5 ສຸດຍອດພືດສະໝຸນໄພທຳມະຊາດ ຊ່ວຍກະຕຸ້ນພູມຄຸ້ມກັນ!!!
ພືດສະໝຸນໄພທຳມະຊາດຫຼາຍຊະນິດທີ່ມີສັບພະຄຸນໃນການອອກລິດຕໍ່ຕ້ານ ແລະ ກຳຈັດສານພິດ ແລະເຊື້ອພະຍາດຕ່າງໆທີ່ເຂົ້າສູ່ຮ່າງກາຍ ແລະ ຍັງຊ່ວຍຕ້ານອະນຸມູນອິດສະຫລະ ຖອນພິດໄຂ້ໃນຮ່າງກາຍ ຊ່ວຍໃນຂະບວນການລ້າງສານພິດໃນເລືອດ ກະຕຸ້ນການສ້າງເມັດເລືອດແດງ ເມັດເລືອດຂາວ ເກັດເລືອດ ຟອກເລືອດໃຫ້ສະອາດ ຟື້ນຟູການເຮັດວຽກຂອງຕັບຈາກດື່ມເຫຼົ້າ ສານເຄມີ ສານປຸງແຕ່ງຈາກອາຫານ ເຮັດໃຫ້ຮູ້ສຶກສົດຊື່ນ ຟື້ນຟູຮ່າງກາຍໃຫ້ແຂງແຮງ

ຄິດອອກ.ຄອມ ໄດ້ລວບລວມທັງຫມົດ 5 ອັນດັບສະຫມຸນໄພທີ່ຄວນກິນທຸກມື້(ເປັນອາຫານ)ເພື່ອກະຕຸ້ນພູມຄຸ້ມກັນໃຫ້ຮ່າງກາຍແຂງແຮງມາຝາກ
ອັນດັບທີ່ 5 : ນ້ຳໝາກນາວ ນ້ຳໝາກຂີ້ຫູດ
ເປັນຢາຣົດຊາດສົ້ມ ແກ້ຂີ້ກະເຖີ່ໃນຄໍ ແກ້ໄອ ແກ້ນ້ຳລາຍໜຽວ ບຳຣຸງເລືອດ ເຮັດໃຫ້ດີສຽງແຫບແຫ້ງ ລະງັບຄວາມຮ້ອນໃນຮ່າງກາຍໄດ້ ຢອດລົງໃນນ້ຳຊາຈີນອຸ່ນໆຈິບ ຮູ້ສຶກໂລ່ງໃນລຳຄໍ ແລະ ຫລອດລົມ ປ້ອງກັນການເປັນຫວັດໄດ້ ໃນເມື່ອກ່ອນໃຊ້ໃບໝາກນາວ 108 ໃບ ຕົ້ມກິນເປັນຢາກັດຟອກຂີ້ກະເຖີ່ ລ້າງຂີ້ກະເຖີ່ໃນຄໍ ແລະ ຟອກເລືອດບໍ່ເປັນຄວາມດັນສູງ
ອັນດັບທີ່ 4 : ຂີ້ມິ້ນ
ເປັນສະຫມຸນໄພພື້ນຖານທີ່ໃຊ້ຮັກສາອາການອັກເສບກັບອະໄວຍະວະຕ່າງໆມາຫລາຍຮ້ອຍປີ ແກ້ໄຂ້ ແນະນຳໃຫ້ກິນຜົງຂີ້ມິ້ນລະລາຍກັບນ້ຳຜຶ້ງ ເປັນຢາບຳຣຸງປອດ ສະມານແຜອັກເສບໃນປອດ ໝໍຢາຕົ້ມເປັນນ້ຳສະຫມຸນໄພລວມມີ ຫົວສີໄຄ, ຫອມບົ່ວ, ຂີ້ມິ້ນ ຈິບອຸ່ນໆ ດີໄຂ້ຫວັດ (ກະຕຸ້ນພູມຄຸ້ມກັນ)
ອັນດັບທີ່ 3 : ພິກໄທ
ຄວນກິນພິກໄທເປັນເຄື່ອງປຸງທີ່ປຸງໃນອາຫານ ເຊັ່ນເຂົ້າຕົ້ມ ແກງຈືດຕ່າງໆ ປະລິມານພິກໄທທີ່ຫລາຍເກີນໄປອາດລະຄາຍເຄືອງຕໍ່ກະເພາະອາຫານ ເຮັດໃຫ້ເຈັບທ້ອງ ແຕ່ເປັນຢາກຳຈັດໄຂມັນສ່ວນເກີນ ກະຕຸ້ນການເຜົາຜານໄຂມັນ
ອັນດັບທີ່ 2 : ຂິງ
ຣົດຊາດເຜັດຮ້ອນມີນຳມັນຫອມລະເຫີຍທີ່ເປັນປະໂຫຍດຕໍ່ຫົວໃຈ ປອດ ໄລ່ລົມ ໃຫ້ຄວາມອົບອຸ່ນຢາມທີ່ໜາວ ກິ່ນຫອມເຮັດໃຫ້ຫາຍໃຈສະດວກ ແນະນຳໃຫ້ກິນນ້ຳຂິງອຸ່ນໆປະສົມນົມຮ້ອນບຳຣຸງຮ່າງກາຍບຳຣຸງປອດ
ອັນດັບທີ່ 1 : ໝາກຂາມປ້ອມ
ຊາວອິນເດຍຈັດໃຫ້ໝາກຂາມປ້ອມເປັນຫມາກໄມ້ເກື້ອໜຸນຄວາມເຍົາໄວ (ຕ້ານຄວາມແກ່ຊະລາ) ໃນຄຳພີເຫຼັ້ມໜຶ່ງ (ຄັມພີແພດບູຮານ) ມີການກ່າວເຖິງສັບພະຄຸນຂອງໝາກຂາມປ້ອມ ໄວ້ວ່າໝາກຂາມປ້ອມມີຣົດຊາດຫວານ ຣົດຊາດເຢັນ ມີຣົດຊາດຝາດ ຣົດແຫ້ງ ຈຶ່ງແກ້ຂີ້ກະເຖີ່

5 ສຸດຍອດພືດສະໝຸນໄພທຳມະຊາດ ຊ່ວຍກະຕຸ້ນພູມຄຸ້ມກັນ!!!
Reviewed by makarow
on
12:42:00 AM
Rating:
Reviewed by makarow
on
12:42:00 AM
Rating:








