ນາຍົກ ເນັ້ນໃຫ້ປັບປຸງຄ່ານິຍົມ ໃນການເລືອກຂະແໜງສຶກສາ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໜັກໃຫ້ສັງຄົມ ກໍ່ຄື ນັກຮຽນ-ນັກສຶກສາ ຄວນປັບປຸງຄ່ານິຍົມໃນການເລືອກຂະແໜງການສຶກສາ ເພື່ອໃຫ້ແທດເໝາະກັບການສະໜອງແຮງງານຕາມຕະຫຼາດແຮງງານຕົວຈິງ ຈຶ່ງຈະເຮັດໃຫ້ບໍ່ມີການຫວ່າງງານ ຫຼື ຄົນເຫຼືອບໍ່ພໍຫຼາຍຂຶ້ນ.
ເມື່ອທ້າຍປີຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມໃນກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການທົ່ວປະເທດ ປະຈຳປີ 2017 ເຊິ່ງທ່ານໄດ້ກ່າວໃນບາງຕອນສຳຄັນ ວ່າ: ປັດຈຸບັນນີ້, ບັນດານັກຮຽນ-ນັກສຶກສາທີ່ຮຽນຈົບມາ, ບາງພາກສ່ວນກໍ່ຍັງບໍ່ມີວຽກເຮັດງານທຳ, ແຕ່ກົງກັນຂ້າມຕໍາແໜ່ງງານໃນບາງຂະແໜງການ ຍັງມີຄວາມຕ້ອງການທາງດ້ານແຮງງານສູງຢູ່ ຍ້ອນວ່າບັນດາຂະແໜ່ງການທີ່ຮຽນຈົບມາ ຍັງບໍ່ແມ່ນຂະແໜງການທີ່ເປັນຄວາມຕ້ອງການຕະຫຼາດແຮງງານໃນປະເທດເຮົາ ຈຶ່ງເຮັດກໍ່ໃຫ້ເກີດມີການຫວ່າງງານ ຫຼື ຄົນເຫຼືອບໍ່ພໍຫຼາຍ. ສະນັ້ນ, ບັນດາພາກສ່ວນທີ່ກ່ຽວຂ້ອງ, ສະຖາບັນການສຶກສາ ຫຼື ໂຮງຮຽນ ຄວນເລັ່ງໃສ່ສ້າງບຸຄະລາກອນໃຫ້ກົງກັບຂະແໜງການເຮັດວຽກ ຫຼື ຕຳແໜ່ງງານທີ່ຕ້ອງການໃນສັງຄົມ. ຖ້າປະເທດເຮົາບໍ່ປັບປຸງຄ່ານິຍົມໃນຂະແໜງການສຶກສາ ເວລາຮຽນຈົບມາ ກໍ່ຈະຊອກວຽກເຮັດງານທຳຍາກເປັນແບບນີ້ອີກຕໍ່ໄປ.
ນອກຈາກນີ້, ທ່ານ ນາຍົກ ຍັງກ່າວຕື່ມອີກວ່າ: ຖ້າເຮົາສະໜອງແຮງງານບໍ່ໄດ້ຕາມທີ່ຕະຫຼາດແຮງງານຕ້ອງການ ກໍ່ຈຳເປັນຕ້ອງໄດ້ເອົາແຮງງານຈາກປະເທດອື່ນເຂົ້າມາ, ເຊິ່ງປັດຈຸບັນນີ້ ປະເທດຂອງເຮົາໄດ້ເຂົ້າເປັນປະຊາຄົມເສດຖະກິດອາຊຽນແລ້ວ ຈຶ່ງເຮັດໃຫ້ບໍ່ມີກຳແພງມາກີດຂວາງໃນດ້ານຕ່າງໆ ລວມທັງກຳແພງທາງດ້ານແຮງງານ.
ຂ່າວ: ຂປລ
ນາຍົກ ເນັ້ນໃຫ້ປັບປຸງຄ່ານິຍົມ ໃນການເລືອກຂະແໜງສຶກສາ
Reviewed by makarow
on
3:06:00 AM
Rating:
Reviewed by makarow
on
3:06:00 AM
Rating:


