ຂ່າວດ່ວນ

ຂ່າວອື່ນໆ

random

“ຍຸກເມຍນ້ອຍ-ເມຍໃຫຍ່ຄອງເມືອງ” ຈະປັບຕົວແນວໃດ?


# ຜູ້ເປັນເມຍ ແທນທີ່ຈະຄອຍຖ້າຈັບຜິດ ກວດເບິ່ງແຕ່ໂທລະສັບຜົວວ່າແຊັດລົມສາວນ້ອຍຄົນໃດ ຄວນເອົາເວລາທີ່ເຫຼືອເພື່ອໄປປັບປຸງຕົນເອງຈະດີກວ່າ
ໃນເມື່ອຜູ້ຊາຍມັກຄວາມງາມ ເຖິງຈະແຕ່ງງານດົນແລ້ວ ແລະ ຫຍຸ້ງຍາກນໍາລູກນ້ອຍກໍຕາມ ຕ້ອງຍາດເວລາເບິ່ງແຍງຮູບຮ່າງໜ້າຕາຕົນເອງໃຫ້ສວຍງາມເໝືອນເມື່ອກ່ອນໃຫ້ໄດ້.

ໃນເມື່ອເຈົ້າກໍຍັງຕ້ອງການໃຫ້ຜົວເປັນແບບນັ້ນເປັນແບບນີ້ ເຖິງຜົວລາວບໍ່ເວົ້າ ແຕ່ເຈົ້າກໍຕ້ອງຮູ້ວ່າຜົວຕ້ອງການຫຍັງ, ການທີ່ໂທດແຕ່ຝ່າຍດຽວວ່າ ຜູ້ຊາຍມັນມັກມາກບໍ່ມີເມືອງພໍນັ້ນ ບັນຫາເມຍນ້ອຍ-ເມຍໃຫຍ່ກໍຈະຍັງຢູ່ຄູ່ກັບສັງຄົມລາວຕະຫຼອດໄປ ແຕ່ເຖິງຢ່າງໃດ ກ່ອນປ່ຽນແປງຄົນອື່ນ ເຮົາຄວນປ່ຽນແປງຕົວເຮົາແມ່ນຈະໄດ້ຜົນດີກວ່າ.

# ຜູ້ເປັນຜົວ ກ່ອນຈະນອກໃຈເມຍໄປລັກລົມສາວນ້ອຍ-ສາວໃຫຍ່ນັ້ນ ຄວນຄິດເຫັນຄວາມດີຂອງເມຍທີ່ລາວຕ້ອງຖິ້ມຜູ້ຊາຍດີໆຫລາຍຄົນ ເພື່ອມາເລືອກເຈົ້າ, ແຕ່ຖ້າຜູ້ຊາຍຄົນໃດ ຍັງຫຼິ້ນບໍ່ພໍ ກໍບໍ່ຄວນແຕ່ງງານເລີຍ ມາຢູ່ເປັນໂສດແບບຂ້ອຍກໍໄດ້ ຢ່າແຕ່ງງານໄປທໍາລາຍແມ່ຍິງເລີຍ ປ່ອຍໃຫ້ລາວໄປພົບຊາຍຮັກດຽວໃຈດຽວທີ່ດີກວ່າ.

# ສໍາລັບແມ່ຍິງທີ່ຍັງໂສດ ຖ້າຮູ້ວ່າເຂົາມີເມຍແລ້ວ ກໍຢ່າໄປວົນສົນໃຈນໍາ ຄວນມີຂອບເຂດໃນການລົມກັນຕາມມາລະຍາດຂອງຄົນໃນສັງຄົມ, ບໍ່ຄວນຄິດແຕ່ຢາກໄດ້ຂອງຄົນອື່ນ ຄວນປ່ຽນແປງມຸມມອງໃຫມ່ ໃນການຕາມລ່າຫາຊາຍທີ່ສົມບູນແບບ ມາເປັນການຊອກຫາຊາຍທີ່ກໍາລັງສ້າງຕົນເອງ ແລ້ວໄປຮ່ວມລົງມືພ້ອມກັນສ້າງສາ ນັ້ນຈະເຮັດໃຫ້ຊີວິດຄູ່ມີຄວາມສຸກທີ່ຍືນຍາວກວ່າ.

(ຄົນໃດບໍ່ມັກບົດຄວາມນີ້ ກໍສາມາດດ່າຂ້ອຍໄດ້ ແຕ່ຖ້າເຈົ້າຍັງບໍ່ຍອມປ່ຽນຄວາມຄິດຂອງຕົນເອງກ່ອນແລ້ວ ກໍຢ່າຫວັງວ່າຄົນອື່ນຈະປ່ຽນແປງ).
ໂດຍ: ກາບແກ້ວ
“ຍຸກເມຍນ້ອຍ-ເມຍໃຫຍ່ຄອງເມືອງ” ຈະປັບຕົວແນວໃດ? Reviewed by makarow on 7:27:00 PM Rating: 5

Contact Form

Name

Email *

Message *

Powered by Blogger.