ຂ່າວດ່ວນ

ຂ່າວອື່ນໆ

random

ລັດບໍ່ອະນຸຍາດໃຫ້ບໍລິສັດຂາດຄວາມສາມາດເຂົ້າມາປະຕິບັດໂຄງການຂອງລັດເດັດຂາດ


ພາບປະກອບ
         
 ຕໍ່ໄປນີ້ລັດຖະບານຈະບໍ່ໃຫ້ຂະແໜງການຕ່າງໆເລືອກເອົາບໍລິສັດຮັບເໝົາທີ່ຂາດຄວາມສາມາດ ແລະ ບໍ່ໂປ່ງໃສມາຈັດຕັ້ງປະຕິບັດໂຄງການລົງທຶນຕ່າງໆຂອງລັດໂດຍເດັດຂາດ. ຫລັງຈາກເຫັນວ່າບັນດາບໍລິສັດໃນລັກສະນະດັ່ງກ່າວເຮັດວຽກບໍ່ມີປະສິດທິພາບ.

         ບັນຫາດັ່ງກ່າວໄດ້ມີການກໍານົດແຈ້ງຢູ່ໃນບົດແນະນໍາຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາສົກປີ 2017 ໂດຍໄດ້ລະບຸໃນກໍລະນີທຶນສໍາລັບບັນດາໂຄງການສະເໜີໃໝ່ຂອງບັນດາຂະແໜງການ ແລະ ທ້ອງຖິ່ນໃນປີ 2017
ທີ່ມີມູນຄ່າຫລາຍກວ່າ 457 ຕື້ກີບໂດຍໃຫ້ປະຕິບັດດັ່ງນີ້: ສໍາລັບໂຄງການທີ່ລັດ ແລະ ປະຊາຊົນສົມທົບກັນປະຕິບັດ ກໍໃຫ້ຂະແໜງການກ່ຽວຂ້ອງກວດກາໃຫ້ລະອຽດກ່ຽວກັບລະດັບຄວາມເໝາະສົມໃນການປະກອບສ່ວນຂອງປະຊາຊົນ ແລະ ປະເພດວັດສະດຸທີ່ປະຊາຊົນຈະສົມທົບໂດຍຄໍານຶງເຖິງນະໂຍບາຍ ແລະ ລະບຽບການຕ່າງໆຢ່າງເຄັງຄັດການປະຕິບັດໂຄງການລົງທຶນຂອງລັດຕ້ອງດໍາເນີນການປະມູນຕາມລະບຽບກົດໝາຍວ່າດ້ວຍການປະມູນຈັດຊື້ສີນຄ້າການກໍ່ສ້າງສ້ອມແປງ ແລະ ການບໍລິການດ້ວຍທຶນຂອງລັດເດັດຂາດບໍ່ໃຫ້ຄັດເລືອກເອົາບໍລິສັດຮັບເໝົາກໍ່ສ້າງສະໜອງ ຫລື ບໍລິການແບບຮູບການ ແລະ ຂາດຄວາມໂປ່ງໃສ. ຕ້ອງຮັບປະກັນໃຫ້ໄດ້ບໍລິສັດທີ່ມີຄວາມສາມາດດ້ານວິຊາການມີທຶນຮອນພຽງພໍມີຄວາມຕັ້ງໃຈບັນຫາສໍາຄັນຕ້ອງຮັບປະກັນການປະມູນຢ່າງໂປ່ງໃສຍຸຕິທໍາຖືກຕ້ອງຕາມຂັ້ນຕອນ ແລະ ສອດຄ່ອງກັບນິຕິກໍາກ່ຽວຂ້ອງຕ່າງໆສ່ວນໂຄງການໃດທີ່ມີການປະມູນບໍ່ຖືກຕ້ອງຕາມລະບຽບກົດໝາຍນັ້ນແມ່ນໃຫ້ໂມຄະ ແລະ ພາຍຫລັງໂຄງການຖືກຮັບຮອງ ແລະ ຮອດໄລຍະຈັດຕັ້ງປະຕິບັດເຈົ້າຂອງໂຄງການຕ້ອງແຕ່ງຕັ້ງຄະນະຮັບພິຊອບໂຄງການຊຶ່ງໃຫ້ປະກອບມີຕາງໜ້າຈາກຂະແໜງການເງິນແຜນການ ແລະ ການລົງທຶນພ້ອມດ້ວຍພາກສ່ວນກ່ຽວຂ້ອງອື່ນໆເຂົ້າຮ່ວມ ເພື່ອດໍາເນີນຕິດຕາມກວດກາຄຸ້ມຄອງໃຫ້ສອດຄ່ອງກັບເປົ້າໝາຍແຜນງານ ແລະ ສໍາເລັດທັນຕາມກໍານົດເວລາ. ສໍາລັບແຜນການລົງທຶນຂອງລັດປະເພດ 5 ຂອງແຂວງທີ່ໄດ້ຮັບການພິຈາລະນາຮັບຮອງຈາກສະພາປະຊາຊົນຂັ້ນແຂວງ ແລະ ທ່ານເຈົ້າແຂວງໄດ້ລົງລາຍເຊັນໃສ່ແຜນການລົງທຶນແລ້ວ ໃຫ້ພະແນກແຜນການ ແລະ ການລົງທຶນແຂວງນະຄອນຫລວງ ນໍາສົ່ງແຜນລົງທຶນໃຫ້ກະຊວງແຜນການ ແລະ ການລົງທຶນສັງລວມພ້ອມດຽວກັນນີ້ທ່ານເຈົ້າແຂວງເຈົ້າຄອງຕ້ອງອອກແຈ້ງການໃຫ້ບັນດາພະແນກການອ້ອມຂ້າງ ແລະ ເມືອງນໍາເອົາໂຄງການໄປຈັດຕັ້ງປະຕິບັດຢ່າງເປັນທາງການພ້ອມທັງສະຫລຸບລາຍງານເປັນປະຈໍາທຸກໆ 3,6,9 ແລະ 12 ເດືອນ. ທັງນີ້ກໍເພື່ອຮັບປະກັນໃຫ້ບັນດາໂຄງການພັດທະນາດັ່ງກ່າວມີຄຸນນະພາບສົມກັບການລົງທຶນຂອງລັດ. 
ຂ່າວ: ຫນັງສືພິມລາວພັດທະນາ
ລັດບໍ່ອະນຸຍາດໃຫ້ບໍລິສັດຂາດຄວາມສາມາດເຂົ້າມາປະຕິບັດໂຄງການຂອງລັດເດັດຂາດ Reviewed by makarow on 1:07:00 AM Rating: 5

Contact Form

Name

Email *

Message *

Powered by Blogger.