ຂ່າວດ່ວນ

ຂ່າວອື່ນໆ

random

ປະທານປະເທດ ເນັ້ນພັດທະນາກະສິກຳຕາມທິດສີຂຽວ ແລະ ຍືນຍົງ


ປະທານປະເທດ ເນັ້ນພັດທະນາກະສິກຳຕາມທິດສີຂຽວ ແລະ ຍືນຍົງ ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະເທດ ພ້ອມ​ດ້ວຍ​ຄະນະ ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ຊຸກຍູ້​ການ​ພັດທະນາ​ກະສິກຳ​ຢູ່ເມືອງ​ປາກ​ງື່ມ ນະຄອນຫຼວງ​ວຽງຈັນ (ນວ) ວັນ​ທີ 11 ມັງກອນ 2017 ໂດຍ​ໄດ້​ຮັບ​ການ​ຕ້ອນຮັບຈາກ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ເຈົ້າເມືອງ​ປາກ​ງື່ມ ແລະ ບັນດາ​ພະແນກ​ການ​ກ່ຽວຂ້ອງ.
ການ​ລົງ​ເຄື່ອນ​ໄຫວ​ຄັ້ງ​ນີ້ ທ່ານປະທານ​ປະເທດ ​ພ້ອມ​ດ້ວຍ​ຄະນະ​ ໄດ້​ຢ້ຽມຢາມ​ກຸ່ມ​ຜະລິດ​ພືດ​ຜັກ​ອິນ​ຊີບ້ານ​ທ່າ​ຊ້າງ ເຊິ່ງ​ເປັນ​ກຸ່ມໜຶ່ງ​ທີ່​ມີ​ຄວາມ​ເຂັ້ມແຂງ ເລີ່ມ​ຈັດຕັ້ງ​ປະຕິບັດ​ແຕ່​ປີ 2010 ເປັນຕົ້ນມາ ປັດຈຸບັນ​ມີ​ສະມາຊິກ 77 ຄອບຄົວ ມີ​ເນື້ອທີ່​ຜະລິດ 60 ເຮັກຕາ ສາມາດ​ສະໜອງ​ພືດ​ຜັກອິນ​ຊີ​ປະເພດ​ຕ່າງໆ​ໃຫ້​ນະຄອນຫຼວງ​ວຽງ​ຈັນ 3,5-4 ໂຕນ ສ້າງລາຍ​ຮັບ​ໄດ້ 30-40 ລ້ານ​ກີບ​ຕໍ່ອາທິດ ເຊິ່ງ​ເຮັດ​ໃຫ້​ລາຍ​ຮັບ​ຂອງສະມາຊິກ​ເພີ່ມ​ຂຶ້ນ ແລະ ນຳພາຄອບຄົວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ຈາກ​ນັ້ນ ຄະນະ​ກໍ່​ໄດ້​ໄປຢ້ຽມຢາມ​ຟາມ​ພູ​ຕາເວັນ ເຊິ່ງເປັນ​ຟາມ​ທີ່​ສ້າງ​ຂຶ້ນ ເພື່ອ​ປະຕິບັດການ​ກະເສດ​ໃຫ້​ກາຍເປັນ​ຕົວແບບ​ທຸລະ​ກິດ​ການ​ກະເສດ ຫຼື ດ້ານ​ກະສິກຳ​ຂອງ ​ສປປ ລາວ ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ມາ​ແຕ່​ປີ 2012 ໂດຍ​ການ​ຜະລິດ​ກະສິກຳທີ່​ມີ​ຄວາມ​ປອດ​ໄພ ແລະ ດີ​ຕໍ່​ສຸຂະ​ພາບ ພາຍ​ໃນ​ຟາມ​ນອກຈາກຈະ​ປູກ​ພືດ​ຜັກ​ນາໆ​ຊະນິດ​ແລ້ວ ຍັງ​ມີ​ຟາມ​ງົວ ແລະ ສັດ​ອື່ນໆ​ທີ່ສາມາດ​ຕອບ​ສະໜອງ​ຄວາມຕ້ອງການ​ຂອງ​ຕະຫຼາດ​ໄດ້​ເປັນຢ່າງ​ດີ ນອກ​ນີ້ ຟາມ​ດັ່ງກ່າວ ​ຍັງໃຫ້ການ​ເຝິກອົບຮົມ​ດ້ານ​ກະສິກຳການ​ກະເສດ ສົ່ງເສີມ​ທຸລະ​ກິດຂະໜາດ​ນ້ອຍ-ຂະໜາດ​ກາງ ແລະ ພັດທະນາ​ການທ່ອງທ່ຽວສີຂຽວ ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ຟາມ​ພູ​ຕາເວັນ ຄະນະ​ຜູ້ແທນ​ກໍ່​ໄດ້​ສືບຕໍ່​ຢ້ຽມຢາມ​ຟາມລ້ຽງ​ງົວ​ຂອງ​ບໍລິສັດ ​ເອັກສ​ພີ​ການຄ້າ ລາວ-ຈີນ ຈຳກັດ ມີ​ເນື້ອທີ່ 100 ເຮັກຕາ ໄດ້​ເລີ່ມ​ບຸກເບີກ ແຕ່​ປີ 2012 ເປັນຕົ້ນ​ມາ ເຊິ່ງເປັນ​ຟາມ​ໜຶ່ງ​ທີ່​ເປັນ​ຕົວ​ແບບ ມີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ ໃນ​ການ​ຜະລິດນຳ​ໃຊ້​ລະບົບ​ຝົນຝອຍ ​ເພື່ອ​ປູກ​ຫຍ້າ ສາລີ ເປັນ​ອາຫານ​ໃຫ້​ງົວ ໂດຍ​ຟາມ​ດັ່ງກ່າວ ມີ​ແຜນ​ລ້ຽງ​ງົວ 1.500 ແມ່ ນອກນີ້ຍັງ​ມີ​ແຜນ​ລ້ຽງ​ໝູ ໂດຍ​ການນຳ​ໃຊ້​ເຕັກນິກ​ທີ່​ທັນ​ສະໄໝ​ຕິດພັນ​ກັບ​ການ​ປຸງ​ແຕ່ງ ເພື່ອ​ຈຳໜ່າຍ​ພາຍ​ໃນ ແລະ ສົ່ງ​ອອກຕ່າງປະເທດ.
ໂອກາດ​ການ​ລົງ​ຢ້ຽມຢາມ​ແຕ່ລະ​ຈຸດ ທ່ານ​ປະທານ​ປະເທດ ​ກໍ່​ໄດ້ສະແດງ​ຄວາມ​ຊົມເຊີຍ​ຕໍ່​ການ​ສູ້ຊົນ​ບຸກ​ບືນ ​ເຮັດ​ໃຫ້​ກິດຈະການ​ມີການ​ເຕີບ​ໃຫຍ່​ຂະຫຍາຍຕົວ ປະກອບ​ສ່ວນ​ດ້ານ​ສະບຽງ​ອາຫານໃຫ້ ນວ ບັນດາ​ແຂວງ ກໍ່​ຄືຕ່າງປະເທດ ປະກອບສ່ວນ​ໃນ​ການພັດທະນາ​ເສດຖະກິດ-ສັງຄົມໄດ້ເປັນ​ຢ່າງ​ດີ ພ້ອມ​ນີ້​ທ່ານ​ຍັງ​ໄດ້ຮຽກຮ້ອງ​ໃຫ້​ກຸ່ມ​ຜະລິດ​ພືດ​ຜັກອິນ​ຊີ ກໍ່​ຄືເຈົ້າ​ຂອງ​ຟາມ​ສືບຕໍ່ຂະຫຍາຍ​ເນື້ອທີ່​ການ​ຜະລິດ ແລະ ຜົນ​ຜະລິດ​ໃຫ້​ຫຼາຍ​ຂຶ້ນ ຮັບປະກັນ​ໃຫ້​ໄດ້​ທັງ​ຄຸນະພາບ ແລະ ປະລິມານ ເພື່ອ​ຕອບ​ສະໜອງຄວາມ​ຕ້ອງການ​ຂອງ​ຕະຫຼາດ​ທີ່ນັບ​ມື້​ຫຼາຍ​ຂຶ້ນ ແລະ ຮອງ​ຮັບການ​ແຂ່ງຂັນ​ໃນ​ອະນາຄົດ ການປຸງ​ແຕ່ງ​ກໍ່​ໃຫ້​ມີ​ຫຼາຍ​ຮູບ​ຫຼາຍ​ສີຕາມ​ທິດ​ສີຂຽວ ແລະ ຍືນ​ຍົງ ພ້ອມ​ນີ້ ທ່ານ​ຍັງ​ໄດ້​ເນັ້ນ​ໃຫ້ ນວ ເມືອງ ແລະ ພາກສ່ວນ​ກ່ຽວຂ້ອງ ສືບຕໍ່​ໃຫ້ການ​ຊຸກຍູ້​ສົ່ງເສີມ ບົນພື້ນຖານ​ຂອງ​ລະບຽບ ແລະ ຂໍ້​ກຳນົດ​ຕ່າງໆ​ຂອງ​ພັກ ແລະ ລັດ​ຖະບານ ເພື່ອ​ຊ່ວຍ​ໃຫ້​ເຂົາເຈົ້າ​ສາມາດ​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ເປັນ​ຕົວ​ແບບ​ທີ່​ດີ​ໃນຕໍ່ໜ້າ. (ຫນັງສືພິມວຽງຈັນໃຫ່ມ)
ປະທານປະເທດ ເນັ້ນພັດທະນາກະສິກຳຕາມທິດສີຂຽວ ແລະ ຍືນຍົງ Reviewed by makarow on 7:58:00 PM Rating: 5

Contact Form

Name

Email *

Message *

Powered by Blogger.