ຂ່າວດ່ວນ

ຂ່າວອື່ນໆ

random

ສໍາເລັດງານແຂ່ງຂັນກິລາວິທະຍາໄລຄັ້ງທີ່ V ຫລວງພະບາງ




ງານແຂ່ງຂັນນັກກິລາວິຊາຊີບ ສະຖາບັນການສຶກສາຊັ້ນສູງ ຫຼື ກິລາວິທະຍາໄລຄັ້ງທີ່ V ໄດ້ຈັດຂື້ນຢູ່ທີ່ ວິທະຍາໄລຄູຫຼວງພະບາງ ໃນລະຫວ່າງວັນທີ່ 06 ມັງກອນ ແລະ ປິດລົງໃນວັນທີ່ 15 ມັງກອນ 2017 ໂດຍການເປັນປະທານຂອງທ່ານ ປະລິນຍາໂທ ບຸນສຸວັນ ລັດຕະນາ ອໍານວຍການວິທະຍາໄລຄູຫຼວງພະບາງ, ເປັນກຽດເຂົ້າຮ່ວມຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງທ່ານ ຊາຍສະຫວັນ ຈັນມານິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ມີອະທິການບໍດີ, ຮອງອະທິການບໍດີ, ຜູ້ອໍານວຍການ, ຮອງອໍານວຍການວິທະຍາໄລ 10 ແຫ່ງ, ແຂກທີ່ຖືກເຊີນ, ກ້ອນກໍາລັງຕ່າງໆ, , ກໍາມະການຕັດສິນມີທັງໝົດ 14 ທ່ານ, ຍິງ 03 ທ່ານ ແລະ ນັກກິລາຈາກ 10 ສະຖາບັນ ຈໍານວນ 456 ຄົນ,ຜູ້ຊົມຜູ້ເຊຍລວມທັງໝົດ 1.000 ກ່ວາຄົນ
ທ່ານ ທອງຫຼໍ່ ຄຸນສະຫວັດ ຮອງອໍານວຍການວິທະຍາໄລຄູຫຼວງພະບາງ ໄດ້ຂື້ນລາຍງານຜົນຂອງການແຂ່ງຂັນກິລາຄັ້ງນີ້ວ່າ: ການແຂ່ງຂັນໃນຄັ້ງນີ້ມີ 4 ປະເພດຄື: ບານເຕະຍິງ-ຊາຍ, ບານສົ່ງຍິງ-ຊາຍ, ກະຕໍ້ຍິງ-ຊາຍ ແລະ ເປຕັງຍິງ-ຊາຍ. ງົບປະມານທີ່ນໍາໃຊ້ເຂົ້າໃນການແຂ່ງຂັນຈໍານວນ 124.910.000 ກີບ, ໃນນີ້ ງົບປະມານປະກອບສ່ວນຈາກ 10 ສະຖາບັນຈໍານວນ 122.000.000 ກີບ ສ່ວນວິທະຍາໄລຄູຫຼວງພະບາງໃນນາມເຈົ້າພາບຈ່າຍເພີ່ມຕື່ມ 2.910.000 ກີບ.ການແຂ່ງຂັນກິລາໄດ້ດໍາເນີນໄປດ້ວຍຄວາມເຂັ້ມແຂງ,ເບີກບານມ່ວນຊື່ນ ດ້ວຍມິດໄມຕີລະຫວ່າງນັກກິລາດ້ວຍກັນ ຜົນປາກົດວ່າປະເພດກິລາເປຕັງຍິງມີ 10 ທີມ ອັນດັບ 1 ທີມກິລານັກສຶກສາ ມະຫາວິທະຍາໄລສຸພານຸວົງ, ອັນດັບ 2 ທີມກິລານັກສຶກສາ ວິທະຍາໄລຄູຫຼວງພະບາງ, ອັນດັບ 3 ທີມກິລານັກສຶກສາ ວິທະຍາໄລການເງິນພາກເໜືອ, ອັນດັບ 4 ທີມກິລານັກສຶກສາ ວິທະຍາໄລກະສິກໍາ-ປ່າໄມ້ພາກເໜືອ. ປະເພດກິລາເປຕັງຊາຍມີ 10 ທີມ ອັນດັບ 1 ທີມກິລານັກສຶກສາ ມະຫາວິທະຍາໄລສຸພານຸວົງ, ອັນດັບ 2 ທີມກິລານັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ, ອັນດັບ 3 ທີມກິລານັກສຶກສາ ວິທະຍາໄລການເງິນພາກເໜືອ, ອັນດັບ 4 ທີມກິລານັກສຶກສາ ສະຖາບັນຍຸຕິທໍາພາກເໜືອ. ປະເພດກິລາກະຕໍ້ຍິງມີ 6 ທີມ ອັນດັບ 1 ທີມກິລານັກສຶກສາ ວິທະຍາໄລຄູຫຼວງພະບາງ, ອັນດັບ 2 ທີມກິລານັກສຶກສາ ວິທະຍາໄລກະສິກໍາ-ປ່າໄມ້ພາກເໜືອ, ອັນດັບ 3 ທີມກິລານັກສຶກສາ ວິທະຍາໄລການເງິນພາກເໜືອ, ອັນດັບ 4 ທີມກິລານັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ. ປະເພດກິລາກະຕໍ້ຊາຍມີ 7 ທີມ ອັນດັບ 1 ທີມກິລານັກສຶກສາ ມະຫາວິທະຍາໄລສຸພານຸວົງ, ອັນດັບ 2 ທີມກິລານັກສຶກສາ ວິທະຍາໄລຄູຫຼວງພະບາງ, ອັນດັບ 3 ທີມກິລານັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ, ອັນດັບ 4 ທີມກິລານັກສຶກສາ ວິທະຍາໄລການເງິນພາກເໜືອ. ປະເພດກິລາບານສົ່ງຍິງມີ 6 ທີມ ອັນດັບ 1 ທີມກິລານັກສຶກສາ ວິທະຍາໄລຄູຫຼວງພະບາງ, ອັນດັບ 2 ທີມກິລານັກສຶກສາ ມະຫາວິທະຍາໄລສຸພານຸວົງ, ອັນດັບ 3 ທີມກິລານັກສຶກສາ ວິທະຍາໄລການເງິນພາກເໜືອ, ອັນດັບ 4 ທີມກິລານັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ, ປະເພດກິລາບານສົ່ງຊາຍມີ 7 ທີມ ອັນດັບ 1 ທີມກິລານັກສຶກສາ ມະຫາວິທະຍາໄລສຸພານຸວົງ, ອັນດັບ 2 ທີມກິລານັກສຶກສາ ວິທະຍາໄລການເງິນພາກເໜືອ, ອັນດັບ 3 ທີມກິລານັກສຶກສາ ວິທະຍາໄລຄູຫຼວງພະບາງ, ອັນດັບ 4 ທີມກິລານັກສຶກສາ ວິທະຍາໄລວິທະຍາສາດສຸຂະພາບ, ປະເພດກິລາບານເຕະຍິງມີ 6 ທີມ ອັນດັບ 1 ທີມກິລານັກສຶກສາ ມະຫາວິທະຍາໄລສຸພານຸວົງ, ອັນດັບ 2 ທີມກິລານັກສຶກສາ ວິທະຍາໄລຄູຫຼວງພະບາງ, ອັນດັບ 3 ທີມກິລານັກສຶກສາ ວິທະຍາໄລການເງິນພາກເໜືອ, ອັນດັບ 4 ທີມກິລານັກສຶກສາ ວິທະຍາໄລວິທະຍາສາດສຸຂະພາບ, ປະເພດກິລາບານເຕະຊາຍມີ 8 ທີມ ອັນດັບ 1 ທີມກິລານັກສຶກສາ ມະຫາວິທະຍາໄລສຸພານຸວົງ, ອັນດັບ 2 ທີມກິລານັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ, ອັນດັບ 3 ທີມກິລານັກສຶກສາ ວິທະຍາໄລການເງິນພາກເໜືອ, ອັນດັບ 4 ທີມກິລານັກສຶກສາ ວິທະຍາໄລຄູຫຼວງພະບາງ. ນອກຈາກນີ້ຍັງມີລາງວັນດາວຊັນໂວຊາຍ-ຍິງແມ່ນ ທ້າວ ຄໍາເພັດ ແກ້ວວິໄລ ແລະ ນາງ ສົມບຸນ ແສງສີວົງ. ສະຫຼຸບຂັນລາງວັນມີທັງໝົດ 24 ຂັນໃນນັ້ນ ອັນດັບທີ 1 ແມ່ນມະຫາວິທະຍາໄລສຸພານຸວົງ ຍາດໄດ້ຮັບຂັນລາງວັນທີ 1 ມີ 6 ຂັນ ແລະ ຂັນລາງວັນທີ 2 ມີ 1 ຂັນລວມ 7 ຂັນ. ອັນດັບທີ 2 ວິທະຍາໄລຄູຫຼວງພະບາງຍາດໄດ້ ຂັນລາງວັນທີ 1 ມີ 2 ຂັນ, ຂັນລາງວັນທີ 2 ມີ 3 ຂັນ, ຂັນລາງວັນທີ 3 ມີ 1 ຂັນລວມ 6 ຂັນ. ອັນດັບທີ 3 ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງຍາດໄດ້ຂັນລາງວັນທີ 2 ມີ 2 ຂັນ, ຂັນລາງວັນທີ 3 ມີ 1 ຂັນລວມ 3 ຂັນ. ອັນດັບທີ 4  ວິທະຍາໄລການເງິນພາກເໜືອຍາດໄດ້ຂັນລາງວັນທີ 2 ມີ 1 ຂັນ, ຂັນລາງວັນທີ 3 ມີ 6 ຂັນລວມ 7 ຂັນ. ອັນດັບທີ 5 ວິທະຍາໄລກະສິກໍາ-ປ່າໄມ້ພາກເໜືອຍາດໄດ້ຂັນລາງວັນທີ 2 ມີ 1 ຂັນລວມ 1  ຂັນ, ອັນດັບທີ 6 ວິທະຍາໄລວິທະຍາສາດສຸຂະພາບ, ອັນດັບທີ 7 ມີ 4 ສະຖາບັນຄື: ວິທະຍາໄລວິຈິດສິນພື້ນເມືອງ, ສະຖາບັນຍຸຕິທໍາພາກເໜືອ, ວິທະຍາໄລໄຊຍະເດດ ແລະ ວິທະຍາໄລໂລຫວັນ.
ຈາກນັ້ນກໍ່ໄດ້ມີການມອບຂັນລາງວັນໃຫ້ນັກກິລາແຕ່ລະສະຖາບັນ ໂດຍການພັດປ່ຽນກັນຂື້ນມອບຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ,ທ່ານ ຊາຍສະຫວັນ ຈັນມານິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ພ້ອມດ້ວຍອໍານວຍການວິທະຍາໄລຄູຫຼວງພະບາງ ແລະ ອໍານວຍການວິທະຍາໄລທີ່ເຂົ້າຮ່ວມໃນຄັ້ງນີ້ຕາມລໍາດັບ.ຈາກນັ້ນກໍ່ໄດ້ມີພິທີມອບທຸງສັນຍາລັກງານແຂ່ງຂັນກິລາວິທະຍາໄລໃຫ້ວິທະຍາໄລການເງິນພາກເໜືອ ເພື່ອຈະໄດ້ຈັດງານແຂ່ງຂັນກິລາວິທະຍາໄລຄັ້ງຕໍ່ໄປໃນປີ 2017 ແລະ ພິທີປິດການແຂ່ງຂັນກິລາຄັ້ງທີ່ V ນີ້ ກໍ່ໄດ້ມີການສະແດງສິລະປະວັນນະຄະດີຈາກວິທະຍາໄລການເງິນພາກເໜືອ ແລະ ວິທະຍາໄລຄູຫຼວງພະບາງເຈົ້າພາບເຊັ່ນ: ການຮ້ອງເພງໝູ່ຍິງຊາຍ,ການຟ້ອນຊົນເຜົ່າຕ່າງໆ ແລະ ອື່ນໆ.

ຂ່າວ: ເພັດສາຄອນ ສິມມະວົງ

ສໍາເລັດງານແຂ່ງຂັນກິລາວິທະຍາໄລຄັ້ງທີ່ V ຫລວງພະບາງ Reviewed by makarow on 11:57:00 PM Rating: 5

Contact Form

Name

Email *

Message *

Powered by Blogger.