ທຳລາຍສິນຄ້າທີ່ນຳເຂົ້າມາຢ່າງບໍ່ຖືກຕ້ອງ
ເຈົ້າໜ້າທີ່ກວດກາການຄ້າ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ ແລະ ກວດກາ ຢູ່ຕະຫຼາດເປົ້າໝາຍໃນນະຄອນຫຼວງວຽງຈັນ ທີ່ມີການລັກລອບນຳເຂົ້າເຄື່ອງໄນສັດຢ່າງບໍ່ຖືກຕ້ອງຈາກປະເທດໃກ້ຄຽງ ຜ່ານການລົງກວດກາຂອງເຈົ້າໜ້າທີ່ ໃນວັນທີ 6 ແລະ ວັນທີ 9 ມັງກອນ 2017 ທີ່ຜ່ານມາ ສາມາດຢຶດສິນຄ້າປະເພດເຄື່ອງໄນງົວ ຄວາຍ (ຕັບ ປອດ) ນ້ຳໜັກ ຈຳນວນ 1.230 ກິໂລ ມູນຄ່າປະມານ 36.900.000 ກີບ ທີ່ນຳເຂົ້າມາຢ່າງບໍ່ຖືກຕ້ອງຈາກປະເທດຫວຽດນາມ ເຊິ່ງເຈົ້າໜ້າທີ່ກວດພົບເຫັນສິນຄ້າປະເພດດັ່ງກ່າວ ຢູ່ຕະຫຼາດໂນນຄໍ້ ຈຳນວນ 800 ກິໂລ ແລະ ຕະຫຼາດລາວ-ອົດຊີ ຈຳນວນ 350 ກິໂລ.
ສຳລັບຜູ້ທີ່ກະທຳຜິດນັ້ນ ທາງເຈົ້າໜ້າທີ່ແມ່ນໄດ້ສຶກສາອົບຮົມກ່າວເຕືອນ ພ້ອມທັງເຮັດບົດບັນທຶກ ແລະ ປັບໃໝຕາມລະບຽບການເພື່ອບໍ່ໃຫ້ມາກະທຳຜິດຊ້ຳອີກ ພ້ອມຮຽກຮ້ອງມາຍັງເຈົ້າຂອງຕະຫຼາດ ຄະນະຈັດສັນຕະຫຼາດ ຈົ່ງເອົາໃຈໃສ່ຕື່ມໃນການກວດກາສິນຄ້າທຸກປະເທດ ທີ່ນຳເຂົ້າມາຂາຍຢູ່ໃນຕະຫຼາດຂອງຕົນ ວ່າຖືກຕ້ອງຕາມລະບຽບການ ຫຼື ບໍ່ ເພື່ອເປັນການບໍ່ເອົາລັດເອົາປຽບແກ່ຜູ້ບໍລິໂພກ. (ຫນັງສືພິມວຽງຈັນໃຫ່ມ)
ທຳລາຍສິນຄ້າທີ່ນຳເຂົ້າມາຢ່າງບໍ່ຖືກຕ້ອງ
Reviewed by makarow
on
7:57:00 PM
Rating:

