5 ອາຫານຜິວຈາກທຳມະຊາດ ທີ່ຈະປ່ຽນຜິວທ່ານ
1.ໝາກພ້າວ
ໝາກພ້າວຫຼືນ້ຳໝາກພ້າວມີຄຸນຄ່າທາງສານອາຫານຫຼາຍ ລວມເຖິງຍັງມີ “ເອສໂຕຣເຈນ” ທີ່ເປັນຮໍຖມນຂອງເພດຍິງຈຳນວນຫຼາຍ ຜູ້ທີ່ກິນນ້ຳໝາກພ້າວເປັນປະຈຳ ສາມາດຫຼຸດການເກີດສິວແລະຈຸດດ່າງດຳໄດ້ ນອກຈາກນີ້ໝາກພ້າວຍັງມີສານອີລາສຕິນ ທີ່ຈະເຮັດໃຫ້ຜິວນຽນກະຊັບ ບໍ່ມີຮ່ອງຮອຍເບິ່ງອ່ອນກວ່າໄວ ພ້ອມກັນນີ້ຍັງຊ່ວຍດີທ໊ອກລຳໃສ້ໃຫ້ກັບຮ່າງກາຍໄດ້ດີອີກດ້ວຍ

2.ໝາກກ້ຽງ
ເປັນໝາກໄມ້ທີ່ມີວິຕາມິນຊີຂ້ອນຂ້າງສູງ ຈຶ່ງຊ່ວຍປັບຜິວໃຫ້ຂາວໃສໄດ້ເປັນຢ່າງດີ ແລະຍັງຊ່ວຍຫຼຸດການເກີດຮ່ອງຮອຍເພາະວິຕາມິນຊີຈະເຂົ້າໄປເສີມຄໍລາເຈັນຕາມຜິວໜັງ ໃຫ້ທຳງານຢ່າງມີປະສິດທິພາບຫຼາຍຍິ່ງຂື້ນ ນອກຈາກນີ້ໝາກກ້ຽງຍັງມີໄຟເບີ້ສູງເຮັດໃຫ້ອິ່ມທ້ອງໄດ້ດົນ ແລະຊ່ວຍໃຫ້ລະບົບຂັບຖ່າຍທຳງານໄດ້ດີຂື້ນ ເອີ້ນໄດ້ວ່າເປັນອາຫານຜິວຍສຸດຍອດກັນໄປເລີຍ

3.ໝາກເລັ່ນ
ເວົ້າເລື່ອງຄວາມງາມຈະຂາດໝາກເລັານບໍ່ໄດ້ເລີຍ ເພາະໃນໝາກເລັ່ນມີສານເບຕ້າແຄໂລທີນ ແລະສານໄລໂຄປີນທີ່ຊ່ວຍໃນການກະຕຸ້ນການໄຫຼວຽນຂອງເລືອດໄດ້ເປັນຢ່າງດີ ພ້ອມກັນນີກໍ່ມີວິຕາມິນຊີໃນປະລິມານຫຼາຍ ຖ້າກິນໝາກເລັ່ນສົດໆຕິດຕໍກັນເປັນເວລາ 1 ເດືອນ ຈະເຫັນຜົນໄດ້ທັນທີວ່າໃບໜ້າຂາວໃສບໍ່ມີສິວ ແລະຍັງເບິ່ງມີເລືອດຝາດບົ່ງບອກເຖິງການມີສຸຂະພາບດີ

4.ໝາກພິລາ
ເປັນອາຫານຜິວອີກຊະນິດໜຶ່ງ ເນື່ອງຈາກມີວິຕາມິນແລະແຮ່ທາດຕ່າງໆ ບໍ່ວ່າຈະເປັນແຄນຊ້ຽມແມັກນິຊຽມ ວິຕາມິນເອ ວິຕາມິນອີ ແລະວິຕາມິນຊີ ລວມເຖິງຍັງມີສານຕ້ານອະນຸມູນອິດສະຫຼະເປັນຈຳນວນຫຼາຍ ການກິນໝາກພິລາເປັນປະຈຳຊ່ວຍໃຫ້ຜິວນຽນງາມໃສ ແລະມີສຸຂະພາບດີ

5.ບລ໊ອກໂຄລີ່
ຮູ້ຫຼືບໍ່ວ່າບລ໊ອກໂຄລີ່ເປັນຜັກສີຂຽວທີ່ມີວິຕາມິນຊີສູງຫຼາຍ ຈຶ່ງຊ່ວຍໃນການເສີມສ້າງການທຳງານຂອງຄໍລາເຈັນເພື່ອເພີ້ມຄວາມຍືດຍຸ່ນໃຫ້ກັບຜິວໜັງໄດ້ເປັນຢ່າງດີ ແລະຍັງຊ່ວຍຟື້ນຟູເຊວຜິວທີ່ຖືກທຳລາຍຈາກອດດໃຫ້ກັບມາມິສຸຂະພາບດີ

5 ອາຫານຜິວຈາກທຳມະຊາດ ທີ່ຈະປ່ຽນຜິວທ່ານ
Reviewed by makarow
on
12:55:00 AM
Rating:
Reviewed by makarow
on
12:55:00 AM
Rating:






