ຂ່າວດ່ວນ

ຂ່າວອື່ນໆ

random

ຄຸນປະໂຫຍດຂອງໝາກແຄ້ງຂົມ


1. ສັບພະຄຸນ:
ຮາກ: ລະລາຍຂີ້ກະເທີ, ນ້ຳລາຍໜຽວ, ແກ້ໄອ, ແກ້ໄຂ້ສຸກສູ້, ແກ້ເລືອດອອກທາງທະວານ ແລະ ຊ່ອງຍ່ຽວ.
ລຳຕົ້ນ: ແກ້ເລືອດອອກທາງທະວານ ແລະ ຊ່ອງຍ່ຽວ.
ໃບ: ບຳລຸງຮ່າງກາຍ, ປົ່ວວັນນະໂລກ, ແກ້ໄອ.

ໝາກ: ລົດຊາດຂົມມັນ, ບຳລຸງນ້ຳບີ, ແກ້ໄອ, ລະລາຍຂີ້ກະເທີ, ນ້ຳລາຍໜຽວ, ເປັນຢາຂັບຖ່າຍ, ຮັກສາໂລກໄຕ, ໂລກກະເພາະ, ແກ້ເລືອດອອກທາງທະວານ ແລະ ຊ່ອງຍ່ຽວ.
ລຸດນ້ຳຕານໃນເລືອດ ແລະ ຮັກສາໂລກເບົາຫວານ: ໃຊ້ໝາກແຄ້ງແກ່ ຫຼື ອ່ອນກໍ່ໄດ້ຮັບປະທານເປັນອາຫານກັບແຈ່ວ ຫຼື ກິນລ້າໆ 10-20 ໜ່ວຍຕໍ່ວັນ.

2. ຄຸນຄ່າທາງອາຫານ: ປະຊາຊົນລາວມັກໃຊ້ໝາກແຄ້ງກັບລາບ, ກ້ອຍ, ກັບແຈ່ວ…ແລະຍັງໃຊ້ ໝາກແຄ້ງສຸກເຮັດເປັນແຜ່ນຂາຍຕາມທ້ອງຕະຫຼາດອີກ (ໂດຍສະເພາະແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ຫຼວງນ້ຳທາ) ໝາກແຄ້ງມີວິຕາມິນເອຂ້ອນຂ້າງສູງ.

3. ວິທີປຸງແຕ່ງ:
ໝາກແຄ້ງແກ່ໃຊ້ເປັນຢາແກ້ໄອ, ໂລກຫືດ, ຂີ້ກະຍື
ເດັກນ້ອຍ: ເອົາໝາກແຄ້ງແກ່ 2-3 ໜ່ວຍບີບເອົານ້ຳໃສ່ບ່ວງໃຫ້ເດັກນ້ອຍກິນ.
ຜູ້ໃຫຍ່: ເອົາໝາກແຄ້ງ 10-20 ໜ່ວຍ ກີນໂດຍຄຽ້ວແລ້ວກືນທັງນ້ຳ ແລະ ເປືອກ, ກິນເຊົ້າແລງຈົນກວ່າອາການຈະດີຂື້ນ.

ໃຊ້ຮາກ ຫຼື ລຳຕົ້ນ ພໍ່ປະມານມາຕົ້ມນ້ຳດື່ມແທ່ນນ້ຳບໍ່ໃຫ້ຕ່ຳກວ່າ 1 ລິດຕໍ່ວັນ: ສາມາດໃຊ້ຮັກສາໂລກພາຍໃນເຊັ່ນ: ບຳລຸງນ້ຳບີ, ຮັກສາໂລກໄຕ, ໂລກກະເພາະ, ແກ້ເລືອດອອກທາງທະວານ ແລະ ຊ່ອງຍ່ຽວ.


ຄຸນປະໂຫຍດຂອງໝາກແຄ້ງຂົມ Reviewed by makarow on 7:35:00 PM Rating: 5

Contact Form

Name

Email *

Message *

Powered by Blogger.