ພິທີເຊັນສັນຍາ ໂຄງການລະບົບສື່ສານໂທລະຄົມມະນາຄົມ ແລະ ICT ເພື່ອຮັບໃຊ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ
ວັນທີ 9 ມັງກອນ 2017, ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຮ່ວມກັບ ລັດວິສາຫະກິດລາວໂທລະຄົມມະນາຄົມ, ບໍລິສັດ ລາວເອເຊຍ-ປາຊີຟິກ ຈຳກັດ ( Lao Sat) ແລະ ບໍລະສັດ ຫົວເຫວີຍ ເທັກໂນໂລຢີ້ລາວຈຳກັດ ໄດ້ຈັດພິທີເຊັນສັນຍາໂຄງການລະບົບສື່ສານໂທລະຄົມມະນາຄົມ ແລະ ICT ເພື່ອຮັບໃຊ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ນະຄອນຫຼວງວຽງຈັນ) ຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ໄປສະນີ ແລະ ການສື່ສານ, ພ້ອມດ້ວຍຕາງໜ້າຈາກ 4 ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ຕາງໜ້າລົງນາມເຊັນສັນຍາໃນຄັ້ງນີ້ມີທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ ບໍລິສັດລັດວິສາຫະກິດລາວ ໂທລະຄົມມະນາຄົມ, ທ່ານ Zhao Xiang Chief Executive Officer ບໍລິສັດທາງລົດໄຟລາວ- ຈີນ ຈໍາກັດ, ທ່ານ Sun Lei Chief Technology Officer ບໍລິສັດ ຫົວເຫວີຍ ເທັກໂນໂລຢີ້ ຈຳກັດ ແລະ ທ່ານ Ding Yongbing, General Manager ບໍລິສັດ Lao Asia Pacific Satellite ຈໍາກັດ.
ທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ ບໍລິສັດລັດວິສາຫະກິດລາວ ໂທລະຄົມມະນາຄົມ ກ່າວວ່າ: ໃນການດຳເນີນການກໍ່ສ້າງລະບົບການສື່ສານໂທລະຄົມມະນາຄົມ ແລະ ICT ເພື່ອຮັບໃຊ້ໂຄງການດັ່ງກ່າວໂດຍມີໄລຍະເວລາໃນການໃຫ້ບໍລິການເປັນເວລາ 5 ປີ ເທົ່າກັບໄລຍະເວລາທີ່ໃຊ້ໃນການດຳເນີນການກໍ່ສ້າງທາງລົດໄຟແຕ່ຊາຍແດນ ລາວ-ຈີນ ຈາກບໍ່ເຕັນ ແຂວງຫຼວງນ້ຳທາ ເຖິງ ນະຄອນຫຼວງວຽງຈັນ ມີໄລຍະທາງຍາວ 414,6 ກິໂລແມັດ, ໂດຍລາວໂທລະຄົມ ແລະ ຄູ່ຮ່ວມທຸລະກິດ ຈະໄດ້ດຳເນີນການສ້າງລະບົບການສື່ສານໂທລະຄົມມະນາຄົມ ແລະ ICT ສະໜອງໃຫ້ຄວບຄຸມສະຖານທີ່ຫ້ອງການເຮັດວຽກ, ສູນຄວບຄຸມການປະຕິບັດການ (Command Center) ແລະ ແຄ້ມກໍ່ສ້າງ ຕະຫຼອດຮອດເສັ້ນທາງ ລວມຈຳນວນ 77 ຈຸດ ໂດຍການນໍາໃຊ້ລະບົບສາຍສົ່ງ, ສາຍໄຟເບີອອບຕິກ ແລະ ດາວທຽມ ເພື່ອສະໜອງບໍລິການໂທລະສັບມືຖື 3G, 4G, ອິນເຕີເນັດຄວາມໄວສູງ, ການຮັບສົ່ງຂໍ້ມູນ, ການປະຊຸມທາງໄກຜ່ານລະບົບວີດີໂອ, WiFi ເປັນຕົ້ນ ມູນຄ່າລວມຂອງໂຄງການນີ້ແມ່ນຫຼາຍກວ່າ 22 ລ້ານຫຍວນ ຫຼື ປະມານຫຼາຍກວ່າ 27 ຕື້ກີບ.
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນໂຄງການຮ່ວມມືລະຫວ່າງລັດຖະບານລາວ (ລົງທຶນ30%) ແລະ ລັດຖະບານ ສປ ຈີນ (ລົງທຶນ 70%) ຊຶ່ງກຳນົດເວລາດຳເນີນການກໍ່ສ້າງ 5 ປີ ແລະ ຕາມແຜນຈະໃຫ້ສຳເລັດ ພ້ອມເປີດໃຫ້ບໍລິການໃນປີ 2021. ລວມມູນຄ່າຂອງການກໍ່ສ້າງທາງລົດໄຟທັງໝົດຫຼາຍກວ່າ 5 ຕື້ 800 ລ້ານໂດລາ ໂດຍຈະແລ່ນຜ່ານ 5 ແຂວງຂອງລາວຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ. ມີສະຖານີທັງໝົດ 32 ແຫ່ງ, ຄວາມໄວ 200 ກິໂລແມັດຕໍ່ຊົ່ວໂມງ.
ພິທີເຊັນສັນຍາ ໂຄງການລະບົບສື່ສານໂທລະຄົມມະນາຄົມ ແລະ ICT ເພື່ອຮັບໃຊ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ
Reviewed by makarow
on
8:58:00 PM
Rating:
Reviewed by makarow
on
8:58:00 PM
Rating:


