ຂ່າວດ່ວນ

ຂ່າວອື່ນໆ

random

ຣັດ​ເຊຍ ສຳ­ເລັດ​ຜົນ​ການ​ຍິງ​ທົດ​ລອງລູກ​ສອນ​ໄຟ Topol-M


ຣັດ​ເຊຍ ສຳ­ເລັດ​ຜົນ​ການ​ຍິງ​ທົດ​ລອງລູກ​ສອນ​ໄຟ Topol-M

ຂ່າວ­ສານ ຊິນ​ຮວາ ລາຍ​ງານວ່າ ວັນ​ທີ 17 ມັງ­ກອນ​ນີ້ ກະຊວງ​ປ້ອງ​ກັນ​ປະ­ເທດ​ຣັດ​ເຊຍ ແຈ້ງ​ໃຫ້​ຮູ້​ວ່າ ໄດ້​ປະ­ສົບ​ຄວາມສຳ­ເລັດ​ການ​ຍິງ​ທົດ​ລອງ​ລູກສອນ​ໄຟ​ນຳ​ວິ­ຖີ​ຂ້າມ​ທະ­ວີບ (ICBM) Topol-M ຈາກ​ຖານ​ທີ່ໝັ້ນ​ທົດ​ລອງ​ລູກ​ສອນ​ໄຟ ເປຼ ເຊັດ​ສກ໌ (Plesetsk).
ນອກ­ຈາກ​ນັ້ນ­ແລ້ວ ກະ­ຊວງປ້ອງ​ກັນ​ປະ­ເທດ​ຣັດ​ເຊຍ ກໍ່​ໃຫ້ຮູ້​ວ່າ ການ​ຍິງ​ທົດ​ລອງ​ລູກ​ສອນໄຟ​ເທື່ອ​ນີ້​ແມ່ນ​ເພື່ອ​ຢັ້ງ­ຢືນຄວາມສາ­ມາດ​ໃນ​ການ​ຕໍ່­ສູ້​ຕົວ​ຈິງ ແລະ ລະ­ດັບ​ຄວາມ​ເຊື່ອ​ຖື​ຂອງ​ລູກ​ສອນໄຟ​ປະ­ເພດ​ດັ່ງ­ກ່າວ.
ລູກ​ສອນ​ໄຟ Topol-M ມີ​ຂະໜາດ​ຍິງ​ໄກ​ສູງ​ສຸດ​ປະ­ມານ 11.000 ກມ ແລະ ສາ­ມາດ​ຕິດຫົວ​ກະ​ສູນ​ນີວ​ເຄຼຍ ໄດ້ 1 ຫົວ ດ້ວຍ​ພະ­ລັງ­ງານ​ສູງ​ເຖິງ 550 kiloton.
ຣັດ​ເຊຍ ສຳ­ເລັດ​ຜົນ​ການ​ຍິງ​ທົດ​ລອງລູກ​ສອນ​ໄຟ Topol-M Reviewed by makarow on 2:46:00 AM Rating: 5

Contact Form

Name

Email *

Message *

Powered by Blogger.