ລາວກຽມສ້າງເຂື່ອນໄຟຟ້າແມ່ນ້ຳຂອງຕື່ມອີກ ຢູ່ປາກແບງ ----------------------------------------
ລັດຖະບານ ສປປ ລາວ ກະກຽມຄວາມພ້ອມ ໃນທຸກດ້ານ ເພື່ອຈັດຕັ້ງປະຕິບັດໂຄງການພັດທະນາເຂື່ອນໄຟຟ້ານໍ້າຂອງ ແຫ່ງທີ 3 ຕື່ມອີກຢູ່ຈຸດ ປາກແບງລະຫວ່າງ ເມືອງ ເງິນ ແຂວງໄຊຍະບູລີ ແລະ ເມືອງປາກແບງ ແຂວງອຸດົມໄຊ, ຄາດວ່າຫາກເປັນໄປຕາມແຜນ ຄາດວ່າຈະລົງ ມືກໍ່ສ້າງໃນທ້າຍປີ 2017 ນີ້. ປັດຈຸບັນ ຍັງຢູ່ໃນລະຫວ່າງ ການສຶກສາ-ສຳຫລວດ ຂັ້ນທຸດທ້າຍ, ພ້ອມ ທັງນຳສະເໜີເອກະສານທີ່ກ່ຽວຂ້ອງກັບ ໂຄງການໄປຍັງປະເທດເພື່ອນມິດລຸ່ມແມ່ນ້ຳຂອງ ເພື່ອຮັບຊາບ ເປັນຕົ້ນ ແມ່ນປະເທດໄທ, ກຳປູເຈຍ ແລະ ສສ ຫວຽດນາມ.
ບໍລິສັດ ຕ້າຖັງ ສປ ຈີນ ເປີດເຜີຍໃນວັນທີ 18 ມັງກອນ 2017 ນີ້ວ່າ: ການກໍ່ສ້າງໂຄງການດັ່ງກ່າວ ຈະນຳໃຊ້ມາດຕະຖານ ດ້ານເຕັກລະດັບສາກົນ, ຕົວເຂື່ອນຈະມີຄວາມຍາວເກືອບ 1.000 ແມັດ, ສັນເຂື່ອນ ຈະສູງປະມານ 64 ແມັດ, ປະກອບມີຈັກ ປັ່ນໄຟຈຳນວນ 16 ເຄື່ອງ, ມີກຳລັງຕິດຕັ້ງ 912 ເມກາວັດ, ມີລະບົບປ່ອຍຂີ້ຕົມລອດພື້ນແບບອັດຕະໂນມັດ (ຕະກອນ), ມີຊ່ອງທາງເດີນເຮືອແບບລິບຍົກ ນ້ຳໜັກໄດ້ປະມານ 500 ໂຕນ. ພ້ອມນັ້ນ ຍັງໄດ້ພັດທະນາຊ່ອງ ທາງສຳລັບປາຂຶ້ນ-ລົງດ້ານຂ້າງຂອງເຂື່ອນ ເຊິ່ງມີຄວາມ ກວ້າງປະມານ 15 ແມັດ ແລະ ຍາວ ປະມານ 1.000 ແມັດ ເຮັດໃຫ້ປາສາມາດ ຂຶ້ນ-ລົງ ໄດ້ຢ່າງສະດວກສະບາຍ, ລວມມູນຄ່າກໍ່ສ້າງທັງໝົດປະມານ 2 ກວ່າຕື້ໂດລາສະຫະລັດ, ຄາດຄະເນ ການກໍ່ສ້າງເຂື່ອນແຫ່ງນີ້ຮອດປີ 2022 ຈະໃຫ້ໄດ້ທົດລອງແລ່ນເຄື່ອງປັ່ນໄຟຟ້າ ຈຳນວນ 2 ໜ່ວຍ, 2023 ຈະໃຫ້ທົດລອງປັ່ນໄຟທັງໝົດ 16 ເຄື່ອງ ແລະ 2024 ຈະໃຫ້ສຳເລັດ ສົມບູນ, ທັງເປັນການຜະລິດ ແລະ ຈໍາໜ່າຍໄຟຟ້າຢ່າງເປັນທາງການ ເຊິ່ງຈະນຳຜົນປະໂຫຍດທາງເສດຖະກິດແກ່ ສປປ ລາວ ຢ່າງຫລວງຫລາຍ.
ທ່ານ ຈັນສະແຫວງ ບຸນຍົງ ວ່າການຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງ ການລວມມີ 7 ບ້ານ, ມີປະຊາກອນ 1.000 ກວ່າຄົນ, ໃນນີ້ຈະໄດ້ຮັບການຍົກຍ້າຍພຽງບ້ານດຽວ ແລະ ສ່ວນທີ່ເຫລືອຈະໄດ້ຮັບການຫຍັບຍ້າຍ ໂດຍຈະໄດ້ປະຕິບັດນະໂຍບາຍຊົດເຊີຍ ແລະ ຊ່ວຍເຫລືອຕາມຄວາມເໝາະສົມ ໂດຍສະເພາະຈັດສັນ ເນື້ອທີ່ດິນພ້ອມ ທີ່ຢູ່ອາໄສ, ພື້ນຖານໂຄງລ່າງເສັ້ນທາງ, ນໍ້າສະອາດ, ໄຟຟ້າ, ໂຮງຮຽນ, ສຸກສາລາ ແລະ ອື່ນໆ ຕະຫລອດເຖິງການ ເບິ່ງແຍງດ້ານສະບຽງອາຫານ ທີ່ຈຳເປັນໃນເບືອງຕົ້ນ./.
ຂ່າວ-ພາບ:ຣາຊະວົງ ຂປລ
ລາວກຽມສ້າງເຂື່ອນໄຟຟ້າແມ່ນ້ຳຂອງຕື່ມອີກ ຢູ່ປາກແບງ ----------------------------------------
Reviewed by makarow
on
1:11:00 AM
Rating:
Reviewed by makarow
on
1:11:00 AM
Rating:


