ຫຼາຍບັນຫາສຳຄັນ ຖືກຍົກຂຶ້ນມາຊີ້ແຈງຕໍ່ກອງປະຊຸມສະພາ
ກອງປະຊຸມສະໄໝສາມັນເທື່ອທີ
2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ໄດ້ດຳເນີນເປັນມື້ທີ 2
ໃນວັນທີ 10 ມັງກອນ 2017 ໂດຍເປັນປະທານຂອງທ່ານ ອຸດອນ ໄຊມຸນຕີ
ຮອງປະທານສະພາປະຊາຊົນ ນວ ມີທ່ານເຈົ້າຄອງ ຮອງເຈົ້າຄອງ ນວ
ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ ການນຳ ນວ ອະດີດການນຳ
ນັກປະຕິວັດອາວຸໂສ ຕົວແທນນັກທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.ກອງປະຊຸມໄດ້ຮັບຟັງລາຍງານຈາກພະແນກການຕ່າງໆ ທີ່ໄດ້ຜັດປ່ຽນກັນຂຶ້ນສະເໜີ ແລະ ຊີ້ແຈງຄຳຊັກຖາມບັນຫາສຳຄັນຕ່າງໆຂອງ ສສ ນວ ເປັນຕົ້ນ ບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016 ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານ 3 ເດືອນຂ້າມຜ່ານທ້າຍປີ 2016 ແລະ ແຜນງົບປະມານແຫ່ງລັດ 2017 ສາເຫດທີ່ພາໃຫ້ເກັບລາຍຮັບອາກອນບໍ່ໄດ້ຕາມແຜນການ 4 ປີຕໍ່ເນື່ອງ ບົດລາຍງານຫັນດິນສອງຟາກຖະໜົນເພື່ອເປັນທຶນຂອງໂຄງການກໍ່ສ້າງທາງ 450 ປີ ບັນຫາຕອນດິນທີ່ຕົກຄ້າງ ແລະ ບໍ່ທັນອອກໃບຕາດິນ ການຄຸ້ມຄອງເຂດປ່າສະຫງວນດົງໂພສີ ເຫດຜົນຂອງການຖອນໃບຕາດິນຂອງປະຊາຊົນຢູ່ເສັ້ນທາງ 450 ປີ ແລະ ໄດ້ມີມາດຕະການຄຸ້ມຄອງຕໍ່ໂຮງຈັກໂຮງງານ ທີ່ປ່ອຍມົນລະພິດທາງອາກາດ-ທາງນ້ຳ.
ໂອກາດນີ້ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະຫຼຸບຄຳຊີ້ແຈງຕໍ່ກອງປະຊຸມ ເຊິ່ງບັນຫາສຳຄັນນັ້ນ ຕ້ອງມີການປັບປຸງແບບແຜນວິທີເຮັດວຽກຄືນໃໝ່ ພ້ອມທັງເນັ້ນການຫັນລົງກໍ່ສ້າງຮາກຖານ ຖືເອົາວຽກງານ 3 ສ້າງເປັນບັນຫາຕົ້ນຕໍ ແບ່ງຂັ້ນຄວາມຮັບຜິດຊອບເປັນອັນລະອຽດ ແລະ ບັນຫາສຳຄັນແມ່ນການຍົກສູງຄວາມຮູ້ຄວາມສາມາດຂອງພະນັກງານນຳພາ ແລະ ຜູ້ລົງປະຕິບັດໜ້າທີ່ວິຊາສະເພາະໃນແຕ່ລະຂະແໜງການ ເພື່ອພ້ອມກັນພັດທະນານະຄອນຫຼວງ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ໃຫ້ສາມາດເທົ່າທຽມກັບພາກພື້ນ ແລະ ສາກົນ.
(ຫນັງສືພິມວຽງຈັນໃຫ່ມ)
ຫຼາຍບັນຫາສຳຄັນ ຖືກຍົກຂຶ້ນມາຊີ້ແຈງຕໍ່ກອງປະຊຸມສະພາ
Reviewed by makarow
on
8:05:00 PM
Rating:

