ຂ່າວດ່ວນ

ຂ່າວອື່ນໆ

random

ແກ້ໄຂການຂາຍເຄື່ອງຊະຊາຍຕາມເສັ້ນທາງ


ແກ້ໄຂການຂາຍເຄື່ອງຊະຊາຍຕາມເສັ້ນທາງ ວັນ​ທີ 16 ມັງກອນ 2017 ທ່ານ ທະວີ​ໄຊ ໄຊ​ປະເສີດ ຫົວໜ້າ​ຫ້ອງການ​ໂຍທາ​ທິ​ການ ແລະ ຂົນສົ່ງ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ຕາງໜ້າຄະນະ​ຈັດ​ສັນ​ຄວາມ​ເປັນ​ລະບຽບຮຽບ​ຮ້ອຍ ພ້ອມ​ດ້ວຍ​ຄະນະ​ ໄດ້ສົມທົບ​ກັບ​ຫ້ອງການ​ສາ​ທາ​ລະນະ​ສຸກ​ເມືອງ​ໄຊ​ເຊດ​ຖາ ​ນຳ​ເອົາຖັງ​ນ້ຳ​ໄປ​ກັ້ນ​ຕາມ​ແຄມ​ເສັ້ນທາງຫົວ​ຂົວ​ເບື້ອງ​ຂວາ​ຕໍ່ໜ້າ​ໂຮງໝໍເມືອງ​ໄຊ​ເຊດ​ຖາ ເພື່ອ​ບໍ່​ໃຫ້​ຊາວຄ້າຂາຍ​ຈອດ​ລົດຂາຍເຄື່ອງ​ຊະຊາຍ​ຢູ່​ຈຸດ​ດັ່ງກ່າວ ​ທີ່​ສ້າງ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ ບໍ່​ຈົບງາມ ແລະ ເຮັດ​ໃຫ້ການ​ສັນຈອນ​ແອອັດ​ຍ້ອນ​ການ​ຈອດ​ລົດ-ລໍ້​ຂາຍໝາກ​ໄມ້ ແລະ ລົດ​ຂອງ​ຜູ້​ທີ່​ຊື້ເຄື່ອງ.
ທ່ານ ທະວີ​ໄຊ ໄຊ​ປະເສີດ ໄດ້​ກ່າວ​ວ່າ: ການ​ນຳ​ເອົາ​ຖັງ​ນ້ຳມາ​ກັ້ນ​ໄວ້​ຊົ່ວຄາວ ​ເປັນ​ການ​ທົດລອງ​ໄລຍະ​ສັ້ນ ເພາະ​ຜ່ານ​ມາ ທາງ​ຫ້ອງການ ​ຍທຂ ໄດ້​ຮັບ​ແຈ້ງຈາກ​ຫ້ອງການ​ສາທາລະນະ​ສຸກເມືອງ ທີ່​ຕິດ​ກັບ​ເສັ້ນທາງ​ຫົວ​ຂົວ-ນາ​ຄວາຍ​ ໄດ້​ມີ​ຊາວ​ຄ້າຂາຍ​ຈຳນວນ​ໜຶ່ງ​ໄດ້​ມາ​ຈອດ​ລົດ​ຂາຍເຄື່ອງ​ໝົດ​ມື້ ​ເຮັດ​ໃຫ້​ກີດຂວາງການ​ສັນຈອນ ທາງ​ຫ້ອງການ ​ຍທຂ ໄດ້​ລົງ​ໄປ​ຕັກເຕືອນ ແລະ ເຮັດ​ບົດ​ທຶກ​ກັບ​ຊາວ​ຄ້າຂາຍ​ຫຼາຍ​ຄັ້ງ ​ແຕ່​ກໍ່​ຍັງ​ເກີດ​ມີ​ສະພາບ​ຄືເກົ່າ ດັ່ງນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ທຸກພາກສ່ວນ​ໃຫ້​ຄວາມ​ຮ່ວມ​ມື​ນຳກັນ ​ເພື່ອ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ນອກຈາກ​ນີ້ ໃນ​ຜ່ານ​ມາ ທາງ ​ຍທຂ ຍັງ​ໄດ້​ລົງ​ຕິດຕາມ​ທົ່ວເມືອງ​ອາທິດ​ລະ 2 ຄັ້ງ​ຕາມ​ເສັ້ນທາງ​ສຳຄັນ ແລະ ແກ້​ໄຂ​ຫຼາຍຈຸດ ທັງ​ນີ້​ກໍ່​ເພື່ອ​ເຮັດ​ໃຫ້ການ​ຈະລາຈອນ​ສະດວກ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແນໃສ່​ການ​ປະຕິບັດ 6 ສ ໃຫ້​ປາກົດ​ເປັນ​ຈິງ. (ຫນັງສືພິມວຽງຈັນໃຫ່ມ)
ແກ້ໄຂການຂາຍເຄື່ອງຊະຊາຍຕາມເສັ້ນທາງ Reviewed by makarow on 6:41:00 PM Rating: 5

Contact Form

Name

Email *

Message *

Powered by Blogger.