ຂ່າວດ່ວນ

ຂ່າວອື່ນໆ

random

ອາຊຽນຕັ້ງເປົ້າໝາຍສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 121 ລ້ານຄົນພາຍໃນປີ 2017 ....................................


ບັນດາ10ປະເທດສະມາຊິກອາຊຽນຕັ້ງເປົ້າໝາຍລວມໄວ້ວ່າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ປະມານ 121 ລ້ານກວ່າຄົນເຂົ້າມາທ່ອງທ່ຽວ ແລະ ຢ້ຽມຢາມປະເທດຂອງຕົນພາຍໃນປີ 2017 ຂະນະທີ່ ລັດຖະບານລາວກໍວາງຄາດໝາຍໄວ້ວ່າຈະດຶງດູດນັກນທ່ອງທ່ຽວເຂົ້າມາ ສປປ ລາວໃຫ້ໄດ້ 5 ລ້ານຄົນພາຍໃນປີນີ້ ເຊິ່ງຄະນະຜູ້ແທນ ຈາກ 10 ປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມທີ່ເຂົ້າກອງປະຊຸມທ່ອງທ່ຽວອາຊຽນຄັ້ງທີ 36 ທີ່ປະເທດສິງກະໂປລະຫວ່າງວັນທີ 16-20 ມັງກອນ 2017 ກໍໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນຢ່າງກົງໄປກົງມາ ພ້ອມໄດ້ເລັ່ງທວງໃຫ້ເພີ່ມທະວີການໂຄສະນາຫລາຍຂຶ້ນດ້ວຍຫລາຍຮູບຫລາຍສີ, ພັດທະນາຄຸນນະພາບບຸກຄະລາກອນ, ພັດທະນາຜະລິດທະພັນທ່ອງທ່ຽວແບບໃໝ່, ການເຄື່ອນຍ້າຍແຮງງານແບບເສລີ ແລະ ອື່ນໆ.
ທ່ານ ລີ ເຊີນລຸງ ນາຍົກລັດຖະມົນຕີປະເທດສິງກະໂປໄດ້ກ່າວລະຫວ່າງງານລ້ຽງຕ້ອນຮັບຄະນະຜູ້ແທນຂອງກອງປະຊຸມອາຊຽນທ່ອງທ່ຽວຄັ້ງທີ 36 ທີ່ໂຮງແຮມຊັງກຣີລາ, ປະເທດສິງກະໂປໃນວັນທີ 18 ມັງກອນ 2017 ນີ້ວ່າ: ຕົນເອງມີດີໃຈ ແລະ ເປັນກຽດຢ່າງສູງທີ່ເປັນຈັດພາບກອງປະຊຸມຄັ້ງນີ້ ພາຍໃຕ້ຫົວຂໍ້: ( ຮ່ວມສ້າງຈຸດໝາຍປ້າຍທາງທ່ອງທ່ຽວພ້ອມກັນ) ແລະ ທັງເປັນການສະຫລອງຄົບຮອບ 50 ຂອງອາຊຽນ ເຊິ່ງສິ່ງເຫລົ່ານັ້ນໄດ້ສະທອ້ນໃຫ້ເຫັນພັດທະໜ້າທີ່ຂອງພວກເຮົາຈະໄດ້ເຮັດວຽກຮ່ວມກັນເພື່ອເອົາຊະນະສິ່ງທ້າທາຍຮ່ວມກັນ ແລະ ສ້າງໂອກາດສໍາລັບປະຊາຊົນຂອງພວກເຮົາໃນອາຊຽນ. ສະນັ້ນ ການມີຈິດໃຈດ້ວຍໄມຕີ ສາມັກຄີ ແລະ ເຂົ້າໃຈກັນໃນການຮ່ວມມືແມ່ນມີຄວາມສໍາຄັນເໜືອກວ່າສິ່ງໃດໃນຍາມເວລາຍຸ້ງຍາກ. ທ່ານ ນາຍົກ ສິງກະໂປຍັງກ່າວຕື່ມວ່າ: 2016 ຜ່ານມານີ້, ພວກເຮົາໄດ້ເຫັນສິ່ງຕ່າງໆປະກົດຂຶ້ນໂດຍສະເພາະອັງກິດພະຍາຍາມແຍກຕົວອອກຈາກເອີຣົບ, ບັນຫາອົບພະຍົກ, ໄພວ່າງງານ ແລະ ບັນຫາການເມືອງອື່ນໆໃນໂລກຮ້ອນແຮງຂຶ້ນ ສະນັ້ນ ອາຊຽນຍິ່ງຕ້ອງເອົາໃສໃຈ ແລະ ຈັບມືກັນໃຫ້ແໜ້ນເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນອາຊຽນເຂັ້ມແຂງ, ຮັ່ງມີຜາສຸກ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໄປຄວບຄູ່ກັບຄວາມຍືນຍົງ. ແນວໃດກໍດີ ທ່ານ ລີ ເຊີນລຸງຕັ້ງຄວາມຫວັງວ່າພາຍໃນປີ 2017 ນີ້ ພວກເຮົາຕ້ອງສູ້ຊົນເຮັດໃຫ້ນັກທ່ອງທ່ຽວທົ່ວໂລກເຂົ້າທ່ອງທ່ຽວໃນບັນດາປະເທດສະມາຊິກອາຊຽນບັນລຸ 121 ລ້ານຄົນກັບການສ້າງລາຍໄດ້ໃຫ້ໄດ້ 83 ຕື້ໂດລາສະຫະລັດ.
ໃນມື້ດຽວກັນນີ້ ທ່ານ ສູນ ມະນີວົງສ໌ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ໃຫ້ສໍາພາດນັກຂ່າວສໍານັກຂ່າວສານປະເທດລາວລະຫວ່າງງານລ້ຽງຕ້ອນຮັບຄະນະຜູ້ຂອງກອງປະຊຸມທ່ອງທ່ຽວອາຊຽນຄັ້ງທີ 36 ທີ່ໂຮງແຮມຊັງກຣີລາເຊັ່ນກັນວ່າ: ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມນີ້ ເຊິ່ງຕະຫລອດ 5 ວັນຂອງປະຊຸມນັ້ນ ບັນດາ 10 ປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາ( ສປ ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ອົດສະຕາລີ, ອິນເດຍ ແລະ ອື່ນໆ)ຈະໄດ້ຮ່ວມກັນປຶກສາຫາລື ແລະ ຊອກຫາຊ່ອງທາງການຮ່ວມມືດ້ານການສ້າງບຸກຄະລາກອນ, ເພີ່ມທະວີການໂຄສະນາ, ພັດທະນາຜະລິດຕະພັນທ່ອງທ່ຽວ, ພັດທະນາການຕະຫລາດ, ການພັດທະນາແບບຍືນຍົງ, ຜັນຂະຫຍາຍວິໃສທັດ 2016-2025, ການເຄື່ອນຍ້າຍແຮງ ແລະ ອື່ນໆ.
ທ່ານ ຫົວໜ້າກົມໂຄສະນາການທ່ອງທ່ຽວກ່າວຕື່ມອີກວ່າສະເພາະ ສປປ ລາວກໍໄດ້ວາງຄາດໝາຍຈະສູ້ງຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 5 ລ້ານຄົນພາຍໃນປີນີ້ ໃນນັ້ນຈະເລັ່ງຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມການເຈລະຈາຢ່າງແຂງແຮງດ້ານສະເພາະດ້ານໂຄສະນາຕ້ອງມີຫລາກຫລາຍສີສັນ; ການສ້າງຜະລິດຕະພັນໃໝ່ເຊັ່ນ: ການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ, ວິຖີຊີວິດ, ທາງທະເລ; ການສ້າງບຸກຄະລາກອນທີ່ມີຄຸນນະພາບ; ສ້າງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກ;ການບໍລິການສະດວກວ່ອງໄວ ແລະ ມີຄວາມປະທັບໃຈ; ການເຊື່ອມຈອດກັນດ້ານການບໍລິການ ແລະ ອື່ນໆ.
ພາບ-ຂ່າວ: ເກີດຂວັນໃຈ. ຂປລ
ອາຊຽນຕັ້ງເປົ້າໝາຍສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 121 ລ້ານຄົນພາຍໃນປີ 2017 .................................... Reviewed by makarow on 9:57:00 PM Rating: 5

Contact Form

Name

Email *

Message *

Powered by Blogger.