄດ້ນຳອອກມາເປີດເຜີຍເມື່ອວັນທີ 18 ມັງກອນນີ້ ໃຫ້ຮູ້ວ່າ ໃນປີ
2016 ອຸນຫະພູມສະເລ່ຍຢູ່ເທິງແຜ່ນດິນທົ່ວໂລກ ແລະ
ເທິງໜ້ານ້ຳມະຫາສະໝຸດຕ່າງໆ ສູງກ່ວາປະມານ 1,1 ອົງສາ C
ເມື່ອທຽບໃສ່ໄລຍະກ່ອນອຸດສາຫະກຳ.ທ່ານ ເພັດເຕີຣີ ທາອາລາສ ເລຂາທິການ WMO ເວົ້າວ່າ: “ບັນດາດັດສະນີກ່ຽວກັບສະພາບດິນຟ້າອາກາດປ່ຽນແປງທີ່ເກີດຈາກນ້ຳມືຂອງມະນຸດໄດ້ຂຶ້ນ ສູ່ລະດັບສະຖິຕິສູງເປັນປະຫວັດການໃໝ່ ພາຍໃນປີ 2016 ທ່າມກາງທີ່ຄວາມຂຸ້ນຂອງແກັສ CO2 ແລະ ແກັສເມເທນ ສ້າງສະຖິຕິສຸດຍອດໃໝ່” ແລະ ເລື່ອງນີ້ເອງທີ່ເປັນໂຕການເຮັດໃຫ້ເກີດສະພາບດິນຟ້າອາກາດປ່ຽນແປງ.
ນອກຈາກນັ້ນແລ້ວ ບົດລາຍງານຂອງ WMO ກໍ່ໄດ້ຢືນຢັນວ່າ ຄວາມໜາຂອງຖານນ້ຳແຂງຢູ່ໃນເຂດທະເລຂົ້ວໂລກເໜືອ ສືບຕໍ່ຫຼຸດລົງສູ່ລະດັບຕ່ຳຫຼາຍ ໃນນັ້ນ ຖານນ້ຳແຂງຢູ່ໃນກຣິນແລນ ເລີ່ມເປື່ອຍກ່ອນ ແລະ ໄວກວ່າ ເມື່ອທຽບໃສ່ໃນເມື່ອກ່ອນ ແລະ ນີ້ນັບວ່າເປັນໜຶ່ງໃນສາເຫດຕົ້ນຕໍນຳໄປສູ່ລະດັບນ້ຳທະເລສູງຂຶ້ນ ໃນຂະນະດຽວກັນ ຖານນ້ຳແຂງຢູ່ໃນເຂດຂົ້ວໂລກເໜືອຫຼຸດຕ່ຳລົງ ສູ່ລະດັບຕ່ຳເປັນປະຫວັດການ ແມ້ກະທັ້ງໃນຕົ້ນລະດູນ້ຳແຂງເປື່ອຍ ຄື: ໃນເດືອນມີນາ ລວມເຖິງເວລາຈຸດສູງຂອງເວລານ້ຳແຂງກັບມາຕາມປົກກະຕິ ຄື: ໃນເດືອນຕຸລາ ແລະ ພະຈິກ.
ອີງໃສ່ການວິເຄາະຂອງ WMO ນັ້ນ ທ່ານ ທາອາລາສ ເວົ້າວ່າ ເມື່ອທຽບໃສ່ເມື່ອກ່ອນແລ້ວ ຂົ້ວໂລກເໜືອພວມອຸ່ນຂຶ້ນທົບສອງເທົ່າຕົວ ແລະ ສະພາບນ້ຳແຂງໃນທະເລເປື່ອຍຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ເກີດການປ່ຽນແປງສະພາບອາກາດ ແລະ ການເໜັງຕີງຂອງມະຫາສະໝຸດຕ່າງໆຢູ່ໃນຫຼາຍແຫ່ງທົ່ວໂລກ.
ບົດລາຍງານຂອງ WMO ກໍ່ໄດ້ລະບຸວ່າ ໃນປີ 2016 ໄດ້ເກີດໄພທຳມະຊາດຫຼາຍກໍລະນີ ທີ່ສ້າງຄວາມສູນເສຍຢ່າງໃຫຍ່ຫຼວງຕໍ່ເສດຖະກິດ ແລະ ສັງຄົມ WMO ຍັງໄດ້ເອົາເຫດການໄພທຳມະຊາດຕ່າງໆທີ່ພົວພັນເຖິງອາກາດ ຕິດພັນກັບການສະຫຼຸບເມື່ອບໍ່ດົນມານີ້ ຂອງອົງການຍ້າຍທີ່ຢູ່ອາໄສສາກົນ (IOM) ແລະ ອົງການຂ້າຫຼວງໃຫຍ່ ກ່ຽວກັບຜູ້ລີ້ໄພ ສະຫະປະຊາຊາດ (UNHCR) ຊຶ່ງໃນນັ້ນໃຫ້ຮູ້ວ່າ ໃນປີ 2015 ມີຜູ້ທີ່ສູນເສຍເຮືອນຊານຕື່ມອີກ 19,2 ລ້ານຄົນ ຍ້ອນສະພາບດິນຟ້າອາກາດ ແລະ ຄວາມສ່ຽງໂດຍບັງເອີນ ທີ່ເກີດຈາກສະພາບຂອງພູມສາດຢູ່ໃນ 113 ປະເທດ ຕົວເລກດັ່ງກ່າວສູງທົບສອງເທົ່າຕົວ ເມື່ອທຽບໃສ່ຈຳນວນຜູ້ທີ່ສູນເສຍເຮືອນຊານຍ້ອນການພິພາດ ແລະ ຄວາມຮຸນແຮງ ຊຶ່ງພົວພັນເຖິງມະນຸດ.
ໃນຂະນະດຽວກັນ ນ້ຳທະເລຮ້ອນເປັນປະຫວັດການ ຍັງເຮັດໃຫ້ສະພາບຂອງປາກາຮັງຖືກຟອກຂາວ ແລະ ຕາຍ ກາຍເປັນເລື່ອງເກີດຂຶ້ນທົ່ວໄປ
ປີ 2016 ກາຍເປັນປີທີ່ຮ້ອນທີ່ສຸດໃນປະຫວັດສາດນັບຕັ້ງແຕ່ມີການຈົດບັນທຶກ
Reviewed by makarow
on
7:59:00 PM
Rating:
Reviewed by makarow
on
7:59:00 PM
Rating:


