ຂ່າວດ່ວນ

ຂ່າວອື່ນໆ

random

ສູນທອນພົດຄັ້ງສຸດທ້າຍຂອງໂອບາມາ ໃນຖານະປະທານາທິບໍດີ ສ ອາເມລິກາ




ໂອບາມາ ກ່າວສູນທອນພົດທັງນ້ຳຕາຕໍ່ຊາວອາເມລິກາເປັນຄັ້ງສຸດທ້າຍ ຍໍ້າສະໂລແກນ “ເຮົາສ້າງການປ່ຽນແປງໄດ້ ພ້ອມຍືນຍັນວ່າເຮົາເຮັດໄດ້ແລ້ວ”
ບາຣັກ ໂອບາມາ ປະທານາທິບໍດີຜິວດຳຄົນທຳອິດຂອງສະຫະລັດໃນອາຍຸ 55ປີ ກ່າວສູນທອນພົດໃນຖານະປະທານາທິບໍດີເປັນຄັ້ງສຸດທ້າຍທີ່ບ້ານເກີດໃນນະຄອນຊິຄາໂກ ເມື່ອຕອນຄໍ່າວັນອັງຄານ ຕາມເວລາສະຫະລັດກ່ອນຈະພົ້ນ ຕຳແຫນ່ງໃນວັນທີ 20ມັງກອນນີ້ ໂດຍກ່າວຍໍ້າເຕືອນສະໂລແກນຫາສຽງເລືອກຕັ້ງເມື່ອ 8ປີກ່ອນວ່າ: ເຮົາສາມາດສ້າງການປ່ຽນແປງໄດ້ ຫລື yes, we can ພ້ອມກັບຍືນຍັນວ່າ: ນະວັນນີ້ເຮົາເຮັດໄດ້ແລ້ວ ພ້ອມກັບຮຽກຮ້ອງໃຫ້ຊາວ ອາເມລິກາຮ່ວມປົກປ້ອງປະຊາທິປະໄຕ
ທຸກມື້ຕະຫລອດໄລຍະເວລາ 8ປີນີ້ ເຂົາໄດ້ຮຽນຮູ້ຈາກຊາວອາເມລິກາທຸກຄົນ ເຊິ່ງທຸກຄົນເຮັດໃຫ້ເຂົາເປັນປະທານາທິບໍດີທີ່ດີຂື້ນ ແລະ ເປັນຄົນທີ່ດີຂື້ນ ກ່ອນສະຫລຸບຜົນງານຄວາມສຳເລັດທັງເລື່ອງການຟື້ນຟູເສດຖະກິດ ແລະ ອຸດສາຫະກຳລົດໃຫຍ່, ການສ້າງວຽກ, ການຮື້ຟື້ນຄວາມສຳພັນການທູດກັບຄີວບາ, ການຍຸດຕິໂຄງການນິວເຄຍຂອງອີ່ຫລ່ານ, ການອະນຸຍາດເກແຕ່ງງານ ແລະ ການສ້າງລະບົບປະກັນສຸຂະພາບໂອບາມາແຄ ເຊິ່ງເຂົາບອກວ່າ: ເຖິງເປົ້າຫມາຍເຫລົ່ານີ້ຢູ່ສູງ ແຕ່ທຸກຄົນເຮັດໃຫ້ເກີດຂື້ນ ທຸກຄົນຄືຄວາມປ່ຽນແປງ ເຮັດໃຫ້ອາເມລິກາດີຂື້ນ ແລະ ແຂງແກ່ງກວ່າທີ່ເປັນ
ຖ້ອຍຄຳຖະແຫລງຂອງໂອບາມາມີຂື້ນໃນຂະນະທີ່ໂດນັລ ທຣຳ ຈະເຂົ້າຮັບຕຳແຫນ່ງປະທານາທິບໍດີຄົນໃຫມ່ໃນອີກພຽງຫນື່ງອາທິດປາຍ ທ່າມກາງຄວາມວິຕົກກັງວົນຂອງຫລາຍຝ່າຍວ່າເຂົາຈະລົ້ມເລີກນະໂຍບາຍຂອງໂອບາມາ ແລະ ປ່ຽນທິດທາງຂອງປະເທດຕ່າງໄປຈາກເດີມ
ນອກຈາກນີ້ ໂອບາມາໄດ້ເຕືອນຍໍ້າເຖິງໄພຄຸກຄາມຕໍ່ປະຊາທິປະໄຕ ຄວາມເທົ່າທຽມທາງເສດຖະກິດ ແລະ ຄວາມແຕກແຍກທາງເຊື້ອຊາດ ແລະ ບອກນຳວ່າ: ຂູ່ແຂ່ງຍ່າງລັດເຊຍ ຫລື ຈີນ ບໍ່ອາດມີອິດທິພົນທົ່ວໂລກທຽບເທົ່າສະຫະລັດ ເວັ້ນແຕ່ວ່າເຮົາລົ້ມເລີກຈຸດຍືນທີ່ເຮົາຍຶດຖື ແລະ ປ່ຽນໂຕເອງໄປເປັນປະເທດໃຫຍ່ທີ່ລັງແກຊາດເພື່ອນບ້ານທີ່ນ້ອຍກວ່າ
ໃນຂະນະທີ່ກຳລັງຈະພົ້ນຕຳແຫນ່ງ ໂອບາມາຍັງຄົງມີຄະແນນນິຍົມຂ້ອນຂ້າງສູງ ປະມານ 55% ຈາກການສຳຫລວດຂອງມະຫາວິທະຍາໄລຄວິນນິພິແອັດ ແລະ ຖືວ່າຍັງຄົງມີອິດທິພົນທາງການເມືອງພໍສົມຄວນ ແລະ ຜູ້ຕອບຄຳຖາມປະມານ 51% ເບິ່ງວ່າທຣຳ ເຮັດຜົນງານໄດ້ບໍ່ດີໃນຖານະວ່າທີ່ປະທານາທິບໍດີ
ຄຳຖະແຫລງຂອງໂອບາມາ ມີຂື້ນທີ່ສູນການປະຊຸມແມດຄໍມິກ ເພກ ແລະ ຄາດວ່າມີປະຊາຊົນຫລາຍກວ່າ 20,000ຄົນເຂົ້າຮ່ວມຟັງ ເຖິງແມ່ນບັດເຂົ້າງານຈະແຈກຟີແຕ່ມີການຂາຍອອນລາຍລາຄາສູງເຖິງ 1,000ໂດລາ ພຽງບໍ່ເທົ່າໃດຊົ່ວໂມງກ່ອນການກ່າວສູນທອນພົດ ໂອບາມາເຖິງກັບຮ້ອງໄຫ້ຕອນທີ່ກ່າວເຖິງຄອບຄົວໂດຍຂອບໃຈມິເຊລ ທີ່ເປັນທັງເມຍ, ແມ່ຂອງລູກ ແລະ ຫມູ່ທີ່ດີທີ່ສຸດ ແລະ ເຂົາຍັງກ່າວຂອບໃຈຮອງປະທານາທິບໍດີໂຈ ໄບເດນ ດ້ວຍຄວາມຊາບຊຶ້ງໃຈວ່າເປັນຄືກັບອ້າຍຂອງເຂົາ

ຂໍ້ມູນຈາກ: komchadluek

ສູນທອນພົດຄັ້ງສຸດທ້າຍຂອງໂອບາມາ ໃນຖານະປະທານາທິບໍດີ ສ ອາເມລິກາ Reviewed by makarow on 6:16:00 AM Rating: 5

Contact Form

Name

Email *

Message *

Powered by Blogger.