ຂ່າວດ່ວນ

ຂ່າວອື່ນໆ

random

ຟາມພູຕາເວັນ ເປີດບໍລິການຢ່າງເປັນທາງການແລ້ວ

ໄຂບໍລິການຢ່າງເປັນທາງການແລ້ວ ຟາມພູຕາເວັນ ແຫຼ່ງສຶກສາຫາຄວາມຮູ້ດ້ານກະສິກໍາແບບຍືນຍົງ

     ຟາມພູຕາເວັນ ແມ່ນສະຖານທີ່ທ່ອງທ່ຽວ ແລະ ແຫຼ່ງສຶກສາຫາຄວາມຮູ້ດ້ານກະສິກໍາແບບຍືນຍົງ ເຊິ່ງຈັດຕັ້ງປະຕິບັດໂດຍນັກທຸລະກິດເອກະຊົນ ກໍຄືກຸ່ມບໍລິສັດ ດີພີເອັດສ໌ ຈໍາກັດ ທີ່ເຂົ້າພັດທະນາບຸກເບີກເນື້ອທີ່ດິນປະມານ 20 ເຮັກຕາ ຕັ້ງຢູ່ລະຫວ່າງຊາຍແດນເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ເລີ່ມແຕ່ປີ 2012 ເປັນຕົ້ນມາ ດ້ວຍມູນຄ່າການລົງທຶນເບື້ອງຕົ້ນປະມານ 5 ລ້ານໂດລາສະຫະລັດ ມາຮອດປັດຈຸບັນໄດ້ສໍາເລັດຫຼາຍກວ່າ 50% ຂອງແຜນການ ເຊິ່ງມີຄວາມພ້ອມໄຂບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂຮມທັງຊາວກະສິກໍາ ນັກຮຽນ ນັກສຶກສາ ພະນັກງານ ແລະ ມວນຊົນທົ່ວໄປ.
SPS_8495
     ພິທີໄຂຟາມພູຕາເວັນ ສະຖານທີ່ທ່ອງທ່ຽວ ແລະ ແຫຼ່ງຄວາມຮູ້ດ້ານກະສິກໍາແບບຍືນຍົງ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 21 ມັງກອນ 2017 ທີ່ບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ ມີພັນລະຍາການນໍາ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ຄະນະບໍລິຫານກຸ່ມບໍລິສັດດີພີເອັດສ໌ ຈໍາກັດ ຄະນະອໍານວຍການຟາມພູຕາເວັນ ບັນດາທູຕານຸທູດ ອົງການຈັດຕັ້ງສາກົນ ພະນັກງານ ວິຊາການ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
SPS_8574
     ທ່ານ ໄກເພັດ ດວງປະເສີດ ປະທານກຸ່ມບໍລິສັດ ດີພີເອັດສ໌ ຈໍາກັດ ໃຫ້ຮູ້ວ່າ ຟາມພູຕາເວັນ ເປັນນຶ່ງໃນໂຄງການຮ່ວມມືລະຫວ່າງ ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ທະນາຄານພັດທະນາອາຊີ ຫຼື ADB ໃນໂຄງການສົ່ງເສີມການທ່ອງທ່ຽວ ແລະ ອົງການ GIZ ໂຄງການສົ່ງເສີມມາດຕະຖານ ໂຮມທັງອົງການຈັດຕັ້ງສາກົນອື່ນໆ ໂຄງການນີ້ແມ່ນເນັ້ນໃສ່ການຜະລິດກະສິກໍາແບບຍືນຍົງ ແລະ ຕິດພັນກັບການທ່ອງທ່ຽວ ໃນຮູບແບບກະສິກໍາ-ການທ່ອງທ່ຽວ ແລະ ອະນຸຮັກສິ່ງແວດລ້ອມທໍາມະຊາດ ທັງມີເປົ້າໝາຍສ້າງສະຖານທີ່ແຫ່ງນີ້ໃຫ້ກາຍເປັນສະຖາບັນການສຶກສາ ທັດສະນະສຶກສາ ຮຽນຮູ້ດ້ານການກະເສດ ແລະ ທ່ອງທ່ຽວ ເປັນບ່ອນປະຕິບັດໂຕຈິງຂອງບັນດານັກສຶກສາ ປະຊາຊົນ ແລະ ຜູ້ປະກອບການທີ່ມີຄວາມສົນໃຈ ປັດຈຸບັນ ຟາມພູຕາເວັນ ກໍມີຫຼາກຫຼາຍກິດຈະກໍາເຊັ່ນ ການປູກຝັງ ລ້ຽງສັດ ການທ່ອງທ່ຽວ ແລະ ອື່ນໆ ເຊິ່ງຫວັງຢ່າງຍິ່ງວ່າ ຟາມພູຕາເວັນແຫ່ງນີ້ ຈະກາຍເປັນໂຕແບບທີ່ດີດ້ານການກະເສດແບບຍືນຍົງ ເປັນແຫຼ່ງສຶກສາ ຄົ້ນຄວ້າທາງດ້ານກະສິກໍາ ແລະ ເປັນແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນການສ້າງຈຸດໝາຍປາຍທາງການທ່ອງທ່ຽວຂອງ ສປປ.ລາວ ໃຫ້ມີຄວາມໂດດເດັ່ນໃນພາກພື້ນ ແລະ ອາຊຽນ.
SPS_8583
ຂ່າວ/ພາບ: ເທບພະວົງ
ຟາມພູຕາເວັນ ເປີດບໍລິການຢ່າງເປັນທາງການແລ້ວ Reviewed by makarow on 9:14:00 PM Rating: 5

Contact Form

Name

Email *

Message *

Powered by Blogger.