ຂ່າວດ່ວນ

ຂ່າວອື່ນໆ

random

ທາງຫລາຍສາຍໃນຕົວເມືອງສ້າງບໍ່ແລ້ວຍ້ອນຜູ້ຮັບເໝົາບໍ່ມີເງິນ


ພາບປະກອບ
  ປັດຈຸບັນມີຫລາຍເສັ້ນທາງໃນຕົວເມືອງທີ່ການກໍ່ສ້າງບໍ່ມີຄວາມຄືບໜ້າ ແລະ ປະປ່ອຍແກ່ຍາວມາເປັນເວລາຫລາຍປີຈົນເກີດມີສຽງວິພາກວິຈານຈາກສັງຄົມກໍຄືຜູ້ສັນຈອນໃຊ້ລົດໃຊ້ຖະໜົນ ແລະ ໃນກອງປະຊຸມສະໄໝທີ 2 ຂອງສະມາຊິກສະພານະຄອນຫລວງວຽງຈັນ ກໍໄດ້ຍິບຍົກເອົາບັນຫາການກໍ່ສ້າງເສັ້ນທາງຊັກຊ້າໃນຕົວເມືອງນີ້ຖາມຕໍ່ຂະແໜງການກ່ຽວຂ້ອງເພື່ອຊີ້ແຈງອະທິບາຍຄວາມເປັນຈິງກ່ຽວກັບສະພາບຄວາມລ້າຊ້າຂອງມັນຊຶ່ງກໍໄດ້ຮັບຄໍາຕອບຈາກທ່ານ ເດດສົງຄາມ ທໍາມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນວ່າ:ເຫດຜົນອັນຕົ້ນຕໍແມ່ນບໍລິສັດຜູ້ຮັບເໝົາບໍ່ມີທຶນພຽງພໍ.

              ຈາກຄໍາຕອບຄືດັ່ງກ່າວຈຶ່ງກາຍເປັນປະເດັນສົນໃຈຈາກສັງຄົມທັນທີວ່າ: ຖ້າບໍລິສັດຮັບເໝົາເຫລົ່ານັ້ນບໍ່ມີທຶນພຽງພໍແລ້ວເປັນຫຍັງຂະແໜງກ່ຽວຂ້ອງຈຶ່ງອະນຸຍາດໃຫ້ດໍາເນີນໂຄງການ?. ແນ່ນອນຄໍາຖາມນີ້ອາດຈະຕອບໄດ້ຍາກເພາະມັນອາດພົວພັນກັບຫລາຍຈຸດຫລາຍຂອດທັງໃນຕົວ ແລະ ນອກຕົວ. ຄືດັ່ງຮູ້ນໍາກັນແລ້ວວ່າ: ການຈະສ້າງເສັ້ນທາງສາຍໜຶ່ງບໍ່ວ່າຈະເປັນທາງເບຕົງ ຫລື ປູຢາງກໍຕາມ ແມ່ນຕ້ອງໄດ້ໃຊ້ທຶນຮອນມະຫາສານສົມຄວນໃນໄລຍະຜ່ານມາລັດຖະບານໄດ້ມີຫລາຍນະໂຍບາຍເພື່ອຊຸກຍູ້ສົ່ງເສີມໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມໃນການພັດທະນາປະເທດ ກໍຄືການຈັດຕັ້ງປະຕິບັດໂຄງການລົງທຶນຕ່າງໆຂອງລັດໃນຫລາຍຮູບແບບ ເຊັ່ນ: ລັດຮ່ວມກັບເອກະຊົນເອກະຊົນລົງທຶນກ່ອນແລ້ວລັດຊໍາລະພາຍຫລັງເອກະຊົນລົງທຶນໂດຍກົງ 100% ແລະ ອື່ນໆອັນໄດ້ເຮັດພື້ນຖານໂຄງລ່າງໄດ້ຮັບການປັບປຸງຍົກລະດັບດີຂຶ້ນເທື່ອລະກ້າວແຕ່ຂະນະດຽວກັນກໍເຫັນວ່າມີບາງໂຄງການດໍາເນີນໄປຢ່າງຊັກຊ້າມູນຄ່າກໍ່ສູງເກີນຂອບເຂດບໍ່ມີປະສິດທິພາບທັງສ້າງບັນຫາຫຍຸ້ງຍາກສັບສົນຕ່າງໆໃຫ້ພາກລັດ ແລະ ສຸດທ້າຍການຈັດຕັ້ງປະຕິບັດກໍບໍ່ໄປບໍ່ມາຍ້ອນຜູ້ຮັບເໝົາໄດ້ມາແບບບໍ່ຖືກຂັ້ນຕອນບໍ່ມີການປະມູນຕາມລະບຽບຫລັກການ ແລະ ບາງບໍລິສັດໄດ້ໂຄງການມາແລ້ວພັດນໍາໄປຂາຍຕໍ່ໃຫ້ກັບບໍລິສັດອື່ນເພື່ອເກງກໍາໄລຜົນສຸດທ້າຍເຮັດໃຫ້ໂຄງການດັ່ງກ່າວບໍ່ມີປະສິດທິຜົນຄືດັ່ງຂະແໜງກວດກາພັກ-ລັດຖະບານສາມາດກວດພົບເຫັນຄວາມບໍ່ໂປ່ງໃສຕ່າງໆໃນການລົງທຶນຂອງລັດຈໍານວນໜຶ່ງໄລຍະຜ່ານມາ.
  ແນວໃດກໍຕາມບັນຫາແບບນີ້ອາດຈະຖືກຈໍາກັດບໍ່ໃຫ້ມີອີກແລ້ວພາຍຫລັງລັດຖະບານໄດ້ກໍານົດແຈ້ງວ່າຕໍ່ໄປນີ້ຈະບໍ່ອະນຸຍາດໃຫ້ຂະແໜງການຕ່າງໆເລືອກເອົາບໍລິສັດຮັບເໝົາທີ່ຂາດຄວາມສາມາດ ແລະ ບໍ່ໂປ່ງໃສມາຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດໂດຍເດັດຂາດ ແລະ ຕ້ອງຮັບ ປະກັນໃຫ້ໄດ້ບໍລິສັດທີ່ມີຄວາມສາມາດດ້ານວິຊາການມີທຶນຮອນພຽງພໍມີຄວາມຕັ້ງໃຈ ແລະ ບັນຫາສໍາຄັນຕ້ອງຮັບປະກັນການປະມູນຢ່າງໂປ່ງໃສຍຸຕິທໍາຖືກຕ້ອງຕາມຂັ້ນຕອນ ແລະ ສອດຄ່ອງກັບນິຕິກໍາກ່ຽວຂ້ອງຕ່າງໆ ແລະ ໂຄງການໃດທີ່ມີການປະມູນບໍ່ຖືກຕ້ອງຕາມລະບຽບກົດໝາຍນັ້ນແມ່ນໃຫ້ໂມຄະທັນທີທັງນີ້ກໍເພື່ອຮັບປະກັນໃຫ້ບັນດາໂຄງການພັດທະນາດັ່ງກ່າວມີຄຸນນະພາບສົມກັບການລົງທຶນຂອງລັດ.   (ຂ່າວຫນັງສືພິມລາວພັດທະນາ)
ທາງຫລາຍສາຍໃນຕົວເມືອງສ້າງບໍ່ແລ້ວຍ້ອນຜູ້ຮັບເໝົາບໍ່ມີເງິນ Reviewed by makarow on 9:42:00 PM Rating: 5

Contact Form

Name

Email *

Message *

Powered by Blogger.