ທົ່ວໂລກ ໃຊ້ 2,3% ຂອງຍອດ GDP ໃຫ້ແກ່ການເພີ່ມແສນຍານຸພາບກອງທັບ
ໄພຄຸກຄາມຈາກການກໍ່ການຮ້າຍ
ການພິພາດດ້ວຍອາວຸດ
ການກັບມາຂອງການແກ້ງແຍ່ງອິດທິພົນໃນເວທີສາກົນ
ໄດ້ເຮັດໃຫ້ເກີດການຊຸກຍູ້ “ການຊ່ວງເສັງປະກອບອາວຸດຢູ່ໃນທົ່ວໂລກ”
ດ້ວຍລະດັບການໃຊ້ຈ່າຍສູງເປັນປະຫວັດການ ໃນປີ 2016 ຄືຢູ່ທີ່
1.568 ຕື້ໂດລາສະຫະລັດ.ບົດລາຍງານຂອງສະຖາບັນຄົ້ນຄວ້າສັນຕິພາບສາກົນສະຕົກໂຮມ (Stockholm-SIPRI) ໃຫ້ຮູ້ວ່າ ຫຼັງຈາກທີ່ໄດ້ຮັກສາ ຫຼື ຫຼຸດຄ່າໃຊ້ຈ່າຍທາງດ້ານການທະຫານມາເປັນເວລາຫຼາຍທົດສະວັດແລ້ວ ການຊ່ວງເສັງປະກອບອາວຸດໄດ້ກັບມາອີກໃນກາງປີ 2015 ດ້ວຍຈຳນວນເງິນສູງເຖິງ 1.676 ຕື້ໂດລາສະຫະລັດ ຫຼື ເທົ່າກັບ 2,3% ຂອງຍອດ GDP ທົ່ວໂລກ ໃນນັ້ນ ສ ອາເມຣິກາ ກວມເອົາ 40% ຫຼື ເປັນຈຳນວນປະມານ 622 ຕື້ໂດລາສະຫະລັດ.
ຫຼັງຈາກທີ່ໄດ້ຫຼຸດຜ່ອນອາວຸດຫຼາຍພໍສົມຄວນມາເປັນເວລາ 15 ປີ ເອີຣົບໄດ້ຫັນໄປສູ່ຍຸດທະສາດປ້ອງກັນຕົວ ໃນເຂດຂອງສະຫະພາບເອີຣົບ (EU) ປັດຈຸບັນນີ້ມີ 4 ປະເທດຈາກຈຳນວນ 28 ປະເທດທີ່ເປັນສະມາຊິກໃຫ້ການເຄົາລົບຕໍ່ຄາດໝາຍ 2% ຂອງ GDP ທີ່ໃຊ້ໃຫ້ແກ່ວຽກງານປ້ອງກັນຊາດ ໂດຍແມ່ນອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ (NATO) ກຳນົດອອກມາ ຖ້າຫາກວ່າປະເທດອື່ນໆກໍ່ປະຕິບັດຕາມຄາດໝາຍດັ່ງກ່າວແລ້ວ ຍອດຄ່າໃຊ້ຈ່າຍໃຫ້ແກ່ການທະຫານຂອງທົ່ວກຸ່ມ NATO ແມ່ນຈະຢູ່ທີ່ລະດັບ 100 ຕື້ໂດລາສະຫະລັດໃນແຕ່ລະປີ.
ຝຣັ່ງ ຢືນຢູ່ອັນດັບທີ 7 ຂອງໂລກ ກ່ຽວກັບການໃຊ້ຈ່າຍທາງດ້ານການທະຫານ ໂດຍໃຊ້ 1,7% ຂອງ GDP ໃນປີ 2017 ຝຣັ່ງຈະເພີ່ມງົບປະມານຂຶ້ນຕື່ມ ເປັນ 32,7 ຕື້ເອີໂຣ ໃນຂະນະດຽວກັນ ເຢຍລະມັນ ຈະຈ່າຍປະມານ 37 ຕື້ເອີໂຣ (ເພີ່ມຂຶ້ນປະມານ 7%) ແລະ ເປົ້າໝາຍກໍ່ແມ່ນບັນລຸເຖິງ 39 ຕື້ເອີໂຣ ພາຍໃນປີ 2020.
ຣັດເຊຍ ຢືນຢູ່ອັນດັບທີ 6 ຂອງໂລກ ກ່ຽວກັບການໃຊ້ຈ່າຍໃຫ້ແກ່ວຽກງານປ້ອງກັນຊາດ ດ້ວຍຈຳນວນປະມານ 48 ຕື້ໂດລາສະຫະລັດ ນັບແຕ່ປີ 2008 ເປັນຕົ້ນມາ ຣັດເຊຍ ໄດ້ຊຸກຍູ້ແຜນການຫັນກອງທັບເປັນທັນສະໄໝ ເພື່ອໃຫ້ໄດ້ຖານະການເປັນປະເທດມະຫາອຳນາດດ້ານການທະຫານກັບມາ.
ຢູ່ໃນເຂດຕາເວັນອອກກາງ ບັນດາປະເທດໃນເຂດອ່າວເປີເຊຍ ໄດ້ເພີ່ມປະລິມານການສັ່ງສິນຄ້າໃນການຈັດຊື້ອາວຸດຢ່າງຕໍ່ເນື່ອງ ເພື່ອຮັບມືກັບສະຖານະການຄວາມບໍ່ໝັ້ນຄົງຢູ່ໃນເຂດນີ້ ຊຶ່ງເກີດຈາກການກໍ່ການຮ້າຍ ແລະ ຍ້ອນການຊ່ວງເສັງປະກອບອາວຸດລະຫວ່າງອາຣາບີ ຊາອຸດິດ (ຈັດຢູ່ໃນອັນດັບທີ 5 ຂອງໂລກ ເປັນມູນຄ່າ 48,6 ຕື້ໂດລາສະຫະລັດ) ກັບອີຣານ.
ປາກົດການເພີ່ມງົບປະມານດ້ານການທະຫານ ກໍ່ເພີ່ມຂຶ້ນຫຼາຍຢູ່ໃນທະວີບອາຊີ ໂດຍທີ່ຄ່າໃຊ້ຈ່າຍໃຫ້ແກ່ວຽກງານປ້ອງກັນຊາດຢູ່ໃນທະວີບນີ້ ສູງກວ່າ 100 ຕື້ໂດລາສະຫະລັດ ເມື່ອທຽບໃສ່ຍອດຄ່າໃຊ້ຈ່າຍຂອງທົ່ວ EU ໃນ 10 ປີທີ່ຜ່ານມາ ຈີນໄດ້ເພີ່ມງົບປະມານດ້ານປ້ອງກັນຊາດກວ່າ 132% ຈາກການໃຊ້ຈ່າຍປະມານ 191 ຕື້ໂດລາສະຫະລັດ ເພື່ອຫັນກອງທັບໃຫ້ທັນສະໄໝນັ້ນ ປັດຈຸບັນນີ້ ຈີນເປັນປະເທດທີສອງໃນໂລກທີ່ມີງົບປະມານດ້ານປ້ອງກັນຊາດທີ່ໃຫຍ່ໂຕ ເພື່ອຮັບໃຊ້ໃຫ້ແກ່ຜົນປະໂຫຍດຍຸດທະສາດ.
ໃນຂະນະດຽວກັນ ເມື່ອບໍ່ດົນມານີ້ ອິນເດຍ ກໍ່ໄດ້ຕົກລົງເພີ່ມງົບປະມານດ້ານປ້ອງກັນຊາດຂຶ້ນຕື່ມ 8% ກ້າວຂຶ້ນມາຢູ່ອັນດັບທີ 4 ຂອງໂລກ.
ທົ່ວໂລກ ໃຊ້ 2,3% ຂອງຍອດ GDP ໃຫ້ແກ່ການເພີ່ມແສນຍານຸພາບກອງທັບ
Reviewed by makarow
on
6:27:00 PM
Rating:

