ເສດຖະກິດ ຈີນ ຂະຫຍາຍຕົວ 6,7%
ຕາມຂ່າວ ຕ່າງປະເທດ, ວັນທີ 18 ມັງກອນ 2017, ບັນດາ ນັກເສດຖະສາດ ຂອງ ຈີນ ໃຫ້ຮູ້ວ່າ, ປີ 2016 ຜ່ານມາ, ເສດຖະກິດຈີນ ຂະຫຍາຍຕົວ 6,7%, ຫລຸດລົງ ເມື່ອທຽບໃສ່ ປີ 2015 ເນື່ອງຈາກ ກຳລັງ ການຜະລິດ ລົ້ນຕະຫລາດ, ມູນຄ່າ ສະກຸນເງິນຢວນ ຫລຸດລົງ ແລະ ປັດໄຈອື່ນໆ. ຄາດວ່າ ປີ 2017, ເສດຖະກິດຈີນ ຈະຂະຫຍາຍຕົວ 6,5% ./.ຂປລ
ເສດຖະກິດ ຈີນ ຂະຫຍາຍຕົວ 6,7%
Reviewed by makarow
on
2:48:00 AM
Rating:

