ຂ່າວດ່ວນ

ຂ່າວອື່ນໆ

random

ການລັກລອບເຄື່ອນຍ້າຍໄມ້ແບບຜິດກົດໝາຍຍັງປາກົດມີໃຫ້ເຫັນ



ກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ພາຍຫຼັງທີ່ລັດຖະບານໄດ້ອອກຄຳສັ່ງລວມເຖິງຂໍ້ຫ້າມ ແລະ ລະບຽບກົດໝາຍຕ່າງໆໃນການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ລວມເຖິງການກຳຈັດການລັກລອກຕັດໄມ້ ແລະ ເຄື່ອນຍ້າຍໄມ້ (ຄ້າ-ຂາຍ) ໄມ້ທີ່ບໍ່ຖືກຕ້ອງຕາມລະບຽບ ແລະ ຕ້ານການລັກລອບຕັດໄມ້ແບບຊະຊາຍໃຫ້ມີປະສິດທິຜົນ ແລະ ເຖິງວ່າຜ່ານມານີໄດ້ມີຜົນຫຼາຍຂຶ້ນແຕ່ບັນຫາດັ່ງກ່ວກໍຍັງບໍ່ສາມາດກຳຈັດໃຫ້ໝົດໄປໄດ້ ແລະ ຍັງປາກົດມີໃຫ້ເຫັນຄື: ພຽງເທົ່າໃດວັນຂອງປີໃໝ່ 2017 ນີ້ເຈົ້າໜ້າທີ່ກວດກາປ່າໄມ້ສາມາດຍຶດໄມ້ຜິດກົດໝາຍໄດ້1.521 ໂຕມີບໍລິມາດ 77,20ແມັດກ້ອນໃນ
ນັ້ນມີໄມ້ຫວງຫ້າມ 798 ໂຕບໍລິມາດຫຼາຍວກ່າ 63 ແມັດກ້ອນໄມ້ດູ່ 558 ໂຕມີບໍລິມາດ 5,85 ແມັດກ້ອນໄມ້ຄຸມຄອງ (1,2,3) 165 ໂຕມີບໍລິມາດ 7,50 ແມັດກ້ອນພ້ອມນັ້ນຍັງໄດ້ຍຶດລົດໄຖ່ນາເດີນຕາມ 3 ຄັນທີ່ໃຊ້ໃນການເຄື່ອນຍ້າຍໄມ້ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດໜຶ່ງຄະດີຢູ່ແຂວງສາລະວັນເພື່ອແນ່ໃສ່ຈັດຕັ້ງປະຕິບັດລະບຽບກົດໝາຍປ່າໄມ້ໃຫ້ສັກສິດ.

ກົມປ່າໄມ້ໃຫ້ຮູ້ວ່າ: ເຖິງວ່າຜ່ານມາເຈົ້າໜ້າທີ່ກໍຄືພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ສະກັດກັ້ນການຕັດໄມ້ທຳລາຍປ່າ ແລະ ຄ້າ-ຂາຍໄມ້ແບບຜິດກົດໝາຍຢ່າງເຂັ້ມງວດກໍຕາມແຕ່ປາກົດການຫຍໍ້ທໍ້ດັ່ງກ່າວຍັງປາກົດມີຢູ່ຍ້ອນຄວາມໂລບມາກໂລພາຂີ້ຕັກມັກໄດ້ຂອງຄົນຈຳນວນໜຶ່ງໂດຍພວກເຂົາບໍ່ໄດ້ລົດລະໃນການສວຍໃຊ້ໂອກາດອາໃສຊ່ອງຫວ່າງຂອງເຈົ້າໜ້າທີ່ດັ່ງນັ້ນ ທຸກຄົນຈະຕ້ອງໄດ້ເປັນເຈົ້າການຮ່ວມກັບພາກສ່ວນກ່ຽວຂ້ອງຕ່າງໆເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມກວດການການຕັດໄມ້ ແລະ ເຄື່ອຍຍ້າຍໄມ້ແບບຜິດກົດໝາຍ. ໃຫ້ມີຄວາມຮັບຜິດຊອບກວ່າເກົ່າ. (ຫນັງສືພິມລາວພັດທະນາ)
ການລັກລອບເຄື່ອນຍ້າຍໄມ້ແບບຜິດກົດໝາຍຍັງປາກົດມີໃຫ້ເຫັນ Reviewed by makarow on 1:09:00 AM Rating: 5

Contact Form

Name

Email *

Message *

Powered by Blogger.