ຂ່າວດ່ວນ

ຂ່າວອື່ນໆ

random

ຄ່າຈ້າງ 5 ລ້ານກີບ ຂົນຢາບ້າ 60 ພັນເມັດ



ທ້າວ ຄຳສິງ ອາຍຸ 29 ປີ ປະຊາຊົນ ຢູ່ບ້ານໂພນພະ ເມືອງອານຸວົງ ແຂວງໄຊສົມບູນ ຖືກເຈົ້າໜ້າທີ່ ປກສ ແຂວງ ຫລວງນ້ຳທາ ຈັບຕົວຍ້ອນມີການພົວພັນ ກັບຢາເສບຕິດ ໃນວັນທີ 10 ທັນວາ 2016.ທີ່ຜ່ານມາ ຜູ້ກ່ຽວ ຮັບສາລະພາບວ່າ: ໄດ້ຮັບການວ່າຈ້າງ ຈາກນາງ ຍອດ ອາຍຸ 35 ປີ ຢູ່ບ້ານຊຽງກົກໃໝ່ ເມືອງລອງ ແຂວງ ຫລວງນ້ຳທາ ເປັນຈຳນວນເງິນ 5 ລ້ານກີບ ເພື່ອຂົນສົ່ງຢາບ້າ ຈຳນວນ 60 ພັນເມັດ ຈາກເມືອງລອງ ແຂວງ ຫລວງນ້ຳທາ ລົງມາ ວຽງຈັນ..ຜູ້ກ່ຽວໄດ້ຕອບຕົກລົງເຮັດ, ແຕ່ກ່ອນໜ້ານັ້ນ ເຈົ້າໜ້າທີ່ ປກສ ແຂວງ ຫລວງນ້ຳທາ ໄດ້ຮັບຂ່າວຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາບາ ດັ່ງກ່າວ ຈຶ່ງໄດ້ຈັດກຳລັງວິຊາສະເພາະ ລົງຕິດຕາມແກ້ໄຂທັນທີ ແລະ ເມື່ອທ້າວ ຄຳສິງ ເດີນທາງມາຮອດຄິວລົດ ແຂວງ ຫລວງນ້ຳທາ ຄາດວ່າມີຄົນໂທບອກຜູ້ກ່ຽວວ່າມີການສະກັດຈັບ, ຜູ້ກ່ຽວຈຶ່ງວາງແຜນຖິ້ມຖົງໃສ່ຢາບ້າ 60 ພັນເມັດນັ້ນໄວ້ຢູ່ຕັ້ງນັ່ງໃນຄິວລົດ ແລ້ວທຳທ່າຍ່າງມາເຫັນ ແລະ ບອກພົນລະເມືອງດີໃຫ້ແຈ້ງຕໍ່ເຈົ້າໜ້າທີ່.ແຕ່ສຸດທ້າຍ, ສົງໄສຢ້ານໜີບໍ່ລອດ ຜູ້ກ່ຽວຈຶ່ງໄດ້ເຂົ້າມອບຕົວກັບເຈົ້າໜ້າທີ່ດ້ວຍຕົວເອງ ແລະ ຍອມຮັບສາລະພາບວ່າ ຕົນເອງເປັນຄົນເອົາຖົງໃສ່ຢາບ້າໄປຖິ້ມໄວ້ຢູ່ຕັ່ງນັ່ງນັ້ນ. ປັດຈຸບັນ, ເຈົ້າໜ້າທີ່ ປກສ ແຂວງ ຫລວງນ້ຳທາ ກຳລັງຕິດຕາມຈັບຕົວນາງ ຍອດ ທີ່ເປັນຜູ້ວ່າຈ້າງໃນຄະດີດັ່ງກ່າວນີ້. (ຫນັງສືພິມ ປກສ)
ຄ່າຈ້າງ 5 ລ້ານກີບ ຂົນຢາບ້າ 60 ພັນເມັດ Reviewed by makarow on 6:55:00 PM Rating: 5

Contact Form

Name

Email *

Message *

Powered by Blogger.