ຂ່າວດ່ວນ

ຂ່າວອື່ນໆ

random

ນາຍົກລັດຖະມົນຕີ ເນັ້ນໃຫ້ການນໍາ ເມືອງໂຂງ ຫັນເອົາທ່າແຮງ ເປັນຈຸດພັດທະນາຍືນຍົງ



ວັນທີ 9 ມັງກອນ 2017 ທີ່ເມືອງໂຂງ ແຂວງຈໍາປາສັກ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະ ໂອ້ລົມພະນັກງານ ຫລັກແຫລ່ງພາຍໃນເມືອງໂຂງ.

ໃນໂອກາດ ດັ່ງກ່າວນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບການພັດທະນາ ເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ຂອງເມືອງຈາກ ທ່ານ ສະນັ່ນ ສີພາພົມມະຈັນ ເຈົ້າເມືອງໂຂງວ່າ:  ເມືອງໂຂງ ເປັນເມືອງພົ້ນທຸກແລ້ວ ໃນນັ້ນ ອັດຕາການຂະຫຍາຍຕົວ ຂອງເສດຖະກິດ ໃນລະດັບ 8% ຕໍ່ປີ,ສະເລ່ຍລາຍຮັບໃສ່ຫົວຄົນ ບັນລຸ 2.000 ໂດລາສະຫະລັດ, ຜະລິດເຂົ້າ ໃນປີ 2016 ໄດ້ 69.112 ໂຕນ ສະເລ່ຍໃສ່ຫົວຄົນ ໄດ້ຮັບເຂົ້າເປືອກ ປະມານ740 ກິໂລ/ຄົນ, ໄດ້ຊົມໃຊ້ໄຟຟ້າແລ້ວ ກວມ 99%, ມີບ້ານພັດທະນາ ກວມ 76%, ມີບ້ານແບບຢ່າງ ສາທາລະນະສຸກ ກວມ 76%, ປະຈຸບັນ ໄດ້ຮັບການປະກາດເປັນເມືອງ ຈົບຊັ້ນມັດທະຍົມຕົ້ນ ບຳລຸງແລ້ວ.

ພ້ອມດຽວກັນນີ້ ທ່ານ ນາຍົກລັດຖະມົນຕີ ກໍໄດ້ແຈ້ງຈຸດປະສົງ ຂອງການເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງ ໃນຄັ້ງນີ້ ພ້ອມທັງ ໄດ້ຍົກໃຫ້ເຫັນສະພາບ ຈຸດພິເສດ ແລະ ບັນດາທ່າແຮງ ຂອງເມືອງ ເປັນຕົ້ນ ເປັນເມືອງຊາຍແດນ ມີທາງອອກສູ່ຕ່າງປະເທດ, ເປັນເມືອງທົ່ງພຽງ, ມີສາຍນໍ້າ ແລະ ເກາະດອນ ຈຳນວນຫລວງຫລາຍ, ມີປ່າໄມ້ ແລະ ທົ່ງນາ ທີ່ກວ້າງຂວາງ, ສິ່ງແວດລ້ອມສົດຊື່ນ, ທໍາມະຊາດສວຍສົດງົດງາມ, ມີແຫລ່ງທ່ອງທ່ຽວ ທາງທຳມະຊາດທີ່ລືຊື່ ແລະ ອື່ນໆ ຈາກບັນດາເງື່ອນໄຂ ທ່າແຮງເຫລົ່ານັ້ນ ຖືໄດ້ວ່າ ເມືອງໂຂງ ເປັນໜຶ່ງໃນເມືອງທີ່ມີ ຄວາມອຸດົມສົມບູນ ອັນດັບຕົ້ນໆ ຂອງປະເທດ ກໍ່ວ່າໄດ້, ທີ່ສຳຄັນເຫັນວ່າ ບັນຍາກາດການທ່ອງທ່ຽວ ຢູ່ໃນເຂດເມືອງໂຂງ ນັບມື້ມີຄວາມຄຶກຄື້ນ ອັນເປັນເງື່ອນໄຂ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງໃຫ້ມີການ ຂະຫຍາຍຕົວຢ່າງວ່ອງໄວ, ວຽກງານຮອບດ້ານ ໄດ້ຮັບການປັບປຸງ ດີຂຶ້ນເປັນກ້າວໆ ເຊິ່ງ ນາຍົກກໍໄດ້ມີ ຄຳເຫັນເຈາະຈີ້ມແລະ ເນັ້ນໜັກໃຫ້ ຄະນະພັກ-ຄະນະນຳ ຂອງເມືອງໂຂງ ກໍຄື ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ກວດກາຄືນ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງ ໂດຍສະເພາະແຜນປີ, ແຜນ 5 ປີ, ຍຸດທະສາດ ການພັດທະນາ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ທີ່ໄດ້ກຳນົດແລ້ວນັ້ນ ສອດຄ່ອງກັບເງື່ອນໄຂ, ທ່າແຮງ ແລະ ແທດເໝາະກັບ ຄວາມສາມາດຕົວຈິງຄືແນວໃດ, ຈຸດໃດ-ບັນຫາໃດ ບໍ່ທັນແທດເໝາະ ແມ່ນໃຫ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ຊ່ວຍປັບປຸງຄືນ ໃຫ້ສຳເລັດໂດຍໄວ ແລະ ພ້ອມກັນ ຈັດຕັ້ງປະຕິບັດໃຫ້ມີ ໝາກມີຜົນ, ນຳເອົາຜົນປະໂຫຍດສູງສຸດ ມາສູ່ເມືອງ ກໍ່ຄື ແຂວງຂອງຕົນ; ໃຫ້ເອົາໃຈໃສ່ຮັກສາ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ ດ້ວຍຄວາມເປັນເຈົ້າການ, ມີສະຕິລະວັງຕົວ ຕໍ່ກົນອຸບາຍ ຂອງພວກທີ່ບໍ່ຫວັງດີ, ສະກັດກັ້ນ ແລະ ແກ້ໄຂບັນດາ ປະກົດການຫຍໍ້ທໍ້ຕ່າງໆ ໃຫ້ໄດ້ຢ່າງທັນການ ຕິດພັນກັບ ການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ; ເອົາໃຈໃສ່ວຽກລົງກໍ່ສ້າງ ຮາກຖານຢ່າງແຂງແຮງ, ຕິດແທດກັບປະຊາຊົນ ຢ່າງແທ້ຈິງ ແລະ ສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍ ໃນຊົນນະບົດ ໃຫ້ເພີ່ມຂຶ້ນເປັນກ້າວໆ; ເພີ່ມທະວີ ຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ, ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາ ເມືອງຂອງຕົນ ໃຫ້ກາຍເປັນເມືອງ ພັດທະນາດີເດັ່ນ ພາຍໃນ 5 ປີຂ້າງໜ້າ. ຂປລ
ນາຍົກລັດຖະມົນຕີ ເນັ້ນໃຫ້ການນໍາ ເມືອງໂຂງ ຫັນເອົາທ່າແຮງ ເປັນຈຸດພັດທະນາຍືນຍົງ Reviewed by makarow on 12:08:00 AM Rating: 5

Contact Form

Name

Email *

Message *

Powered by Blogger.