ກົມປູກຝັງ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາການກວດກາ ແລະ ກັກກັນພືດ
ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດແຄມຊີວິສະວະກໍາຈໍາກັດ ສປ.ຈີນ ໄດ້ຕົກລົງກັນດໍາເນີນການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງພື້ນຖານໂຄງລ່າງການກວດ ແລະ ກັັກກັນພືດປະຈໍາດ່ານສາກົນໃນຂອບເຂດທົ່ວປະເທດ ແນໃສ່ປົກປ້ອງການຜະລິດກະສິກໍາ ແລະ ປ່າໄມ້ ທັງຮັບປະກັນດ້ານຄວາມປອດໄພຂອງການຜະລິດ ສົ່ງເສີມການພັດທະນາດ້ານການຄ້າລະຫວ່າງປະເທດ ໃຫ້ເກີດຜົນປະໂຫຍດສູງສຸດທາງດ້ານ ເສດຖະກິດ-ສັງຄົມ ແລະ ລະບົບນິເວດວິທະຍາຂອງ ສປປ.ລາວ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍໂຄງການພັດທະນາການກວດກາ ແລະ ກັກກັນພືດ ລະຫວ່າງກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຂອງລາວ ແລະ ບໍລິສັດແຄມຊີວິສາວະກໍາຈໍາກັດຂອງຈີນ ໄດ້ຈັດຂຶ້ນໃນ ວັນທີ 20 ມັງກອນ 2017 ທີ່ກະຊວງກະສິກໍາ ແລະ ປ່າໄມ້ ເຊິ່ງຮ່ວມລົງນາມໂດຍທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ເຫວີຍ ບາວຜິງ (Wei Baoping) ຜູ້ຕາງໜ້າບໍລິສັດແຄມຊີວິສະວະຫໍາຈໍາກັດ ແລະ ຮ່ວມລົງນາມເປັນພະຍານໂດຍທ່ານ ບຸນໄອ ໜູນວນນະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ທ່ານ ເຢົາປິນ (Yao Bin) ປະທານກຸ່ມບໍລິສັດ Krittaphong ສປ.ຈີນ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ຫັວງ ກິຮຸຍ (Wang Qihui) ຫົວໜ້າທີ່ປຶກສາເສດຖະກິດ ແລະ ການຄ້າ ປະຈໍາ ສະຖານທູດຈີນ ປະຈໍາ ສປປ.ລາວ ມີພະນັກງານວິຊາການທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ກົມປູກຝັງ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາການກວດກາ ແລະ ກັກກັນພືດ
Reviewed by makarow
on
12:12:00 AM
Rating:
Reviewed by makarow
on
12:12:00 AM
Rating:


