ສຳເລັດຝຶກອົບຮົມກວດກາພັກ-ລັດ ຊຸດທີ III
ຄະນະກວດກາສູນກາງ ພັກ, ອົງການກວດກາລັດຖະ ບານ ໄດ້ອັດກອງປະຊຸມຝຶກ ອົບຮົມວຽກງານກວດກາໃຫ້ ພະນັກງານ-ວິຊາການ ແລະ ພະນັກງານ 95% ຂຶ້ນ ໃນວັນ ທີ 5 ພຶດສະພາຜ່ານມານີ້ ທີ່ ສະໂມສອນຄະນະກວດກາ ສູນກາງພັກ (ຫຼັກ 6) ໂດຍໃຫ້ ກຽດເປັນປະທານຂອງສະຫາຍ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາ ສູນກາງພັກ, ມີພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມຝຶກອົບຮົມ ຄັ້ງນີ້ ໄດ້ດຳເນີນເປັນເວລາ 10 ວັນ (ນັບແຕ່ວັນທີ 24 ເມສາ- 5 ພຶດສະພາ 2017) ຊຶ່ງໄດ້ຮ່ຳ ຮຽນບົດຮຽນຈຳນວນ 12 ບົດ ທີ່ເປັນພື້ນຖານກ່ຽວກັບວຽກ ງານຕິດຕາມ-ກວດກາ, ວຽກ ງານຕ້ານການສໍ້ລາດບັງຫຼວງ, ວຽກງານແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ. ນອກ ນັ້ນ ຍັງໄດ້ປະກອບຄຳເຫັນ, ແລກປ່ຽນບົດຮຽນນຳຄູ-ອາ ຈານ ແລະ ນັກສຳມະນາກອນ ດ້ວຍກັນ, ເຮັດໃຫ້ມີເນື້ອໃນ ແລະ ມີບັນຍາກາດດີ. ຜ່ານ ການຝຶກອົບຮົມວຽກງານກວດ ກາຄັ້ງນີ້ ນັກສຳມະນາກອນ ສາມາດຍົກລະດັບຄວາມຮູ້- ຄວາມສາມາດທາງດ້ານທິດ ສະດີ ແລະ ບົດຮຽນຈາກພຶດຕິ ກຳຕົວຈິງ ກ່ຽວກັບວຽກງານ ກວດກາຈຳນວນໜຶ່ງ, ຜ່ານ ການຝຶກອົບຮົມປະເມີນຜົນໄດ້ ວ່ານັກສຳມະນາກອນເຂົ້າໃຈ ໃນລະດັບດີ ແລະ ມອບໃບຢັ້ງ ຢືນໃຫ້ແກ່ນັກສຳມະນາກອນ ຜູ້ທີ່ສຳເລັດການເຂົ້າຝຶກອົບຮົມ ຄັ້ງນີ້ທັງໝົດ 52 ສະຫາຍ, ຍິງ 21 ສະຫາຍ. (ຂ່າວ: ສີອາມອນ, ພາບ: ພູວຽງຄຳ) ໜັງສືພິມປະຊາຊົນ:
ສຳເລັດຝຶກອົບຮົມກວດກາພັກ-ລັດ ຊຸດທີ III
Reviewed by makarow
on
3:46:00 AM
Rating:

