ຂ່າວດ່ວນ

ຂ່າວອື່ນໆ

random

ຮູ້ໄວ້ໄດ້ປະໂຫຍດ ກັບ 7 ອາການ ໄສ້ຕີ່ງອັກເສບ ທີ່ເຮົາສົງໃສ ທີ່ບໍ່ຄວນຖືເບົາ ແລະ ປະໄວ້ດົນ ມີລັກຊະນະອາການແນວໃດແດ່..?ໄປເບີ່ງເລີຍ..??


* ອາການ ໄສ້ຕີ່ງອັກເສບ ທີ່ເຮົາສົງໃສ ແລະບໍ່ຄວນປະໄວ້ດົນເພາະມັນຈະເປັນອັນຕະລາຍເຖີງຂັ້ນເສຍຊີວິດໄດ້
ໄສ້ຕີ່ງອັກເສບ ເປັນອາການທີ່ເກີດຂື້ນຢ່າງໄວວາ ແລະ ອາດເພີ່ມຄວາມຮຸນແຮງຖ້າປະໄວ້ດົນບາງລາຍເຖີງຂັ້ນເສຍຊີວິດໄດ້ ແຕ່ເຮົາຈະຮູ້ໄດ້ແນວໃດວ່າເຮົາກຳລັງເຈັບໄສ້ຕິ່ງອັກເສບອ່ານເລີຍ

1. ເຈັບທ້ອງບໍລິເວນສາຍບື
ອາການທຳອິດຂອງໄສ້ຕິ່ງອັກເສບນັ້ນຈະເລີ່ມສະແດງໃຫ້ເຫັນ ຈາກການເຈັບທ້ອງດ້ານຂວາເບື້ອງລຸ່ມແລ້ວຈື່ງຄ່ອຍໆ ເຈັບບໍລິເວນສາຍບື ແລະ ເຈັບລາມໄປຫາຫນ້າທ້ອງຄ້າຍຄືເຈັບກະເພາະ ອາການເຫລົ້ານີ້ຈະເຈັບແຮງຂື້ນເລື່ອຍຖ້າເຮົາເຫນັງຕີງແຮ

2. ເກີດອາການເຈັບຢ່າງກະທັນຫັ່ນ
ການເຈັບປວດບໍລິເວນດ້ານລຸ່ມຂອງຫນ້າທ້ອງຈະແຮງຂື້ນໂດຍອາການເຈັບທ້ອງນີ້ຈະເພີ່ມໄວໃນເວລາບໍ່ພໍເທົ່າໃດຊົ່ວໂມງ
3. ມີໄຂ້ຕ່ຳໆ ແລະ ຫນາວສັ່ນ
ອາການໄສ້ຕິ່ງອັກເສບນັ້ນຄ້າຍຄືກັບອາການເຈັບທ້ອງເນື່ອງຈາກຕິດເຊື້ອບາງຢ່າງທີ່ບໍ່ຮຸນແຮງ ແລະ ຈະເຮັດໃຫ້ມີໄຂ້ຕ່ຳໆ ຫນາວສັ່ນ ບໍ່ມີແຮງປວດຮາກອີກດ້ວຍ

4. ປຸ້ນທ້ອງ ປວດຮາກ ແລະ ເບື່ອອາຫານ
ຖ້າມີອານການເບື່ອອາຫານພ້ອມອາການຄື່ນໄສ້ ແລະ ປວດຮາກ ແຕ່ຖ້າຫາກອາການຮ້າຍແຮງຈະເຈັບທ້ອງດ້ານຂວາເບື້ອງລຸ່ມແຮງ ພ້ອມອາການຮາກປະສົມນຳ
5. ທ້ອງຜູກ ຫລື ຖອກທ້ອງ
ຖ້າມີອາການຖອກທ້ອງ ແລະ ມີມູກປົນອອກມາຜິດປົກກະຕິຮ່ວມກັບອາການເຈັບທ້ອງດ້ານຂວາເບື້ອງລຸ່ມ

6.  ທ້ອງອືດ ແລະ ມີແກ໊ສໃນກະເພາະອາຫານ
ຖ້າມີອາການທ້ອງອືດ ແລະມີແກ໊ສຕິດຕໍ່ກັນຫລາຍກ່ວາສອງມື້ ພ້ອມກັບເຈັບທ້ອງປາກມີກີ່ນລີ່ນເປື້ອນຄວນຄິດຫາໄສ້ຕິ່ງອັກເສບ
7. ອາການເຈັບ
ຈະມີອາການເຈັບຄ່ອຍໆ ໃຊ້ມືກົດລົງໄປກໍ່ຈະເຈັບແຮງ
ຮູ້ໄວ້ໄດ້ປະໂຫຍດ ກັບ 7 ອາການ ໄສ້ຕີ່ງອັກເສບ ທີ່ເຮົາສົງໃສ ທີ່ບໍ່ຄວນຖືເບົາ ແລະ ປະໄວ້ດົນ ມີລັກຊະນະອາການແນວໃດແດ່..?ໄປເບີ່ງເລີຍ..?? Reviewed by makarow on 8:01:00 PM Rating: 5

Contact Form

Name

Email *

Message *

Powered by Blogger.