ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຕ້ອງປະຕິບັດຕາມລະບຽບ ແລະ ມາດຕະຖານທີ່ກຳນົດໄວ້
ເພື່ອຮັບປະກັນໃຫ້ໂຄງການທາງລົດໄຟລາວ-ຈີນ
ໄດ້ສຳເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການທັນກຳນົດເວລາ
ໃຫ້ເປັນໂຄງການຕົ້ນແບບທີ່ພົ້ນເດັ່ນ ໃນບັນດາໂຄງການຍຸດທະສາດ
“ໜຶ່ງແລວທາງ ໜຶ່ງເສັ້ນທາງ”.
ວັນທີ 11 ມັງກອນ 2017 ຢູ່ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດໃຫ້ມີກອງປະຊຸມກ່ອນການກໍ່ສ້າງ ຊີ້ແຈງລະບຽບຕ່າງໆ ແລະ ມາດຕະຖານເຕັກນິກພາກສະໜາມໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ພາຍໃຕ້ການເປັນປະທານຂອງທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງ ຍທຂ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເຊິ່ງມີທ່ານ ຈ່າວສຽງ ຜູ້ອຳນວຍການໃຫຍ່ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ພ້ອມຕົວແທນຈາກກຸ່ມບໍລິສັດຮັບເໝົາກໍ່ສ້າງ ບໍລິສັດທີ່ປຶກສາ ສະຖາບັນ ສຳຫຼວດອອກແບບການກໍ່ສ້າງ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.
ທ່ານ ຈ່າວສຽງ ກ່າວວ່າ: ໂຄງການລົດໄຟລາວ-ຈີນ ເປັນໂຄງການທີ່ການນຳສູງສຸດຂອງພັກ-ລັດຖະບານສອງປະເທດ ໄດ້ໃຫ້ຄວາມເອົາໃຈໃສ່ ແລະ ເປັນຜູ້ຊຸກຍູ້ໂຄງການດັ່ງກ່າວ ເປັນໂຄງການຮ່ວມມືລະຫວ່າງສອງລັດຖະບານ ທີ່ເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງຄົມມະນາຄົມ ເຊື່ອມຈອດກັບເສັ້ນທາງລົດໄຟ ຢູ້ຊີຫາບໍ່ຫ່ານຂອງ ສປ ຈີນ ຢູ່ຈຸດເໜືອສຸດ ແລະ ໄດ້ເຊື່ອມຕໍ່ກັບເສັ້ນທາງລົດໄຟຂອງປະເທດໄທຢູ່ຈຸດໃຕ້ສຸດ ໃນອະນາຄົດຈະເປັນສ່ວນໜຶ່ງທີ່ສຳຄັນຂອງເສັ້ນທາງລົດໄຟຜ່ານອາຊີສາຍກາງ.
ໃນໂອກາດດຽວກັນນີ້ ທ່ານ ລັດຕະນະມະນີ ຄູນນິວົງ ກໍ່ໄດ້ເນັ້ນໜັກໃຫ້ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ແລະ ກຸ່ມບໍລິສັດທີ່ຮັບເໝົາການກໍ່ສ້າງຈົ່ງຄຳ ນຶງເຖິງຈັນຍາບັນດ້ານວິຊາການໃຫ້ສູງ ບໍລິສັດຕ້ອງປະຕິບັດຕາມຄຳສັ່ງ ຄຳແນະນຳ ລະບຽບວິໄນຕ່າງໆຂອງລັດຖະບານຂອງ ສປປ ລາວ ຕ້ອງສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ຮັກສາສະພາບແວດລ້ອມທຳມະຊາດເປັນພິເສດ.
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ບໍ່ເຕັນ (ຊາຍແດນ ລາວ-ຈີນ) ຫາສະຖານີນະຄອນຫຼວງວຽງຈັນ ຄວາມຍາວກວ່າ 417 ກິໂລແມັດ ເຊິ່ງໄດ້ອອກແບບເປັນທາງລົດໄຟມາດຕະຖານຊັ້ນ I ປະເພດລາງດ່ຽວ ການກຳນົດຄວາມໄວອອກແບບສຳລັບຂົນສົ່ງໂດຍສານເຂດພູດອຍແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ ຢູ່ເຂດທົ່ງພຽງແມ່ນ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວອອກແບບສຳລັບການຂົນສົ່ງສິນຄ້າ 120 ກິໂລແມັດຕໍ່ຊົ່ວໂມງ ການກໍ່ສ້າງປະກອບມີກໍ່ສ້າງຂົວ 167 ແຫ່ງ ຍາວ 61 ກວ່າກິໂລແມັດ ກວມ 14,9% ກໍ່ສ້າງທໍ່ 649 ແຫ່ງ ຍາວ 20 ກິໂລແມັດ ກໍ່ສ້າງອຸມົງ 75 ແຫ່ງ ຍາວ 197 ກິໂລແມັດ ກວມ 47,7% ໃນນີ້ ອຸມົງທີ່ມີຄວາມຍາວກວ່າໝູ່ແມ່ນປະມານ 12 ກິໂລແມັດ ຢູ່ເມືອງກາສີ ແຂວງວຽງຈັນ ມີສະຖານີທັງໝົດ 32 ແຫ່ງ ໃນນີ້ມີ 21 ສະຖານີສຳລັບລົດໄຟຫຼີກກັນມີ 11 ສະຖານີໂດຍສານ ແລະ ລວມສະຖານີສິນຄ້າອີກ 1 ແຫ່ງ ລວມມູນຄ່າກໍ່ສ້າງຂອງໂຄງການ 5,8 ຕື້ໂດລາສະຫະລັດ.

Reviewed by makarow
on
8:03:00 PM
Rating:
Reviewed by makarow
on
8:03:00 PM
Rating: