ຂ່າວດ່ວນ

ຂ່າວອື່ນໆ

random

5 ຂໍ້ໃນຊີວິດຈິງທີ່ພິສູດວ່າ ຜູ້ຊາຍຄົນນີ້ມັກເຮົາແທ້


ດຽວຄົນນີ້ກໍ່ຍິ້ມໃຫ້ ດຽວຄົນນັ້ນກໍ່ມາແຕະບ່າ ດຽວຄົນນີ້ກໍ່ສົ່ງສາຍຕາໃຫ້ ທ່າທາງແບບນີ້ເຂົາເອີ້ນວ່າແອບມັກ ແຕ່ຈະມັກແທ້ຫຼືບໍ່ນັ້ນ ຕ້ອງມີສິ່ງທີ່ພິສູດວ່າໜຸ່ມຄົນນີ້ມັກເຮົາແທ້ຫຼືບໍ່
1. ຖືກກະເປົາໃຫ້
ຖ້າມີໂອກາດໄດ້ໄປຊ໊ອບປິ້ງ ສັງເກດເບິ່ງວ່າ ເຂົາຄົນນັ້ນມັກຈະຄອຍຍື່ນມືມາຊ່ວຍເຫຼືອ ຈັບນັ້ນຈັບນີ້ໃຫ້ ເພາະທຸກຢ່າງທີ່ເປັນຂອງເຮົາໜຸ່ມໆມັກຈະໃຫ້ຄວາມໃສ່ໃຈສະເໝີ ນັ້ນສະແດງວ່າເຂົາແຄເຈົ້າ ຢາກມີສ່ວນຮ່ວມກັບເຈົ້າ ແລະ ບໍ່ຄິດວ່າການຖືກະເປົາໃຫ້ນັ້ນເປັນສິ່ງທີ່ໜ້າອາຍ ນອກຈາກວ່າເຈົ້ານັ້ນຈະອາຍເອງ

2. ປົກປ້ອງເຈົ້າ
ປົກປ້ອງໃນທີ່ນີ້ ບໍ່ໄດ້ໝາຍເຖິງວ່າຕ້ອງເປັນຮີໂຣໄປກຳຈັດນັກເລງທີ່ເຂົ້າມາທຳຮ້າຍເຈົ້າຄືໃນໜັງ ແຕ່ລວມໄປເຖິງສິ່ງທີ່ເຮັດໃຫ້ເຈົ້າອາດເສຍຫາຍ ຫຼື ບັນທອນຈິດໃຈ ເຂົາຈະຄອຍຊ່ວຍເຫຼືອເຈົ້າຢູ່ທາງຫຼັງ ຫຼື ເຊິ່ງໜ້າສະເໝີ ຢ່າງເຊັ່ນ ການຖືກນິນທາໃຫ້ຮ້າຍ ຫຼື ຢູ່ສະຖານທີ່ໆມີຄົນຫຼາຍທີ່ບຽດກັນ ລອງຈັບຕາເບິ່ງວ່າ ຖ້າເຂົາເຮັດແບບນັ້ນກັບເຈົ້າສະແດງວ່າເຂົາຮັກເຈົ້າຢາກປົກປ້ອງເຈົ້າ ຢ່າປ່ອຍໃຫ້ຄົນແບບນີ້ຫຼຸດມືໄປເດັດຂາດ

3. ໄປຫາຢູ່ບ່ອນເຮັດວຽກ
ບໍ່ວ່າຈະໄປຫາຢູ່ບ່ອນເຮັດວຽກ ຫຼື ໂຮງຮຽນ ໃນຍາມພັກທ່ຽງ ຫຼື ພັກເບກ ກໍ່ສະແດງໃຫ້ເຫັນວ່າເຂົາໃຫ້ຄວາມສຳຄັນກັບເຈົ້າເປັນອັນດັບໜຶ່ງ ລອງຄິດເບິ່ງວ່າ ສຳລັບເຮົາຖ້າຄົນບໍ່ສຳຄັນຈະຢາກສະຫຼະເວລາໄປຫາເຮັດຫຍັງ ບາງຄົນຖ້າມີວຽກຕ້ອງພົບກັນແທ້ໆ ຫາກບໍ່ໄດ້ຄິດຫຍັງອາດຈະນັດເຈິກັນໃນໂຮງອາຫານ ຫຼື ບ່ອນອື່ນ ບໍ່ເຫັນຕ້ອງໄປຫາເຖິງທີ່ ໂດຍສະເພາະສາວໆທີ່ເຮັດວຽກແລ້ວ ຖ້າມີໜຸ່ມໆໄປຫາຮອດຫ້ອງການ ສະແດງວ່າເຂົາມັກເຈົ້າເຂົ້າແລ້ວ

4. ຍອມສະຫຼະລາຍການທີ່ມັກ ຫຼືນັດສຳຄັນ ເພື່ອໄປຫາເຈົ້າ
ຜູ້ຊາຍສ່ວນໃຫຍ່ ມັກຈະມີລາຍການທີ່ມັກເປັນຂອງຕົວເອງ ຫຼື ກະທັ້ງແຕ່ນັດສຳຄັນກັບເພື່ອນໆທີ່ບໍ່ເຄີຍພາດ ແຕ່ຖ້າຫາກເຂົາຍອມຖິ້ມນັດສຳຄັນ ຫຼື ຍອມພາດລາຍການມັກ ພຽງເພື່ອໄດ້ພົບກັບເຈົ້າ ຫຼື ປ່ອຍໃຫ້ເຈົ້າໄດ້ເບິ່ງລາຍການມັກຂອງຕົວເອງແທນ ອາດຈະເບິ່ງຄືຄວາມເກງໃຈ ແຕ່ບໍ່ສຳຄັນແທ້ຈະເຮັດຂະໜາດນີ້ຫວາ

5. ເບິ່ງແຍງໃນຍາມບໍ່ສະບາຍ
ສິ່ງທີ່ຈະເຫັນໄດ້ຊັດທີ່ສຸດວ່າເຂົາຄົນນັ້ນມີໃຈໃຫ້ເຮົາຫຼືບໍ່ ກໍ່ຄືຕອນທີ່ເຮົາບໍ່ສະບາຍນີ້ແຫຼະ ບໍ່ວ່າເຮົາຈະສະໜິດກັບເຂົາຫຼືບໍ່ຄ່ອຍສະໜິດ ສັງເກດໃຫ້ດີວ່າເຂົາຄົນນັ້ນພະຍາຍາມຄອຍແວ່ມາຫາເຈົ້າເພື່ອມາເບິ່ງອາການ ຫຼື ຊື້ຂອງມາຕ້ອນ ຫາແນວມາໃຫ້ກິນດ້ວຍຄວາມເປັນຫ່ວງ

ເປັນແນວໃດກັນແນ່ 5 ຂໍ້ນີ້ ມີໜຸ່ມໃກ້ຕົວ ຫຼື ໄກຕົວເຈົ້າຄົນໃດທີ່ມີພຶດຕິກຳເຂົ້າຂ່າຍວ່າມັກເຈົ້າຢູ່ ຖ້າມີກໍ່ຂໍສະແດງຄວາມຍິນດີນຳຫຼາຍໆ ເພາະເຈົ້າຄືຄົນທີ່ໂຊກດີທີ່ສຸດຄົນໜຶ່ງ
5 ຂໍ້ໃນຊີວິດຈິງທີ່ພິສູດວ່າ ຜູ້ຊາຍຄົນນີ້ມັກເຮົາແທ້ Reviewed by makarow on 7:21:00 PM Rating: 5

Contact Form

Name

Email *

Message *

Powered by Blogger.