ຂ່າວດ່ວນ

ຂ່າວອື່ນໆ

random

ສຸດຍອດຫຼາຍ…!!! ພຽງແຕ່ປຸກ​ຜັກ​ຊະນິດ​ນີ້ໄວ້​ໃນ​ບ້ານ​ ກໍ່ສາມາດຊ່ວຍ​ໄລ່ ” ​ໜູ​ , ແມງ​ມຸມ , ແມງສາບ​ ແລະ​ແມງ​ໄມ້ຕ່າງ​ໆ​ ” ໃຫ້​ຫາຍ​ໄປ​ໄດ້​ຢ່າງ​ງ່າຍໆ ສາມາດເຮັດໄດ້ຢູ່ບ້ານ…??​




ຫາກ​ເຈົ້າ​ປຸກ​ຜັກ​ຊະນິດ​ນີ້​ໃນ​ບ້ານ​ ເຈົ້າ​ຈະ​ບໍ່​ໄດ້​ເຫັນ​ໜູ​ ແມງ​ມຸມ​ ຫຼື ​ແມງ​ໄມ້ຊະນິດ​ອື່ນ​ໆ​ອີກ​ຕໍ່ໄປ​!
ເປັນ​ເລື່ອງ​ບໍ່​ຕາຍິນ​ຢິນ​ດີ​ນເທົ່າໃດ​ທີ່​ສາຍ​ພັນ​ທີ່​ມີ​ຈຳນວນ​ຫຼາຍ​ທີ່ສຸດ​ໃນ​ໂລກ ​ຄື​ ແມງໄມ້​ ຊຶ່ງ​ມັນ​ມີຫຼາຍ​ເຖິງ​ 200
ລ້ານ​ຊະນິດ​ ພວກ​ມັນ​ເປັນ​ຕົວ​ແທນ​ຂອງ​ສັດ​ບໍ່​ມີ​ກະດູກ​ສັນ​ຫຼັງ​ໃນ​ກຸ່ມ​ໄຟ​ລຳອາ​​ໂທຣ​ໂພ​ດາ​ ນັ້ນ​ຄື​ສັດ​ທີ່​ຮ່າງກາຍ​ສາມາດ​ແບ່ງ​ໄດ້​ຫຼາຍ​ສ່ວນ ​ແລະ ​ລຳ​ຕົວ​ປົກ​ຄຸມ​ດ້ວຍ​ເປືອກ​ ຫຼື ເອິ້ນ​ອີກ​ຢ່າງ​ວ່າ​ໂຄງ​ກະດູກ​ພາຍນອກ​

ຄົນ​ປົກກະຕິ​ທົ່ວ​ໄປ​ຊັງ​ພວກ​ມັນ​ ແລະ ເບິ່ງ​ວ່າ​ພວກ​ມັນ​ເປັນ​ອັນຕະລາຍ​ ແມງ​ບາງ​ປະ​ເພດ​ກິນ​ພືດ​ ບາງ​ປະ​ເພດ​ກິນເນື້ອ​ ເຈົ້າ​ອາດ​ບໍ່​ເຄີຍ​ຮູ້​ວ່າ​ ແມງໄມ້​ເປັນ​ອົງ​ປະກອບ​ທີ່​ສຳຄັນ​ໃນ​ວົງ​ຈອນ​ທາ​​​ງ​ຊີວ​ະພາບ​ຂອງ​ທຳມະຊາດ​

* ພືດ​ມະຫັດສະຈັນ​ຕໍ່​ຕ້ານ​ພະຍາດ​ລະ​ບາດ​
ບົດ​ບາດ​ສຳຄັນ​ຂອງ​ແມງໄມ້​ຄື​ຍ່ອຍ​ສະ​ລາຍ​ສານ​ອິນຊີ​ ພວກ​ມັນ​ເປັນ​ຕົວ​ແທນ​ສຳຄັນ​ໃນ​ການ​ຖ່າຍ​ລະ​ອອງ​ ຊຶ່ງ​ນັ້ນ​ເຮັດໃຫ້​ພວກ​ມັນ​ມີ​ຄວາມ​ສຳຄັນ​ໃນ​ລະບົບສິ່ງແວດລ້ອມ​ ພວກ​ມັນ​ມີ​ຄວາມ​ສຳຄັນ​ທາງ​ຊີວະ​ພາບ​
ແຕ່​ກໍ​ຄືເກົ່າ ບໍ່​ມີ​ໃຜ​ຕ້ອງ​ການ​ໃຫ້​ພວກ​ມັນ​ຢູ່​ໃກ້ຫຼືຢູ່ໃນ​ບ້ານ​ ເຮົາ​ມີ​ວິທີ​ປ້ອງ​ກັນ​ແມງ​ໄມ້ທີ່ອັດສະຈັນ​ ຊຶ່ງ​ບໍ່​ມີ​ພິດ​ຄື​ກັບ​ຢາ​ຂ້າ​ແມງໄມ້​ທີ່​ວາງ​ຂາຍ​ຢູ່ໃນ​ຮ້ານ​ຄ້າ​

ແຖມ​ວິທີ​ນີ້​ຍັງ​ໃຊ້​ໄດ້​ຜົນ​ ແລະ ​ມີປະ​ສິດ​ທິ​ພາບ​ຫຼາຍກວ່າ​​ ນອກ​ເໜືອ​ຈາກ​ບ້ານ​ຂອງ​ເຈົ້າ​ຈະ​ປາດສະຈາກ​ແມງໄມ້ ​ແລະ ​ໜູ​ ບ້ານ​ຂອງ​ເຈົ້າຍັງ​ຈະ​ກາຍ​ມາ​ເປັນ​ບ້ານ​ທີ່​ສະ​ອາດ​ ແລະ​ ສົດ​ຊື່ນ​ດ້ວຍ​

* ທີ່​ເຈົ້າ​ຕ້ອງ​ການ​ກໍ່​ຄື​ ຫອມລາບ ສະໝຸນ​ໄພ​ກິ່ນ​ຫອມ​ທີ່​ມີສັບພະຄຸນ​ທັງ​ທາງ​ຢາ​ແລະ ​ຫອມ​ສົດ​ຊື່ນ​
– ວິທີ​ໃຊ້​: ກ່ອນ​ອື່ນ​ເຈົ້າ​ຕ້ອງ​ເຮັດ​ຊາໃບຫອມລາບເຂັ້ມ​ຂຸ້ນ​ ເທ​ມັນ​ລົງ​ໄປ​ໃນ​ກວດ​ສະເປ​ ແລະ ​ເອົາ​ມັນ​ສີດ​ຕາມ​ມຸມ​

ອ້ອມຮອບ​ບ້ານ​ຂອງ​ເຈົ້າ​ ງ່າຍ​ໆພຽງເທັ່ານີ້​ແຫຼະ​ ແນວໃດ​ກໍ່​ຕາມ​ ຄວນ​ສີດ​ໃຫ້​ຄອບ​ຄຸມ​ໄປ​ເຖິງ​ຂອບ​ປ່ອງຢຽມ ແລະ ​ມຸມ​ປະ​ຕູ​ດ້ວຍ​ ແມງໄມ້​ທີ່​ຢູ່ໃນ​ບ້ານ​ເຈົ້າ​ເມື່ອ​ໄດ້​ກິ່ນ​ຂອງໃບຫອມລາບ ຈະ​ພາ​ກັນ​ໜີ​ອອກ​ມາ​ຈາກ​ບ້ານ​ເຈົ້າ​ຢ່າງ​ແນ່ນອນ​
ນີ້​ຄື​ວິທີ​ໄລ່​ແມງໄມ້​ຕາມ​ທຳມະຊາດ​ຊຶ່ງ​ຈະ​ເຮັດໃຫ້​ບ້ານ​ຂອງ​ເຈົ້າ​ມີກິ່ນ​ຫອມ​ ບໍ່​ມີ​ແມງໄມ້ ​ແລະ ​ໜູບໍ່ກ້າກັບ​ມາວົນ​ໃຈ​ອີກ

ສຸດຍອດຫຼາຍ…!!! ພຽງແຕ່ປຸກ​ຜັກ​ຊະນິດ​ນີ້ໄວ້​ໃນ​ບ້ານ​ ກໍ່ສາມາດຊ່ວຍ​ໄລ່ ” ​ໜູ​ , ແມງ​ມຸມ , ແມງສາບ​ ແລະ​ແມງ​ໄມ້ຕ່າງ​ໆ​ ” ໃຫ້​ຫາຍ​ໄປ​ໄດ້​ຢ່າງ​ງ່າຍໆ ສາມາດເຮັດໄດ້ຢູ່ບ້ານ…??​ Reviewed by makarow on 7:51:00 PM Rating: 5

Contact Form

Name

Email *

Message *

Powered by Blogger.