ຂ່າວດ່ວນ

ຂ່າວອື່ນໆ

random

ລາວ-ໄທ ສົ່ງເສີມການຮ່ວມມືດ້ານການຄ້າ-ການລົງທຶນ


ລາວ-ໄທ ສົ່ງເສີມການຮ່ວມມືດ້ານການຄ້າ-ການລົງທຶນ ກອງ​ປະຊຸມ​ທຸລະ​ກິດ​ລາວ-ໄທ ປີ 2017 ຈັດ​ຂຶ້ນ​ທີ່​ນະຄອນຫຼວງວຽງ​ຈັນ ລະຫວ່າງ​ວັນ​ທີ 15-16 ມັງກອນ 2017 ເປັນ​ປະທານຮ່ວມ​ຂອງ​ທ່ານ ອຸ​ເດດ ສຸວັນນະວົງ ປະທານ​ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ແລະ ທ່ານ ອາສາ ສາລະ​ສິນ ຫົວໜ້າ​ຄະນະ​ທຸລະ​ກິດ​ຝ່າຍ​ໄທ ອະດີດ​ລັດຖະມົນຕີ​ກະຊວງ​ການຕ່າງປະເທດ​ໄທ ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແລະ ບັນດານັກທຸລະກິດ​ທັງ​ສອງ​ປະເທດ ຫຼາຍ​ກວ່າ 300 ທ່ານ ກອງ​ປະຊຸມ​ຄັ້ງ​ນີ້ ​ເປັນ​ການ​ສົ່ງເສີມ​ການຮ່ວມ​ມື​ທາງ​ດ້ານ​ການ​ຄ້າ-ການລົງທຶນ ສ້າງ​ຄວາມ​ຮັບ​ຮູ້ ແລະ ເຂົ້າໃຈ​ສະພາບ​ແວດ​ລ້ອມ ເສດຖະ​ກິດ ບັນດາ​ນະໂຍບາຍ​ການລົງທຶນ​ຂອງ​ສອງ​ປະເທດ ພ້ອມທັງ​ເປັນ​ການ​ເສີມ​ສ້າງ​ຄວາມ​ສາມັກ​ຄີ ແລະ ແລກປ່ຽນ​ບົດຮຽນຂອງ​ນັກ​ລົງທຶນສອງ​ປະເທດ​ ໃຫ້ມີ​ຄວາມ​ເລິກ​ເຊິງ​ຍິ່ງ​ຂຶ້ນ ໂດຍສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ວຽກ​ງານ​ການສົ່ງເສີມ​ການ​ຄ້າ-ການ​ລົງທຶນ ໃນ 8 ບັນຫາ​ສຳຄັນຄື: ວຽກ​ງານດ້ານ​ການ​ຂົນສົ່ງ ໂລ​ຈິສ​ຕິກ ການ​ຄ້າ​ຊາຍ​ແດນ ແລະ ສິນຄ້າ ອຸປະໂພກ-ບໍລິໂພກ ການ​ທ່ອງທ່ຽວ ແລະ ບໍລິການ​ຜະລິດ​ກະ​ສິກຳ ພະລັງງານ ການ​ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ ການເງິນ-ຕະຫຼາດ​ຫຼັກ​ຊັບ ວຽກ​ງານດ້ານ​ການ​ພັດທະນາ​ຕົວ​ເມືອງ ແລະ ອະສັງຫາລິມະ​ຊັບ.
ເພື່ອ​ເຮັດ​ໃຫ້​ແນວທາງ​ການຈັດ​ຕັ້ງ​ປະຕິບັດ​ທີ່​ສອງ​ຝ່າຍ​ໄດ້ຮ່ວມ​ກັນຫາ​ລື​ນັ້ນ​ ປະສົບ​ຜົນ​ສຳເລັດ​ຕາມ​ແຜນການ​ວາງ​ໄວ້ ທ່ານນາຍົກລັດຖະມົນຕີ ​ໄດ້​ມີ​ຄຳ​ເຫັນບາງ​ຕອນ​ສຳ​ຄັນວ່າ: ລາວ ແລະ ໄທ ມີ​ສາຍ​ພົວພັນ​ຮ່ວມ​ມື​ກັນຢ່າງ​ສະໜິດ​ແໜ້ນ ມີ​ການ​ແລກປ່ຽນ​ຮ່ວມ​ມື​ຫຼາຍ​ຂົງເຂດ​ວຽກງານ ໂດຍ​ສະເພາະແມ່ນ​ທາງດ້ານ​ການ​ຄ້າ ການ​ບໍລິການ ແລະ ການ​ລົງທຶນ ເຊິ່ງ​ໄທ​ມີ​ບົດບາດ​ສຳຄັນ​ໃນ​ການ​ສ້າງ​ຄວາມເຂັ້ມແຂງ​ບັນດາ​ທຸລະ​ກິດ​ດັ່ງກ່າວ ລາວ-ໄທ ມີ​ການ​ຊ່ວຍເຫຼືອ​ກັນ ແລະ ກັນ​ຢ່າງ​ເປັນ​ປົກກະຕິ ເຮັດ​ໃຫ້​ສາຍ​ພົວພັນ​ສອງປະເທດ​ໄດ້​ຮັບ​ການ​ພັດທະນາຢ່າງ​ຕໍ່​ເນື່ອງ ພ້ອມ​ນັ້ນ ໄທ​ຍັງເປັນ​ປະເທດ​ຄູ່​ຄ້າ​ທີ່​ສຳຄັນ​ອັນດັບ 2 ທີ່​ມີ​ຕົວ​ເລກ​ການ​ຄ້າ-ການລົງທຶນ​ຢູ່​ລາວ​ເປັນ​ເວລາ​ຫຼາຍ​ປີ.
ໂອກາດ​ນີ້ ທ່ານ​ນາຍົກ​ລັດຖະ​ມົນຕີ ​ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ລັດຖະບານ ກໍ່​ຄືນັກ​ທຸລະກິດ​ໄທ ​ທີ່​ເຫັນ​ໄດ້​ຄວາມ​ສຳຄັນ ແລະ ຮ່ວມ​ກັນ​ພັດທະນາ​ເສດ​ຖະກິດ-ສັງຄົມ​ຂອງ​ລາວ ໃຫ້​ມີ​ການຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ພ້ອມນີ້ ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ນັກລົງທຶນ​ທັງ​ສອງ​ປະເທດ​ ໄດ້​ຮ່ວມກັນ​ລົງ​ເລິກ​ຄົ້ນຄວ້າ ແລະ ຊອກຫາ​ວິທີ​ການຈັດຕັ້ງ​ປະຕິບັດ​ວຽກງານ​ໃນ​ຂົງເຂດ​ການ​ຄ້າ-ການ​ລົງທຶນຂອງ​ສອງ​ຝ່າຍ​ດ້ວຍ​ຄວາມຈິງ​ໃຈ ແລະ ມີ​ຄວາມ​ຮັບ​ຜິດຊອບ​ສູງ ເພື່ອ​ສົ່ງເສີມ​ໃຫ້ການດຳເນີນ​ທຸລະ​ກິດ​ຂອງ​ນັກ​ລົງທຶນສອງ​ປະເທດ ​ມີ​ຄວາມ​ໝັ້ນຄົງ ແລະ ຕອບ​ສະໜອງ​ໄດ້​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ລັດ​ຖະບານ​ສອງ​ປະເທດ​ວາງ​ໄວ້​ ໃຫ້​ມີຜົນສຳເລັດ. (ຫນັງສືພິມວຽງຈັນໃຫ່ມ)
ລາວ-ໄທ ສົ່ງເສີມການຮ່ວມມືດ້ານການຄ້າ-ການລົງທຶນ Reviewed by makarow on 7:12:00 PM Rating: 5

Contact Form

Name

Email *

Message *

Powered by Blogger.