ກວດເຫັນເງິນ 4 ພັນກວ່າຕື້ກີບ ບໍ່ຖືກຕາມຫຼັກການຈັດສັນ ແຜນການລົງທຶນຂອງລັດ
ເພື່ອເປັນການສະຫຼຸບການຈັດຕັ້ງປະຕິບັດວຽກງານຜ່ານມາ ກໍ່ຄືການວາງແຜນທິດທາງຕໍ່ໜ້າ ໃຫ້ບັນລຸໄດ້ຕາມຄວາມຮຽກຮ້ອງຕ້ອງການໄລຍະໃໝ່ຂອງພັກ-ລັດຖະບານວາງໄວ້ ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມເປີດກວ້າງວຽກງານກວດສອບ ປະຈຳປີ 2016 ຂຶ້ນ ລະຫວ່າງວັນທີ 11-12 ມັງກອນ 2017 ຢູ່ສູນການຮ່ວມມືສາກົນ ລາວ-ຍີ່ປຸ່ນ (ICTC) ໂດຍການເປັນປະທານຂອງທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ມີບັນດາຮອງປະທານ ຮອງລັດຖະມົນຕີ ຮອງເຈົ້າແຂວງ-ນະຄອນຫຼວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ອົງການກວດສອບປະຈຳພາກເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງ ແລະ ປະກອບຄຳເຫັນຕໍ່ກັບຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳສົກປີ 2014-2015 ບົດລາຍງານການເຄື່ອນໄຫວວຽກງານອົງການກວດສອບ ປະຈຳສົກປີ 2015-2016 ແລະ ແຜນການເຄື່ອນໄຫວປີ 2017 ພ້ອມກັບການປະກອບຄຳເຫັນຈາກບັນດາພາກສ່ວນກ່ຽວຂ້ອງ ທັງສູນກາງ-ທ້ອງຖິ່ນ ເຊິ່ງໃນຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ທີ່ລາຍງານໂດຍທ່ານ ປະດັບເພັດ ໄຊຍະໂຄດ ຮອງປະທານອົງການກວດສອບແຫ່ງລັດ ມີຫຼາຍອັນສຳຄັນ ແລະ ພົ້ນເດັ່ນ ເຊັ່ນ: ດ້ານລາຍຮັບ ກວດສອບເຫັນລາຍຮັບສ່ວຍສາອາກອນ ລາຍຮັບຊັບສິນຂອງລັດ ເງິນກອງທຶນລັດ ແລະ ອື່ນໆ ຈຳນວນ 814,44 ຕື້ກີບ ເຊິ່ງເງິນຈຳນວນດັ່ງກ່າວ ເກັບໄດ້ແລ້ວແຕ່ຍັງບໍ່ໄດ້ນຳເຂົ້າມອບເປັນລາຍຮັບງົບປະມານແຫ່ງລັດ ກວດເຫັນລາຍຮັບທີ່ຂະແໜງສ່ວຍສາອາກອນຄຸ້ມຄອງ ຈຳນວນ 173,77 ຕື້ກີບ ບໍ່ໄດ້ມອບເຂົ້າງົບປະມານແຫ່ງລັດ ກວດສອບເຫັນການສົ່ງຄືນອາກອນມູນຄ່າເພີ່ມ ໃນອັດຕາ 10% ການຫັກລົບຍົກເວັ້ນອາກອນມູນຄ່າເພີ່ມ ຈຳນວນ 145,74 ຕື້ກີບ ຂະແໜງພາສີ ໄດ້ກວດສອບເຫັນມີການຍົກເວັ້ນຫຼຸດຜ່ອນພາສີ-ອາກອນ ປະເພດນ້ຳມັນເຊື້ອໄຟ ພາຫະນະ ແລະ ຄ່າຊັກພິເສດໄມ້ຂາອອກ ຈຳນວນ 2.407,28 ຕື້ກີບ ກວມເອົາ 46,11% ຂອງລາຍຮັບ ຂະແໜງພາສີ ຄັງເງິນແຫ່ງຊາດປະຈຳສູນກາງ ກວດສອບເຫັນຍອດເຫຼືອໃນບັນຊີເງິນຝາກ ອົງການບໍລິຫານວິຊາການ (ບັນຊີ 471) ຢູ່ຄັງເງິນແຫ່ງຊາດ ປະຈຳສູນກາງ ຈຳນວນ 456,30 ຕື້ກີບ ທີ່ບໍ່ໄດ້ຮັບການຊຳລະສະສາງ ໃນສົກປີຕາມກຳນົດເວລາ ຄັງເງິນແຫ່ງຊາດປະຈຳແຂວງ ກວດເຫັນລາຍຈ່າຍເງິນລ່ວງໜ້າໃນລະບົບຄັງເງິນແຫ່ງຊາດປະຈຳແຂວງ ຈຳນວນ 711,29 ຕື້ກີບ ທີ່ບໍ່ໄດ້ດຳເນີນການຊຳລະ ແລະ ເລັ່ງທວງຢູ່ບັນດາກະຊວງ ກວດສອບເຫັນບັນຊີເງິນຝາກຢູ່ນອກລະບົບຄັງເງິນ ທີ່ບໍ່ໄດ້ຮັບອະນຸຍາດ 159 ບັນຊີ ຈຳນວນ 367,74 ຕື້ກີບ ແລະ ດ້ານລາຍຈ່າຍລົງທຶນຂອງລັດ ກວດສອບເຫັນການຈັດສັນເງິນຂອງ 766 ໂຄງການ ມູນຄ່າ 4.364,70 ຕື້ກີບ ເຂົ້າໃນແຜນງົບປະມານແຫ່ງລັດ ບໍ່ຖືກຕ້ອງຕາມຫຼັກ ການຈັດສັນແຜນການລົງທຶນຂອງລັດເປັນຕົ້ນ.
ກວດເຫັນເງິນ 4 ພັນກວ່າຕື້ກີບ ບໍ່ຖືກຕາມຫຼັກການຈັດສັນ ແຜນການລົງທຶນຂອງລັດ
Reviewed by makarow
on
6:35:00 PM
Rating:
Reviewed by makarow
on
6:35:00 PM
Rating:


