ຍອດປະລິມານການຜະລິດນ້ຳມັນດິບຂອງ OPEC ຫຼຸດລົງໃນເດືອນທັນວາ 2016
ປະລິມານການຜະລິດນ້ຳມັນດິບຂອງອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ
(OPEC) ໄດ້ຫຼຸດລົງໃນເດືອນທັນວາ ປີ 2016
ແຕ່ວ່າຍັງຢູ່ສູງກວ່າລະດັບປະລິມານ
ຊຶ່ງປະເທດຕ່າງໆໄດ້ໃຫ້ສັນຍາຕັດຫຼຸດຕາມຂໍ້ຕົກລົງທີ່ມີຜົນບັງຄັບໃຊ້
ນັບແຕ່ເດືອນມັງກອນປີນີ້ເປັນຕົ້ນໄປ.ບົດລາຍງານປະຈຳເດືອນຂອງ OPEC ທີ່ນຳອອກມາປະກາດ ເມື່ອວັນທີ 18 ມັງກອນທີ່ຜ່ານມານັ້ນ ລະບຸວ່າ ຍອດປະລິມານການຜະລິດນ້ຳມັນດິບຂອງ OPEC ໃນເດືອນທັນວາ ປີ 2016 ຫຼຸດລົງ 221.000 ບາເຣນ/ວັນ ເມື່ອທຽບໃສ່ເດືອນກ່ອນໜ້ານັ້ນ ໂດຍລົງມາຢູ່ທີ່ 33,1 ລ້ານບາເຣນ/ວັນ.
ຂໍ້ຕົກລົງທີ່ໄດ້ລົງນາມເມື່ອວັນທີ 30 ພະຈິກ 2016 ນັ້ນລະບຸວ່າ ບັນດາປະເທດສະມາຊິກ OPEC ຈະຕັດຫຼຸດເຟດານປະລິມານການຜະລິດນ້ຳມັນລົງໃຫ້ຍັງເຫຼືອ 32,5 ລ້ານບາເຣນ/ວັນ ຂໍ້ຕົກລົງດັ່ງກ່າວ ຊຶ່ງມີຜົນບັງຄັບໃຊ້ມາຕັ້ງແຕ່ວັນທີ 1 ມັງກອນປີນີ້ ແມ່ນເພື່ອຫຼຸດຜ່ອນສະພາບເຫຼືອແຫຼ່ງສະໜອງໃນທົ່ວໂລກ ທີ່ໄດ້ເຮັດໃຫ້ລາຄານ້ຳມັນຕົກຕ່ຳໃນສອງປີກວ່າທີ່ຜ່ານມາ.
ອາຣາບີ ຊາອຸດິດ ຊຶ່ງເປັນປະເທດສະມາຊິກເສົາຄ້ຳຂອງ OPEC ໄດ້ຕັດຫຼຸດປະລິມານການຜະລິດໃນເດືອນທັນວາ 2016 ລົງ 10,5 ລ້ານບາເຣນ/ວັນ ຫຼຸດລົງ 149.000 ບາເຣນ/ວັນ ເມື່ອທຽບໃສ່ລະດັບໃນເບື້ອງຕົ້ນ ໃນຂະນະດຽວກັນ ອາລເຊຣີ ເອກົວດໍ ກາບົງ ນີເຊເຣຍ ກາຕາ ສະຫະລັດນະຄອນ ອາຣັບ ເອມີເຣດ (UAE) ແລະ ເວເນຊູເອລາ ຕ່າງກໍ່ຕັດຫຼຸດປະລິມານການຜະລິດນ້ຳມັນລົງຕາມໆກັນ.
ຂໍ້ຕົກລົງທີ່ໄດ້ຮັບການລົງນາມນັ້ນລະບຸວ່າ ປະລິມານການຜະລິດນ້ຳມັນດິບຂອງ ອາຣາບີ ຊາອຸດິດ ຈະຫຼຸດລົງ 10,1 ລ້ານບາເຣນ/ວັນ ຂອງກູເວດ ຫຼຸດລົງ 2,7 ລ້ານບາເຣນ/ວັນ ແລະ ຂອງ UAE ຫຼຸດລົງ 2,9 ລ້ານບາເຣນ/ວັນ ເຖິງຢ່າງໃດກໍ່ຕາມ ອີຣັກ ຊຶ່ງເປັນປະເທດຜູ້ຜະລິດນ້ຳມັນດິບໃຫຍ່ທີສອງຂອງ OPEC ພັດຍົກປະລິມານການຜະລິດນ້ຳມັນຂຶ້ນຕື່ມ 43.000 ບາເຣນ/ວັນ ຂຶ້ນເປັນ 4,6 ລ້ານບາເຣນ/ວັນ (ທຽບໃສ່ລະດັບເຟດານທີ່ 4,4 ລ້ານບາເຣນ/ວັນ).
ໃນຂະນະດຽວກັນນັ້ນ ປະລິມານການຜະລິດນ້ຳມັນຂອງອີຣານ ເພີ່ມຂຶ້ນຕື່ມ 10.000 ບາເຣນ/ວັນ ຂຶ້ນເປັນ 3,7-3,8 ລ້ານບາເຣນ/ວັນ ແລະ ຂອງກູເວດ ກໍ່ເພີ່ມຂຶ້ນເປັນ 2,8 ລ້ານບາເຣນ/ວັນ.
ຍອດປະລິມານການຜະລິດນ້ຳມັນດິບຂອງ OPEC ຫຼຸດລົງໃນເດືອນທັນວາ 2016
Reviewed by makarow
on
1:35:00 AM
Rating:

