ເກີດເຫດຍິງກັນດຸເດືອດຢູ່ພາກຕາເວັນຕົກເຢແມນ ເຮັດໃຫ້ປະຊາຊົນຢ່າງໜ້ອຍ 69 ຄົນເສຍຊີວິດ
ກອງທັບເຢແມນໄດ້ໃຫ້ຮູ້ໃນວັນທີ 22 ມັງກອນນີ້ວ່າ: ໃນ 24 ຊົ່ວໂມງທີ່ຜ່ານມາ, ໄດ້ຍິງປະທະກັນກັບກຸ່ມປະກອບອາວຸດຮຸຊິດຢູ່ທ່າກຳປັ່ນໂມຊາແຄມຝັ່ງທະເລທາງພາກຕາເວັນຕົກຂອງປະເທດຕົນຢ່າງດຸເດືອດ.
ເຈົ້າໜ້າທີ່ທ່ານໜຶ່ງໃນກອງບັນຊາການເຂດສູ້ຮົບທີ 4 ຂອງເຢແມນບອກນັກຂ່າວວ່າ: ກອງທັບລັດຖະບານເຢແມນໄດ້ບຸກເຂົ້າທ່າກຳປັ່ນໂມຊາເປັນກ້າວໆເຊິ່ງມາຮອດປັດຈຸບັນສາມາດຍຶດບາງເຂດໄດ້ຄືນແລ້ວ. ຂະນະທີ່ສອງຝ່າຍພວມຍິງປະທະກັນຢ່າງດຸເດືອດຢູ່ສະໜາມຮົບພາກພື້ນດິນ, ກອງທັບລັດຖະບານຈະສືບຕໍ່ບຸກໂຈມຕີທ່າກຳປັ່ນໂມຊາ ແລະໃນຄັ້ງນີ້, ກຳລັງທະຫານຮ່ວມຈາກຫຼາຍປະເທດທີ່ນຳໂດຍອາຣະບີ ຊາອຸດິດກໍໄດ້ເຂົ້າຮ່ວມເຊັ່ນດຽວກັນ.
ເຈົ້າໜ້າທີ່ສາທາລະນະສຸກທ້ອງຖິ່ນໃຫ້ຮູ້ວ່າ: ຕະຫຼອດໄລຍະ 24 ຊົ່ວໂມງຜ່ານມາ, ມີຜູ້ປະກອບອາວຸດຮຸຊິດ 50 ກວ່າຄົນ ແລະ ນັກຮົບຂອງກອງທັບລັດຖະບານ 19 ຄົນເສຍຊີວິດ.
ເກີດເຫດຍິງກັນດຸເດືອດຢູ່ພາກຕາເວັນຕົກເຢແມນ ເຮັດໃຫ້ປະຊາຊົນຢ່າງໜ້ອຍ 69 ຄົນເສຍຊີວິດ
Reviewed by makarow
on
4:39:00 PM
Rating:
Reviewed by makarow
on
4:39:00 PM
Rating:



