ຊັບສິນຂອງ 8 ຄົນ ຜູ້ລ້ຳລວຍທີ່ສຸດໃນໂລກ ກວມເອົາເກືອບ 50% ຂອງຊັບສິນປະຊາກອນໂລກ
ອົງການປຸກລະດົມຕ້ານຄວາມທຸກຍາກສາກົນ
Oxfam ໄດ້ປະກາດບົດລາຍງານໃໝ່ສະບັບໜຶ່ງ ເມື່ອວັນທີ 16 ມັງກອນນີ້
ລະບຸວ່າ ປັດຈຸບັນນີ້ 8 ຄົນ (ທັງໝົດເປັນເພດຊາຍ)
ພວມຄອບຄອງຊັບສິນເທົ່າກັບຍອດຊັບສິນຂອງເຄິ່ງໜຶ່ງຂອງຈຳນວນປະຊາກອນໂລກ
ນັບວ່າເປັນສິ່ງພິສູດທີ່ຈະແຈ້ງສະແດງໃຫ້ເຫັນເຖິງລະດັບຄວາມບໍ່ສະເໝີພາບທີ່ໃຫຍ່ເກີນໄປໃນດ້ານລາຍຮັບ
ພວມຕາມມາຊຶ່ງຄວາມສ່ຽງກໍ່ໃຫ້ເກີດຄວາມແຕກແຍກໃນສັງຄົມ.ບົດລາຍງານພາຍໃຕ້ຫົວຂໍ້ “ພື້ນຖານເສດຖະກິດຂອງ 99%” ໄດ້ຖືກນຳອອກມາກ່ອນທີ່ຈະໄຂເວທີປາໄສເສດຖະກິດໂລກ ທີ່ເມືອງດາວົສ (ປະເທດສະວິດ) ບົດລາຍງານດັ່ງກ່າວລະບຸວ່າ ຍອດຊັບສິນຂອງ 3,6 ຕື້ຄົນ ທີ່ຢູ່ໃນໝວດທຸກຍາກທີ່ສຸດໃນໂລກນັ້ນ ພຽງແຕ່ເທົ່າກັບຊັບສິນລ້ວນໆຂອງ 8 ຄົນ ທີ່ຢູ່ໃນໝວດທີ່ລ້ຳລວຍທີ່ສຸດ ຊຶ່ງໃນນັ້ນມີຊາວອາເມຣິກາ 6 ຄົນ ນັກທຸລະກິດຊາວແອັສປາຍ 1 ຄົນ ແລະ ອີກ 1 ຄົນ ເປັນຊາວເມັກຊິກ.
ໃນຈຳນວນຄົນລ້ຳລວຍດັ່ງກ່າວມີມະຫາເສດຖີ ບີລ ເກດ (Bill Gates) ຜູ້ກໍ່ຕັ້ງກຸ່ມບໍລິສັດເຕັກໂນໂລຊີ Microsoft ມາກ ຊຸກເກີເບີກ (Mark Zucker berg) ເຈົ້າຂອງສື່ສັງຄົມ Facebook ແລະ ເຈຟ ບີຊອສ (Jeff Bezos) ຜູ້ກໍ່ຕັ້ງເຄືອຂ່າຍຂາຍສິນຄ້າອອນລາຍ Amazon ຄາດວ່ານັບແຕ່ປີ 2009 ເປັນຕົ້ນມາ ມູນຄ່າຊັບສິນຂອງກຸ່ມຄົນທີ່ລ້ຳລວຍທີ່ສຸດນັ້ນ ເພີ່ມຂຶ້ນສະເລ່ຍ 11%/ປີ.
Oxfam ໃຫ້ຮູ້ວ່າ ຜົນຂອງສະຖິຕິໃໝ່ໄດ້ຮັບການດັດແກ້ເມື່ອທຽບໃສ່ບົດລາຍງານເມື່ອປີກາຍ ຍ້ອນວ່າມີການຄິດໄລ່ເຖິງປະລິມານຊັບສິນຈາກ ອິນເດຍ ແລະ ຈີນ ໃນບົດລາຍງານເມື່ອປີກາຍ ຊຶ່ງໃສ່ຊື່ວ່າ "ພື້ນຖານເສດຖະກິດຂອງ 1%" ນັ້ນ Oxfam ໃຫ້ຮູ້ວ່າ ຍອດຊັບສິນຂອງຜູ້ທຸກຍາກໃນໂລກ 3,6 ຕື້ຄົນ ບວກເຂົ້າກັນມີເທົ່າກັບປະລິມານຊັບສິນຂອງ 62 ຄົນ ໃນໝວດທີ່ລ້ຳລວຍທີ່ສຸດ ແຕ່ເຖິງຢ່າງໃດກໍ່ຕາມ ຕາມການຄິດໄລ່ໃໝ່ຂອງ Oxfam ແລ້ວ ຕົວເລກຂອງປີກາຍກໍ່ແມ່ນມີ 9 ຄົນທີ່ລ້ຳລວຍທີ່ສຸດ ກັບຄົນທຸກຍາກ 3,6 ຕື້ຄົນ ສ່ວນປີນີ້ຕາມລຳດັບ ກໍ່ແມ່ນ 8 ຄົນ ກັບ 3,6 ຕື້ຄົນ.
ບັນຫາຄວາມບໍ່ສະເໝີພາບດັ່ງກ່າວ ເປັນໜຶ່ງໃນຫຼາຍຫົວຂໍ້ທີ່ຈະເວົ້າຮອດຢູ່ໃນລາຍການດຳເນີນງານຂອງເວທີປາໄສເສດຖະກິດປະຈຳປີ ທີ່ ດາວົສ ຊຶ່ງຈະຈັ ຂຶ້ນແຕ່ວັນທີ 17-21 ມັງກອນນີ້.
ເວທີປາໄສດັ່ງກ່າວມີຫົວຂໍ້ວ່າ “ການນຳເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ” ໂດຍຈະມີຜູ້ເຂົ້າຮ່ວມ 3.000 ຄົນ ຊຶ່ງປະກອບດ້ວຍບັນດາຜູ້ນຳ ນັກການເມືອງ ແລະ ນັກທຸລະກິດທີ່ມາຈາກປະເທດຕ່າງໆທົ່ວໂລກ.
ຊັບສິນຂອງ 8 ຄົນ ຜູ້ລ້ຳລວຍທີ່ສຸດໃນໂລກ ກວມເອົາເກືອບ 50% ຂອງຊັບສິນປະຊາກອນໂລກ
Reviewed by makarow
on
2:45:00 AM
Rating:

