ຂ່າວດ່ວນ

ຂ່າວອື່ນໆ

random

ສະມາຄົມເຟີນີເຈີ ຕ້ອງສືບຕໍ່ພັດທະນາຜະລິດຕະພັນໃຫ້ມີຄຸນະພາບ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ໄດ້​ຢ້ຽມຢາມ​ງານ​ວາງສະແດງ​ຜະລິດ​ຕະ​ພັນ​ເຟີ​ນີ​ເຈີ​ໄມ້​ລາວ ຄັ້ງ​ທີ 3 ປະຈຳ​ປີ 2017 ໃນ​ວັນ​ທີ 15 ມັງກອນ​ນີ້ ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ເພື່ອ​ຢ້ຽມ​ຊົມ​ຜະລິດ​ຕະພັນ​ສິນຄ້າ​ເຟີ​ນີ​ເຈີ ແລະ ຊຸກຍູ້ຂະແໜງ​ດັ່ງກ່າວ​ໃຫ້​ມີ​ການ​ພັດທະ​ນາ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ ແນໃສ່​ເຮັດ​ໃຫ້​ການຈັດຕັ້ງປະຕິບັດ​ຄຳ​ສັ່ງເລກ​ທີ 15/​ນຍ ປາກົດ​ຜົນ​ເປັນ​ຈິງ​ຕາມ​ລະດັບຄາດໝາຍ ​ເພື່ອ​ປະກອບສ່ວນ​ໃນການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ​ຢ່າງ​ແທ້​ຈິງ.
ທ່ານ ຄຳ​ໄພ ສົມ​ຊະນະ ປະທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ (​ສຟລ) ໄດ້​ສະແດງ​ຄວາມ​ຮູ້ສຶກດີໃຈ ​ທີ່​ໄດ້​ຕ້ອນຮັບ​ການ​ມາ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກ​ລັດ​ຖະ​ມົນຕີ ຖື​ວ່າ​ເປັນ​ການ​ໃຫ້​ກຳລັງ​ໃຈແກ່​ຫົວໜ່ວຍ​ທຸລະ​ກິດ ​ໃຫ້​ມີ​ການຜະລິດ​ສິນຄ້າ​ອອກ​ຮັບ​ໃຊ້​ຕະຫຼາດພາຍ​ໃນ ແລະ ຕ່າງປະເທດ ບົນພື້ນຖານ​ເຄົາລົບ​ລະບຽບ​ກົດໝາຍ ໂດຍ​ສະເພາະ ຄຳ​ສັ່ງ​ເລກທີ 15/​ນຍ ສະນັ້ນ ຕ້ອງ​ມີ​ການປຸງ​ແຕ່ງ​ເພື່ອ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້ວັດຖຸ​ດິບ​ກ່ອນ​ການ​ສົ່ງ​ອອກ ເພື່ອເຮັດ​ໃຫ້ການ​ປະຕິບັດ​ຄຳ​ສັ່ງ​ດັ່ງກ່າວ​ມີ​ປະ​ສິດທິ​ຜົນ ແລະ ປະກອບ​ສ່ວນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ​ຢ່າງ​ແທ້​ຈິງ ຜ່ານ​ການ​ຈັດ​ງານ​ຄັ້ງ​ນີ້​ ພວກ​ເຮົາໄດ້​ມີ​ຜົນສຳເລັດ​ຫຼາຍ​ດ້ານ ໂດຍສະເພາະ ຄວາມ​ເປັນ​ລະບຽບຮຽບ​ຮ້ອຍ​ຂອງ​ບັນດາ​ຫ້າງ​ຮ້ານ ສີມື​ການ​ອອກ​ແບບ​ຜະລິດ​ຕະ​ພັນ ແມ່ນ​ມີ​ການ​ພັດທະນາ​ສີມື​ຂຶ້ນ​ໄປເລື້ອຍໆ ​ທຽບໃສ່​ການ​ຈັດ​ງານ​ຄັ້ງຜ່ານ​ມາ.
ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້ ທ່ານ​ນາຍົກລັດຖະມົນຕີ ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່ ​ສຟລ ກໍ່​ຄືຫົວໜ່ວຍ​ທຸລະ​ກິດ​ເຟີ​ນີ​ເຈີ ທີ່​ສາມາດ​ຜະລິດ​ເຟີ​ນີ​ເຈີ​ໄດ້​ຫຼາຍ​ຮູບ ແລະ ມີ​ການ​ພັດທະນາ​ສີມື​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ ເຊິ່ງ​ສາມາດ​ຮອງຮັບ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ຕະຫຼາດ​ພາຍ​ໃນ ແລະ ຕ່າງປະເທດ​ເປັນ​ຢ່າງ​ດີ ພ້ອມ​ນີ້ ທ່ານຍັງ​ໄດ້​ເນັ້ນ​ໃຫ້ ​ສຟລ ສືບຕໍ່​ເອົາໃຈ​ໃສ່​ພັດທະນາ​ຕົນ​ເອງ​ຂຶ້ນ​ໄປເລື້ອຍໆ ໂດຍ​ສະເພາະ ຜະລິດ​ຕະພັນການ​ຕະຫຼາດ ແລະ ດ້ານອື່ນໆ ເພື່ອ​ຮອງ​ຮັບ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ ສາມາດ​ແຂ່ງຂັນ​ໃນ​ພາກ​ພື້ນ ແລະ ສາກົນ ​ບົນພື້ນຖານ​ການ​ປະຕິບັດ​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ.
ສະມາຄົມເຟີນີເຈີ ຕ້ອງສືບຕໍ່ພັດທະນາຜະລິດຕະພັນໃຫ້ມີຄຸນະພາບ Reviewed by makarow on 7:14:00 PM Rating: 5

Contact Form

Name

Email *

Message *

Powered by Blogger.