ຂ່າວດ່ວນ

ຂ່າວອື່ນໆ

random

ປະທານາທິບໍດີ ສິງກະໂປ ເດີນທາງເຖິງ ສປປລາວ ແລ້ວ ໃນຕອນຄໍ່າຂອງມື້ນີ້ ໃນການຢ້ຽມຢາມລັດຖະກິດ


ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານປະທານປະເທດແຫ່ງສາທາ ລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ບຸນຍັງ ວໍລະຈິດ, ທ່ານ ໂທນີ ທານ ເກັງຢໍາ ປະທານາທິບໍດີແຫ່ງສາທາລະນະລັດ ສິງກະໂປ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະມາຢ້ຽມຢາມທາງລັດຖະກິດ ສປປ ລາວ ໃນລະ ຫວ່າງວັນທີ 11-14 ມັງກອນນີ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

           ສໍາລັບຊີວະປະຫວັດຫຍໍ້ຂອງທ່ານໂທນີ ທານ ເກັງຢໍາ Tony Tan Keng Yam ເກີດເມື່ອວັນທີ 7 ກຸມພາ 1940, ຮຽນຈົບສາມັນສຶກສາທີ່ໂຮງຮຽນເຊນແພດທຣິກ ແລະ ສະຖາບັນເຊັນໂຈເຊັບ, ປີ 1962 ຈົບການສຶກສາລະດັບປະລີນຍາຕີກຽດນິຍົມອັນດັບໜຶ່ງຂະແໜງຟີຊິກ
ສາດມະຫາວິທະຍາໄລສິງກະໂປ, ຫລັງຈາກນັ້ນໄປສຶກສາຕໍ່ໃນລະດັບປະລິນຍາໂທສາຂາວິທະຍາສາດທໍາມະຊາດທີ່ສະຖາບັນເຕັກໂນໂລຊີແມດຊາຊູເຊດ ສະຫະລັດອາເມລິກາ ແລະ ສຶສາຕໍ່ປະລີນຍາເອກຂະແໜງຄະນິດສາດປະຍຸກທີ່ມະຫາວິທະ ຍາໄລອາດີເລດປະເທດອົດສະຕາລີ, ປີ 1964-1967 ເປັນອາຈານສອນຢູ່ຄະນະຟີຊິກສາດມະຫາ ວິທະຍາໄລສິງກະໂປ, ປີ 1969 ເຮັດວຽກຢູ່ທະນາຄານ OCBC (Overseas-Chinese Banking Corporation), ໃນຕໍາແໜ່ງຜູ້ຈັດການ, ປີ 1979 ເລີ່ມເຂົ້າມາຫລີ້ນການເມືອງ ແລະ ຖືກເລືອກຕັ້ງເປັນສະມາຊິກສະພາກ່ອນໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີແຫ່ງລັດອາວຸໂສປະຈໍາກະຊວງສຶກສາທິການ, ປີ 1980 ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງສຶກສາທິການ, ທັງດໍາລົງຕໍາແໜ່ງເປັນຮອງຄະນະບໍດີມະຫາວິທະຍາໄລແຫ່ງຊາດສິງກະໂປ, 1981 ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສະຫະກໍາ, 1983-1985 ເປັນລັດຖະມົນຕີກະຊວງການເງິນທັງຄວບຕໍາແໜ່ງລັດຖະມົນຕີກະຊວງການຄ້າ ແລະ ອຸດສະຫະກໍາ, ປີ 1985-1991 ເປັນລັດຖະມົນຕີກະຊວງສຶກສາທິການ, ທ້າຍປີ 1991 ໄດ້ລາອອກຈາກພາກລັດ ແລະ ໄປເຮັດວຽກນໍາເອກະຊົນຊຶ່ງໄດ້ເປັນຜູ້ອໍານວຍການໃຫຍ່ທະນາຄານ OCBC ປີ 1995 ໄດ້ກັບມາເຮັດວຽກນໍາພາກລັດ ແລະ ໄດ້ຮັບແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ, ປີ 2003 ເປັນຮອງລັດຖະ ມົນຕີ ແລະ ລັດຖະມົນຕີປະສານງານປະຈໍາກະຊວງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ປີ 2005 ເຂົ້າບໍານານ ແລະ ຖືກແຕ່ງຕັ້ງເປັນຮອງອໍານວຍການ ແລະ ຜູ້ບໍລິຫານລະດັບສູງຂອງວິສາຫະກິດເພື່ອການລົງທຶນຂອງລັດຖະບານສິງກະໂປ, ເປັນປະທານກອງທຶນເພື່ອການຄົ້ນຄວ້າແຫ່ງຊາດ, ທັງເປັນປະທານສະພາຄົ້ນຄວ້ານະວັດຕະກໍາ ແລະ ວິສາຫະກິດ ແລະ ທັງເປັນປະທານກຸ່ມບໍລິສັດສື່ມວນຊົນສິງກະໂປ ແລະ ປີ 2011 ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຄົນທີ 7 ແຫ່ງສາທາລະນະລັດສິງກະໂປ.
ຫນັງສືພິມລາວພັດທະນາ:

ປະທານາທິບໍດີ ສິງກະໂປ ເດີນທາງເຖິງ ສປປລາວ ແລ້ວ ໃນຕອນຄໍ່າຂອງມື້ນີ້ ໃນການຢ້ຽມຢາມລັດຖະກິດ Reviewed by makarow on 5:28:00 PM Rating: 5

Contact Form

Name

Email *

Message *

Powered by Blogger.