ລາວ-ສິງກະໂປ ຮ່ວມມືພັດທະນາດ້ານການແພດກາຍະບຳບັດ
ໃນໂອກາດທີ່ທ່ານ
ດຣ. ໂທນີ ທານເກັງຢຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ
ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ
ລາວ ໃນວັນທີ 13 ມັງກອນ 2017
ຄະນະຜູ້ແທນໄດ້ເດີນທາງຢ້ຽມຢາມໂຄງການຮ່ວມມືຍົກລະດັບການສຶກສາ
ດ້ານກາຍະບຳບັດ ຢູ່ຄະນະເຕັກນິກການແພດ
ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ນຳທາງໂດຍທ່ານ ບຸນກອງ ສີຫາວົງ
ລັດຖະມົນຕີກະຊວງສາທາລະນະສຸກ ລັດຖະມົນຕີກຽດຕິຍົດ ມີທ່ານ ພູທອນ
ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ອະທິການບໍດີ ຄະນະບໍດີ
ພະນັກງານຄູ-ອາຈານ ແລະ ນັກສຶກສາ ມວສ ໃຫ້ການຕ້ອນຮັບ.ສະຖາບັນການສຶກສາ ມວສ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1958 ປັດຈຸບັນປະກອບມີ 7 ຄະນະ ໃນນັ້ນ ລວມມີຄະນະເຕັກນິກການແພດທີ່ເປີດສອນຫຼັກສູດ ເພື່ອເປັນກາຍະບຳບັດຊ່າງອົງຄະທຽມ ແລະ ເຄື່ອງຄ້ຳຊູ-ຊ່າງລັງສີ-ຮູບພາບການແພດ ແລະ ຊ່າງວິເຄາະການແພດ ສຳລັບຫຼັກສູດການຮຽນຂອງຄະນະເຕັກນິກການແພດແມ່ນມີທັງໝົດ 8 ຫຼັກສູດ ເຊິ່ງລວມເອົາຫຼັກສູດປະລິນຍາຕີ ແລະ ອະນຸປະລິນຍາ ສຳລັບໂຄງການຮ່ວມມື ລາວ-ສິງກະໂປ ແມ່ນໂຄງການຍົກລະດັບການສຶກສາດ້ານກາຍະບຳບັດ ເຊິ່ງຈະຊ່ວຍປັບປຸງຫຼັກສູດປະລິນຍາຕີ ພາກວິຊາກາຍະບຳບັດຂອງເຕັກນິກການແພດ ມວສ ໃຫ້ມີຄວາມຮູ້ ເພື່ອສາມາດນຳເອົາໄປໃຊ້ສິດສອນໃນຫຼັກສູດການຮຽນໃຫ້ໄດ້ຮັບການປັບປຸງດີຂຶ້ນ ພ້ອມທັງຊ່ວຍເພີ່ມຄວາມຮັບຮູ້ກ່ຽວກັບວິທີການໃໝ່ໆທາງດ້ານກາຍະບຳບັດ ແລະ ການປິ່ນປົວແບບຕ່າງໆລະຫວ່າງນັກກາຍະບຳບັດ.
ກ່ອນທີ່ໂຄງການຮ່ວມມືຈະສິ້ນສຸດໃນປີ 2018 ຄາດວ່າຫຼັກສູດການຮຽນ-ການສອນ ຈະໄດ້ຮັບການປັບປຸງຫຼາຍຢ່າງ ໂດຍສະເພາະ ຄູເຝິກຕົ້ນແບບທີ່ຜ່ານການອົບຮົມຈາກໂຄງການຢ່າງໜ້ອຍ 30 ຄົນຕໍ່ປີ ພາຍຫຼັງສຳເລັດການສຶກສານັກສຶກສາຈະສາມາດປິ່ນປົວຄົນເຈັບໄດ້ຢ່າງໜ້ອຍ 10 ຄົນຕໍ່ເດືອນ ແລະ ຊ່ວຍຄົນເຈັບໄດ້ປະມານ 3.600 ຄົນຕໍ່ປີ ນັບແຕ່ການຈັດຕັ້ງປະຕິບັດໂຄງການມາ ໃນປີ 2016 ບັນດາອາສາສະໝັກທາງການແພດຂອງກຸ່ມບໍລິສັດ Sing Health ພາຍໃຕ້ໂຄງການ Singapore International Volunteers ຂອງມູນນິທິ SIF ໄດ້ດຳເນີນຈັດເຝິກອົບຮົມໄປແລ້ວຈຳນວນ 4 ຄັ້ງ ມີຜູ້ເຂົ້າຮ່ວມ 136 ຄົນ ນອກນັ້ນຍັງໄດ້ຈັດສຳມະນາ ກ່ຽວກັບໂຄງການຟື້ນຟູໜ້າທີ່ການ ຕາມຫຼັກການຕົວຈິງນຳອີກ ໂຄງການດັ່ງກ່າວ ຍັງກາຍເປັນຫຼັກໝາຍອັນໜຶ່ງແຫ່ງການພົວພັນຮ່ວມມືມິດຕະພາບລະຫວ່າງມູນນິທີ SIF ແລະ ຊຸມຊົນແຫ່ງຕ່າງໆໃນປະເທດລາວ ເພື່ອຍົກລະດັບຊີວິດການເປັນຢູ່ ແລະ ສ້າງມິດຕະພາບອັນຍືນຍົງ. (ຫນັງສືພິມວຽງຈັນໃຫ່ມ)
ລາວ-ສິງກະໂປ ຮ່ວມມືພັດທະນາດ້ານການແພດກາຍະບຳບັດ
Reviewed by makarow
on
12:35:00 AM
Rating:

