ຂ່າວດ່ວນ

ຂ່າວອື່ນໆ

random

2017 ລັດຖະບານ ຈະກວດກູ້ພື້ນທີ່ ລະເບີດບໍ່ທັນແຕກ ໃຫ້ໄດ້ 4.500 ເຮັກຕາ

ໃນປີ 2017 ນີ້, ລັດຖະບານ ຈະສືບຕໍ່ສຳຫລວດ ແບບບໍ່ແມ່ນວິຊາການ ໃຫ້ໄດ້ 950 ບ້ານ ເພື່ອຊອກຫາຈຸດຫລັກຖານ ລະເບີດບໍ່ທັນແຕກ ແລະ ສຳຫລວດວິຊາການ ໃຫ້ໄດ້ 338 ບ້ານ ເພື່ອຊອກຫາພື້ນທີ່ລະເບີດ ບໍ່ທັນແຕກ ແລະ ດຳເນີນການກວດກູ້ພື້ນທີ່ ທີ່ຢືນຢັນວ່າ ມີລະເບີດບໍ່ທັນແຕກ ໃຫ້ໄດ້ປະມານ 4.500 ເຮັກຕາ, ພ້ອມທັງສືບຕໍ່ຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ຈາກລະເບີດຕົກຄ້າງ ໃນດ້ານການປິ່ນປົວ ແລະ ຟື້ນຟູສຸຂະພາບຕົວຈິງ, ປະກອບອາຊີບ ໃຫ້ເຂົາເຈົ້າ ກໍຄືສືບຕໍ່ໂຄສະນາ ເຜີຍແຜ່ຜົນຮ້າຍ ຂອງລະເບີດບໍ່ທັນແຕກ ແນ່ໃສ່ຫລຸດຈຳນວນ ຜູ້ຖືກບາດເຈັບ-ເສຍຊີວິດ ໃຫ້ຕ່ຳກວ່າ 50 ຄົນ.

ທ່ານ ພູ​ຂຽວ ຈັນທະ​ສົມບູນ ຫົວໜ້າ​ຫ້ອງການ ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ(ຄກຊລ) ​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ ​ໃນ​ວັນ​ທີ 13 ມັງກອນ 2016 ນີ້​ວ່າ: ຕາມຂໍ້ມູນທີ່ບັນທຶກໄວ້ໃນ ໄລຍະສົງຄາມຕ້ານຈັກກະພັດ, ລາວເຮົາໄດ້ຖືກ ລະເບີດຖີ້ມລົງ ໃສ່ປະມານ 3 ລ້ານໂຕນ, ໃນນີ້ ມີລະເບີດລູກຫວ່ານ ຫລາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າມີປະມານ 30% ຂອງລະເບີດດັ່ງກ່າວ ແມ່ນຍັງບໍ່ທັນແຕກ ເຊິ່ງຕົກຄ້າງຢູ່​ເກືອບ​ທົ່ວ​ປະ​ເທດ, ໃນນີ້, ​ແຂວງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ ຫລາຍກວ່າ​ໝູ່​ແມ່ນ ແຂວງຊຽງ​ຂວາງ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ເຊກອງ, ຄໍາມ່ວນ, ບໍລິ​ຄຳ​ໄຊ, ຈຳປາສັກ ​ແລະ ຫລວງພະບາງ.

ຕະຫລອດໄລທີ່ຜ່ານມາ ລັດຖະບານ ສປປ ລາວ ​ໄດ້​ມີ​ຄວາມ​ພະຍາຍາມ​ສູງ ໃນ​ການ​ແກ້​ໄຂ​ ບັນຫາລະ​ເບີດ​ບໍ່​ທັນ​ແຕກ ທີ່ຕົກຄ້າງ ໃນສະໄໝສົງຄາມ ​ເຊິ່ງ​ມາຮອດປັດຈຸບັນ ສາມາດກວດກູ້ເນື້ອທີ່ ໄດ້ທັງ​ໝົດ
29.701 ເຮັກຕາ, ໃນນີ້ ດິນກະສິກຳ ມີຈຳນວນ 18.541 ເຮັກຕາ, ດິນພັດທະນາ 11.160 ເຮັກຕາ ແລະ ສາມາດທຳລາຍລະເບີດບໍ່ທັນແຕກ ໄດ້ທັງໝົດ 552.968 ໜ່ວຍ, ໃນນີ້ ມີລະເບີດລູກຫວ່ານ 259.421 ໜ່ວຍ, ບົມໃຫຍ່ 1.489 ໜ່ວຍ, ມິນ 837 ໜ່ວຍແລະ ສຳພາວຸດອື່ນໆ ຈຳນວນຫລາຍ. ພ້ອມນັ້ນ, ຍັງສາມາດຊ່ວຍເຫລືອ ປິ່ນປົວຟື້ນຟູສຸຂະພາບໃຫ້ຜູ້ລອດຊີວິດ ຈາກລະເບີດຕົກຄ້າງແລະ ປະກອບອາຊີບໃຫ້ເຂົາເຈົ້າ ໄດ້ຫລາຍກວ່າ 1.500 ຄົນ, ​ພ້ອມທັງ ໄດ້ສຸມໃສ່​ໂຄສະນາ​ໃຫ້ຮູ້ຜົນ​ຮ້າຍ ​ຂອງລະເບີດບໍ່ທັນແຕກ ຢູ່​ເຂດ​ທີ່​ມີ​ຜົນ​ກະທົບ ​ເຊິ່ງ​ເຮັດ​ໃຫ້ ​ຈຳນວນ​ຜູ້​ຖືກ​ເຄາະ​ຮ້າຍ​ຫລຸດ​ລົງ ​ເປັນ​ກ້າວໆ./. ຂປລ
2017 ລັດຖະບານ ຈະກວດກູ້ພື້ນທີ່ ລະເບີດບໍ່ທັນແຕກ ໃຫ້ໄດ້ 4.500 ເຮັກຕາ Reviewed by makarow on 12:39:00 AM Rating: 5

Contact Form

Name

Email *

Message *

Powered by Blogger.