ຂ່າວດ່ວນ

ຂ່າວອື່ນໆ

random

ຫຼວງນ້ຳທາ ຈັດງານຕະຫຼາດນັດສະຫຼອງ ວັນປົດປ່ອຍຫຼວງນ້ຳທາ



    ແຂວງຫຼວງນ້ຳທາ ໄດ້ຈັດງານຕະຫຼາດນັດສະເຫຼີມສະຫຼອງ ວັນປົດປ່ອຍຫຼວງນ້ຳທາ ຄົບຮອບ 55 ປີ (6/5/1962 -6/5/ 2017) ຂຶ້ນເມື່ອບໍ່ດົນມານີ້ ທີ່ເດີ່ນກິລາແຂວງ ໂດຍການເຂົ້າ ຮ່ວມຂອງ ທ່ານ ເພັດຖາວອນ ພິລາວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນ້ຳທາ, ມີການ ນຳແຂວງ, ບັນດາແຂກຖືກເຊີນ, ນັກທຸລະກິດ, ຕະຫຼອດຮອດ ປະຊາຊົນບັນດາເຜົ່າເຂົ້າຮ່ວມ. ທ່ານ ນາງ ວຽງພອນ ເຮືອງແພງອ່ອນ ເຈົ້າເມືອງ ຫຼວງນ້ຳທາ ຕາງໜ້າຄະນະ ກຳມະການຂະບວນການຂັ້ນ ແຂວງ ໄດ້ລາຍງານການຈັດ ຕັ້ງງານຄັ້ງນີ້ວ່າ: ການຈັດງານ ດັ່ງກ່າວຂຶ້ນ ເພື່ອຂ່ຳນັບຮັບ ຕ້ອນວັນສະເຫຼີມສະຫຼອງວັນ ປົດປ່ອຍຫຼວງນ້ຳທາ ຄົບຮອບ 55 ປີ ຊຶ່ງເປັນວັນທີ່ມີຄວາມ ໝາຍສຳຄັນທາງປະຫວັດສາດ ຂອງຊາດລາວເວົ້າລວມ, ເວົ້າ ສະເພາະແມ່ນແຂວງຫຼວງນ້ຳ ທາ. ງານຕະຫຼາດນັດວາງສະ ແດງສິນຄ້າ ໄດ້ຈັດຂຶ້ນແຕ່ວັນ ທີ 1-7 ພຶດສະພາ, ການຈັດ ງານຄັ້ງນີ້ ເປັນການຢັ້ງຢືນເຖິງ ຜົນງານການນຳພາຂອງພັກ- ລັດ, ອົງການປົກຄອງແຕ່ລະ ຂັ້ນ ກໍຄືຫົວໜ່ວຍທຸລະກິດ ໃນ ຂັ້ນຮາກຖານໄດ້ມີການເຕີບ ໃຫຍ່ຂະຫຍາຍຕົວ ຊຶ່ງສະແດງ ໃຫ້ເຫັນຜົນຜະລິດ ຫຼື ຜະລິດ ຕະພັນອອກສູ່ຕະຫຼາດໃຫ້ສັງ ຄົມໄດ້ຊົມໃຊ້ ແລະ ກາຍເປັນ ສິນຄ້າສົ່ງອອກນັບມື້ນັບຫຼາຍ ຂຶ້ນ. ນອກນັ້ນຍັງມີຜະລິດຕະ ພັນສຳເລັດຮູບຈາກຕ່າງປະ ເທດ ເພື່ອແລກປ່ຽນສິນຄ້າ -ບົດຮຽນ ແລະ ປະສົບການ ໃນການລົງທຶນໃນຂົງເຂດເອອີ ຊີ, ອະນຸພາກພື້ນ ແລະ ສາກົນ. ໃນງານຄັ້ງນີ້ ມີບັນດາພະແນກ ການ, ຫົວໜ່ວຍທຸລະກິດທັງ ພາຍໃນ ແລະ ຕ່າງປະເທດ, ປະຊາຊົນພາຍໃນ ແລະ ນັກ ທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດໄດ້ເຂົ້າຮ່ວມທັງໝົດ 17 ພະແນກ, ຈຳນວນ 17 ຫ້ອງ, ມີຈຳນວນ 3 ເມືອງ, ພາຍໃນແຂວງ. ສິນຄ້າທີ່ນຳ ມາວາງສະແດງມີຈຳນວນ 91 ຫ້ອງ ສະເພາະງານຕະຫຼາດ ນັດຂອງບໍລິສັດມີຄື: ສິນຄ້າ ຂອງລາວ 45 ຫ້ອງ, ສິນຄ້າໄທ ແລະ ສິນຄ້າໂອທ໊ອບ 13 ຫ້ອງ, ສິນຄ້າຈາກ ສປ ຈີນ 5 ຫ້ອງ, ສິນຄ້າຈາກ ສສ ຫວຽດນາມ 28 ຫ້ອງ ແລະ ມາຈາກຫ້າງ ຮ້ານພໍ່ແມ່ປະຊາຊົນພາຍໃນ ແຂວງ 20 ກວ່າຮ້ານ, ໃນນັ້ນ ມີ 2 ລາຍການສິນຄ້າໂອດ໊ອບ ຂອງແຂວງຄື: ຜະລິດຕະພັນ ເຫຼົ້າເຂົ້າເປືອກສົດ (ເມືອງສິງ) ແລະ ນ້ຳມັນງາດຳທຳມະຊາດ (ເມືອງນາແລ) ມູນຄ່າຜະລິດ ຕະພັນສິນຄ້າກະສິກຳ ແລະ ອຸດສາຫະກຳປຸງແຕ່ງພາຍໃນ ງານໃນຄັ້ງນີ້ ມີງົບປະມານ 7,5 ຕື້ກວ່າກີບ ແລະ ເງິນໝູນວຽນ ໃນງານປະມານ 1,5 ຕື້ກີບ. ໃນງານດັ່ງກ່າວ ຍັງມີ ການສະແດງສິລະປະວັນນະ ຄະດີ, ແຂ່ງຂັນກິລາບານເຕະ, ຕີດອກປີກໄກ່, ຂີ່ລົດຖີບ ເພື່ອ ສຸຂະພາບ ແລະ ຄວາມສາມັກ ຄີ, ການແຂ່ງຂັນກິລາເປຕັງ, ການສະແດງສິລະປະວັນນະ ຄະດີບັນດາເຜົ່າມາຈາກແຕ່ລະ ເມືອງ, ອ້ອມຂ້າງແຂວງ ແລະ ຈາກສູນກາງ, ການເດີນ ແບບ ນາງສາວອາພອນບັນດາເຜົ່າ ພາຍໃນແຂວງ ແລະ ອື່ນໆ. ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງຫຼວງນ້ຳທາ ຍັງໄດ້ ຮ່ວມກັບແຂກທີ່ເຂົ້າຮ່ວມໃນ ງານ ກໍໄດ້ຕັດແຖບຜ້າໄຂງານ ຕະຫຼາດນັດຢ່າງເປັນທາງການ ພ້ອມດຽວກັນນີ້ ທ່ານ ທອງ ເພັດ ຫົວໜ້າບໍລິສັດທອງເພັດ ມາເກັດຕິງ ຈຳກັດ ກໍໄດ້ມອບ ເງິນສົດ 40 ລ້ານກີບ ແລະ ບໍ ລິສັດແກ້ວວິໄລກໍ່ສ້າງ ເຄຫາ- ຊົນລະປະທານ ຈຳກັດ ໄດ້ ມອບບັ້ງໄຟດອກ ຈຳນວນ 70 ແກັດ ລວມມູນຄ່າ 39 ລ້ານ ກີບ ໃຫ້ທ່ານເຈົ້າແຂວງຫຼວງ ນ້ຳທາ ເພື່ອນຳໃຊ້ເຂົ້າໃນການ ຈັດງານຄັ້ງນີ້ໃຫ້ບັນລຸໄປດ້ວຍ ດີ.
ຫຼວງນ້ຳທາ ຈັດງານຕະຫຼາດນັດສະຫຼອງ ວັນປົດປ່ອຍຫຼວງນ້ຳທາ Reviewed by makarow on 3:44:00 AM Rating: 5

Contact Form

Name

Email *

Message *

Powered by Blogger.